ສິ່ງແວດລ້ອມ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
{{ຂະຫຍາຍ}}
 
ສິ່ງແວດລ້ອມ​(ພາສາອັງກິດ: environment) ໝາຍເຖິງ ວັດຖຸ, ປະກົດການ ທັງທຳມະຊາດ ແລະ ທີ່ສ້າງຂຶ້ນ ໂດຍ ຄົນ ຢູ່ອ້ອມຮອບ ສະຖານທີ່ ຫຼື ເຂດແຄວ້ນໃດໜຶ່ງ. ໂດຍທົ່ວໄປ ມັນມັກຖືກ ໃຊ້ ເພື່ອໝາຍເຖິງ [[ສິ່ງແວດລ້ອມທຳມະຊາດ]]ແລະ ໃນຄວາມໝາຍດຽວກັນ ກັບ ຄຳວ່າ "[[ສະພາບແວດລ້ອມ]]". ໃນຂະນະທີ່ ມະນຸດຊາດ ໄດ້ ທຳການດັດແປງ ສິ່ງແວດລ້ອມທຳມະຊາດ ເພື່ອສ້າງ ຄວາມສະດວກໃນການດຳລົງຊີວິດ ໃນໄລຍະຜ່ານມາ, ປະຈຸບັນ ຜົນຮ້າຍທີ່ເກີດຈາກ ການພັງທະລາຍຂອງການເປ່ເພຂອງ ຄວາມສົມດຸນ ຂອງ ສິງແວດລ້ອມ ໄດ້ປະກົດຂຶ້ນຢ່າງເຫັນໄດ້ແຈ້ງ ແລະ ເປັນທີ່ຮັບຮູ້ກັນຢ່າງ ກ້ວາງຂວາງ. ສິ່ງແວດລ້ອມ ແມ່ນ ຫົວຂໍ້ຫຼັກ ໃນ [[ການພັດທະນາແບບຍືນຍົງ]] (ພາສາອັງກິດ: sustainable development) ແລະ ແມ່ນ ສິ່ງທີ່ ອົງກອນເຄື່ອນໄຫວທາງດ້ານເສດຖະກິດ ເຊັ່ນ [[ວິສາຫະກິດ]]ຕ່າງ ຕ້ອງໃຫ້ຄວາມສຳຄັນ. ຜົນຮ້າຍທີ່ເກີດຈາກ ການພັງທະລາຍການເປ່ເພ ຂອງ ຄວາມສົມດຸນ ຂອງ ສິ່ງແວດລ້ອມ, ໂດຍສະເພາະ ທີ່ເກີດ ຈາກການພັດທະນາເສດຖະກິດ ມັກຖືກເອີ້ນວ່າ [[ມົນລະພາວະ]] (ພາສາອັງກິດ: pollution). ມົນລະພາວະ ແມ່ນ ບັນຫາໃຫຍ່ທາງ[[ສັງຄົມ]], [[ເສດຖະກິດ]]ແລະ [[ການເມືອງ]] ທີ່ສາມາດເວົ້າໄດ້ວ່າ ທຸກໆປະເທດທີ່ພັດທະນາແລ້ວທາງດ້ານ[[ອຸດສາຫະກຳ]]ເຄີຍປະສົບ ແລະ ກໍ່ແມ່ນສິ່ງທີ່ ປະເທດພວມພັດທະນາ ບໍ່ຄວນເບິ່່ງຂ້າມ.
ດັ່ງນັ້ນ, ການປົກປັກຮັກສາສິ່ງແວດລ້ອມ ຈື່ງໝາຍເຖິງການປົກປ້ອງຄຸ້ມຄອງ ແລະ ອະນຸລັັກສິ່ງແວດລ້ອມ. ການສະຫງວນ, ການຊ່ອມແຊມ, ແລະ ໃຊ້ຊັບພະຍາກອນທຳມະຊາດຢ່າງມີເຫດຜົນຕໍ່ສິ່ງແວດລ້ອມເພື່ອໃຫ້ເກີດປະໂຫຍດສູງສຸດ ໂດຍຄຳນຶງເຖິງໄລຍະເວລາໃນການໃຊ້ຍາວນານ ແລະ ກໍ່ໃຫ້ເກີດຜົນເສຍຫາຍຕໍ່ສິ່ງເວດລ້ອມນ້ອຍທີ່ສຸດ ລວມທັງຕ້ອງມີການກະຈາຍການໃຊ້ຊັບພະຍາກອນຢ່າງພໍດີພໍງາມ
ໃນປັດຈຸບັນສິ່ງແວດລ້ອມຂອງໂລກໄດ້ຖືກທຳລາຍລົງຢ່າງຫຼວງຫຼາຍເຊັ່ນ: ການຕັດໄມ້ທຳລາຍປ່າ, ການກະທຳຂອງມະນຸດທີ່ກໍ່ໃຫ້ເກີດພາວະເຮືອນແກ້ວ, ການໃຊ້ສານເຄມີເພື່ອປາບສັດຕູພືດຫຼາຍເກີນໄປ, ການໃຊ້ປຸຍເຄມີໃນການເລັ່ງໃຫ້ພືດມີການຈະເລີນເຕີບໂຕຫງອກງາມໄປພາໃຫ້ເກີດຜົນຕາມມາເຊັ່ນ: ແມງໄມ້ດີ້ຢາ, ດິນເຊື່ອມຄຸນນະພາບ, ເກີດສານຕົກຄ້າງ…... ເຊິ່ງສະພາບປ່ຽນແປງໄປຕາມສິ່ງແວດລ້ອມດັ່ງກ່າວສົ່ງຜົນສະທ້ອນຕໍ່ສິ່ງທີ່ມີຊິວິດໃນໂລກລວມທັງມະນຸດເຮົາ. ດັ່ງນັ້ນພວກເຮົາຈຶ່ງພາກັນປົກປັກຮັກສາສິ່ງແວດລ້ອມໃຫ້ຢູ່ໃນສະພາບທີ່ດີຢ່າງຍືນຍົງໂດຍມີຫຼັກການດັ່ງນີ້: