ອາໂດນ ຮິດແລ: Difference between revisions

Content deleted Content added
ປະຫວັດຮິດແລ່
Tags: ການແກ້ໄຂແບບເຫັນພາບ ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
ແຖວ 283:
[[File:Bundesarchiv Bild 183-2008-0922-500, Reichstag, Begrüßung Adolf Hitler.jpg|thumb|upright|ສະມາຊິກໄຣຊ໌ສະທັກສະແດງຄວາມເຄົາລົບຕໍ່ຮິດແລທີ່ໂຮງອຸປະຮາກຄອລລ໌ເມື່ອວັນທີ່ 6 ຕຸລາ ຄ.ສ. 1939 ຫຼັງສິ້ນສຸດສຸດ[[ການບຸກຄອງໂປແລນ|ການທັບຕໍ່ໂປແລນ]]]]
ການສູນເສຍໂປແລນຕາມມາດ້ວຍສິ່ງທີ່ນັກໜັງສືພິມຮ່ວມສະໄໝເອິ້ນວ່າ "[[ສົງຄາມລວງ]]" ຫຼືຊິດຄີກ ຮິດແລສັ່ງການໃຫ້ເກົາໄລແຕແຫ່ງໂປແລນຕາເວັນຕົກສຽງເໜືອ ອັລແບດ ຟອດແຕແລະອາທູ ໄກແຊ ທີ່ເພິ່ງໄດ້ຮັບແຕ່ງຕັ້ງໃໝ່ "ແຜງ[ພື້ນທີ່]ເປັນເຢຍລະມັນ" (Germanise) ແລະໃຫ້ສັນຍາແກ່ທັງສອງວ່າ "ຈະບໍ່ມີການຕັ້ງຄຳຖາມ" ເຖິງວິທີການໃຊ້ ດ້ວຍຄວາມລຳຄານໃຈຂອງຮິມເລີ ຟອດແຕໃຫ້ຊາວໂປແລນທ້ອງຖິ່ນລົງນາມໃນແບບເຊິ່ງປະກາດວ່າພວກເຂົາມີເລືອດເຢຍລະມັນແລະບໍ່ຕ້ອງໃຊ້ເອກະສານຫຼັກຖານອື່ນປະກອບ ແຕ່ອີກດ້ານໜຶ່ງ ໄກແຊເລິ່ມການລົນນະລົງລ້າງເຊື້ອຊາດຢ່າງໂຫດຮ້າຍຕໍ່ປະຊາກອນໂປແລນໃນອຳນາດຂອງເຂົາ ໄກແຊຈົ່ມກັບຮິດແລວ່າຟອດແຕອະນຸຢາດໃຫ້ຊາວໂປແລນຫຼາຍພັນຄົນໄດ້ຮັບການຍອມຮັບວ່າເປັນຊາວເຢຍລະມັນ "ໂດຍເຊື້ອຊາດ" ແລະດັງນັ້ນ ໃນມຸມມອງຂອງໄກແຊຈຶງເປັນອັນຕະລາຍຕໍ່ "ຄວາມບໍລິສຸດທາງເຊື້ອຊາດ" ຂອງເຢຍລະມັນ ຮິດແລບອກຮິມເລີແລະໄກແຊໃຫ້ຍອມຮັບຄວາມຂັບຂ້ອງກັບຟອດແຕ ແລະບໍ່ໃຫ້ພາດພິງເຖິງເຂົາ ການຈັດການກັບກໍລະນີພິພາດຟອດແຕ-ໄກແຊນັ້ນ ໄດ້ຖືກພັດທະນາເປັນຕົວຢ່າງຂອງທິດສະດີ "ເຮັດວຽກມຸ່ງສູ່ຟືແລ" ຂອງເຄີຊໍ ໝາຍຄວາມວ່າ ຮິດແລສັ່ງການຢ່າງຄຸມເຄືອແລະຄາດຫວັງໃຫ້ຜູ້ໃຕ້ບັງຄັບບັນຊາຂອງເຂົາດຳເນິນນະໂຍບາຍນັ້ນເອງ
 
ອີກກໍລະນີພິພາດໜຶ່ງເກີດຂຶ້ນລະຫວ່າງຝ່າຍທີ່ແຕກຕ່າງກັນ ດ້ານໜຶ່ງ ນຳໂດຍຮິມເລີແລະໄກແຊ ສະໜັບສະໜຸນການກວາດລ້າງເຊື້ອຊາດໂປແລນ ແລະອີກດ້ານໜຶ່ງ ນຳໂດຍ[[ເກີລິງ]]ແລະ[[ຮັນຟຣັງ]] ຂ້າຫຼວງໃຫຍ່ດິນແດນເນຣັລກໍແວນເມນທ໌ໃນໂປແລນເຂດຍຶດຄອງຮຽກຮ້ອງໃຫ້ປ່ຽນໂປແລນແມ່ນ "ຍຸ້ງສາງ" ຂອງໄຣຊ໌ ໃນການປະຊຸມເຊິ່ງຈັດທີ່ຄະລຶຫາດຄາລິນຮັນຂອງເກີລິງເມື່ອວັນທີ່ 12 ກຸມພາ ຄ.ສ. 1940 ກໍລະນີພິພາດນີ້ເດີມໄດ້ຮັບການຕັດສິນເຫັນຊອບກັບມຸມມອງການສະແຫວງຫາປະໂຫຍດທາງເສດຖະກິດຂອງເກີລິງ-ຟຣັງເຊິ່ງຍຸດຕິການເນລະເທດຂະໜານໃຫຍ່ເຊິ່ງຮົບກວນເສດຖະກິດ ຢ່າງໃດກໍດີ ວັນທີ່ 15 ພຶດສະພາ ຄ.ສ. 1940 ຮິມເລີນຳສະເໜີຮິດແລດ້ວຍບັນທຶກຂໍ້ຄວາມ "ບາງຄະຕິວ່າດ້ວຍການປະຕິບັດຕໍ່ປະຊາກອນຕ່າງດ້າວໃນທາງຕາເວັນອອກເຊິ່ງຮຽກຮ້ອງໃຫ້ຂັບໄລ່ປະຊາກອນຍິວທັງເອີລົບໄປຍັງແອຟິກາແລະລົດຖານະປະຊາກອນໂປແລນເຫຼືອລົງແມ່ນ "ຊົນຊັ້ນແຮງງານໄຮ້ຜູ້ນຳ" ຮິດແລເອິ້ນບັນທຶກຂໍ້ຄວາມຂອງຮິມເລີວ່າ "ດີແລະຖຶກຕ້ອງ" ເຂົາລະເລີຍເກີລິງແລະຟຣັງ ແລະນຳນະໂຍບາຍຂອງຮິມເລີ-ໄກແຊໄປປະຕິບັດໃນໂປແລນ
 
==ອ້າງອີງ==