ອານາຈັກສຸໂຂໄທ: Difference between revisions

Content deleted Content added
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
ແຖວ 22:
 
ດ້ວຍຄວາມທີ່ເປັນຄົນລະປະເທດມາກ່ອນ ແລະສົງຄາມຢູ່ນຳກັນ ຊາວບ້ານລະຫວ່າງສຸໂຂໄທແລະອະຍຸດທະຍາ ເຈິ່ງບໍ່ໄດ້ປອງດອງເປັນນ້ຳໜຶ່ງໃຈດຽວກັນ ເຈິ່ງຕ້ອງແຍກປົກຄອງ ໂດຍພະມະຫາກະສັດອະຍຸທະຍາ ຈະຊົງສະຖາປະນາພະລາຊະໂອລົດຫຼືພະອະນຸຊາ ຫຼືພະຍາດ ອັນມີເຊື້ອສາຍສຸໂຂໄທ ປົກຄອງພິສະນຸໂລກໃນຖານະລາຊະທານີຝ່າຍເໜືອແລະຄວບຄຸມຫົວເມືອງທັງໝົດ
 
=== ການສິ້ນສຸດຂອງອານາຈັກສຸໂຂໄທ ===
ພ.ສ. 2127 ຫຼັງທີຊະນະສຶກຈາກແມ່ນ້ຳສະໂຕງແລ້ວ ພະນະເລສວນຊົງໂປດໃຫ້ເທຄົວເມືອງເໜືອທັງປວງ (ເມືອງພະພິສະນູໂລກ ເມືອງສຸໂຂໄທ ເມືອງພິໄຊ ເມືອງສະຫວັນຄະໂລກ ເມືອງກຳແພງເພັດ ເມືອງພິຈິດ ແລະເມືອງພະບາງ) ລົງມາໄວ້ທີອະຍຸທະຍາ ເພື່ອກຽມຮັບສຶກໃຫຍ່ ພິສະນຸໂລກແລະຫົວເມືອງເຈິ່ງກາຍເປັນເມືອງຮ້າງ ຫຼັງຈາກເທຄົວໄປເມືອງໃຕ້ ເຈິ່ງສິ້ນສຸດການແບ່ງແຍກລະຫວ່າງຊາວເມືອງເໜືອກັບຊາວເມືອງໃຕ້ ແລະຖືເປັນສິ້ນສຸດຂອງລັດສຸໂຂໄທໂດຍສົມບູນ ເພາະຫຼັງຈາກນີ້ 8 ປີ ພິສະນຸໂລກໄດ້ຖືກຟື້ນຟູອີກຄັ້ງ ແຕ່ຖືເປັນເມືອງໃນລາຊະອານາຈັກ ບໍ່ແມ່ນລາຊະທານີຝ່າຍເໜືອ
 
ໃນດ້ານວິຊາການ ມີນັກວິຊາການຫຼາຍທ່ານໄດ້ທ່ານໄດ້ສະເໜີຕື່ມວ່າ ເຫດການອີກປະການອັນເຮັດໃຫ້ຕ້ອງເທຄົວເມືອງເໜືອໂດຍສະເພາະພິສະນຸໂລກນັ້ນ ຢູ່ທີ່ເຫດການແຜ່ນດິນໄຫວຄັ້ງໃຫຍ່ ເທິງຮອຍເລື່ອນວັງເຈົ້າ ໃນຮາວພຸດທະສັກກະຫຼາດ 2127 ແຜ່ນດິນໄຫວຄັ້ງນີ້ສົ່ງຜົນໃຫ້ໂຕເມືອງພິສະນຸໂລກຮາພະນາສູນ ແມ້ແຕ່ແມ່ນ້ຳແຄວນ້ອຍກໍປ່ຽນເສ້ນທາງບໍ່ຜ່ານພິສະນຸໂລກ ແຕ່ໄປບັນຈົບກັບແມ່ນ້ຳໂພ (ປະຈຸບັນຄື[[ແມ່ນ້ຳນ່ານ]] ທີ່ເມືອງພິສະນຸໂລກລົງໄປແລະຍັງສົ່ງຜົນໃຫ້ພະສີລັດຕະນະມະຫາທາດພິສະນຸໂລກ ຫັກພັງທະລາຍໃນລັກສະນະທີ່ບູລະນະຄືນໄດ້ຢາກ ໃນການຟື້ນຟູເຈິ່ງກາຍເປັນການສ້າງພະປາງແບບອະຍຸດທະຍາຄອບທັບລົງໄປແທນທັງໝົດ