ວັດປ່າໂພນເພົາ: Difference between revisions

Content deleted Content added
No edit summary
No edit summary
 
ແຖວ 1:
ວັດປ່າໂພນເພົາ ເປັນວັດນ້ອຍໆ ທີ່ສ້າງຂຶ້ນໂດຍພຣະອາຈານສາຍສະໝຸດ ມີສາດສະໜາສະຖານສ່ວນໃຫຍ່ຢູ່ບໍລິເວນເນີນພູ ຈຸດເດັ່ນທີ່ໜ້າຊົມຢູ່ທີ່ສັນຕິເຈດີ ເທິງຍອດເນີນພູສ້າງຂຶ້ນໃນ ປີ ຄ.ສ.1988 ລັກສະນະເປັນອາຄານຊົງພະທາດ ພາຍນອກຊັ້ນເທິງທາ ສີທອງ ສ່ວນຊັ້ນລຸ່ມເປັນໂຖງຊົງຫລ່ຽມອ້ອມຮອບ ພະທາດ ມີປ່ອງຢ້ຽມແກະສະຫລັກເລົ່າເລື່ອງພຸດທະປະຫວັດ ພາຍໃນແບ່ງເປັນ 4 ຊັ້ນ ແຕ່ລະຊັ້ນຈະປະດັບພາບຝາເປັນເລື່ອງລາວກ່ຽວກັບ ນາຮົກ-ສະຫວັນ ແລະ ພຸດທະສາດສະໜາສະຖານທີ່ສຳຄັນ ໆ ຫລາຍແຫ່ງທົ່ວໂລກ ບໍລິເວນລະບຽງຊັ້ນສອງ ສາມາດເບິ່ງເຫັນທິວທັດນະເມືອງຫລວງພະບາງໄດ້ກວ້າງໄກ ຕັ້ງແຕ່ສະໜາມບິນ ຕົວເມືອງສະພານເຫລັກ ແມ່ນ້ຳຄານ ພະທາດພູສີ ແລະ ພູເຂົາທີ່ອ້ອມຮອບດ້ານຫລັງ ມີປະຕູທາງເຂົ້າທັງສີ່ທິດ
ຄວາມສຳຄັນຂອງ ວັດປ່າໂພນເພົາ ນອກຈາກຈະເປັນຈຸດຊົມວິວຂອງເມືອງຫລວງພະບາງແລ້ວ ໃນເດືອນອ້າຍ(ທັນວາຂອງທຸກໆປີ) ມີການຈັດງານປະເພນີ "ບຸນເຂົ້າກຳ" ເປັນກິດຈະກຳຂອງສົງ ຮຽກວ່າເອີ້ນວ່າ “ເຂົ້າປະລິວາດສະກຳ” ໂດຍໃຫ້ພຣະສົງທີ່ຕ້ອງອາບັດ (ກະທຳຜິດ) ສັງຄາທິເສກ ໄດ້ສາລະພາບຕໍ່ໜ້າຄະນະສົງ ເພື່ອເປັນການຝຶກຈິດສຳນຶກເຖິງຄວາມບົກຜ່ອງຂອງຕົນ ແລ້ວປັບຕົວປະພຶດຕົນໃຫ້ຖືກຕ້ອງຕາມພຣະວິໄນ ພິທີເຂົ້າປະລິວາດສະກຳ ກຳນົດໄວ້ 9 ລາຕີ(ຄືນ) ກຳນົດໃຫ້ພັກຢູ່ໃນສະຖານທີ່ສະຫງົບ ບໍ່ມີຄົນແອອັດ (ອາດເປັນບໍລິເວນວັດກໍໄດ້) ໂດຍມີກຸດຕິຊົ່ວຄາວເປັນຫລັງໆ ພະສົງເຂົ້າປະລິວາດສະກຳ ຄາວໜຶ່ງໆ ຈະມີຈຳນວນເທົ່າໃດກໍຕາມ ແຕ່ຕ້ອງໄດ້ແຈ້ງໃຫ້ພະສົງຈຳນວນ 4 ອົງ ໄວ້ກ່ອນວ່າຕົນເອງຈະເຂົ້າກຳ ແລະ ເມື່ອເຖິງເວລາອອກກຳຈະມີພະສົງ 20 ອົງມາຮັບອອກກຳ ຮຽກວ່າເອີ້ນວ່າ “ສວດອັບພານ” ແປວ່າ ຮັບກັບເຂົ້າພວກ ພິທີເຮັດບຸນເຂົ້າກຳ ບໍ່ຖືວ່າເປັນການລ້າງບາບ ແຕ່ເປັນການປະວາລະນາຕົນ ວ່າຈະບໍ່ກະທຳຜິດອີກ ສ່ວນກິດຂອງຊາວພຸດ ໃນບຸນເຂົ້າກຳນີ້ຄືການຫາເຂົ້າຂອງເຄື່ອງອຸບປະໂພກ-ບໍລິໂພກ ມາຖວາຍພະສົງ ເຊື່ອວ່າຈະໄດ້ບຸນຫລາຍກວ່າການເຮັດບຸນຕັກບາດທົ່ວໄປ.
 
[[ໝວດ:ວັດ]]