ພາສາລາວ: Difference between revisions

Content deleted Content added
No edit summary
ແຖວ 1:
'''ພາສາລາວ''' ແມ່ນພາສາລັດຖະການຂອງ [[ປະເທດລາວ|ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ]]. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນ ແລະຕ່າງປະເທດ. ພາສາລາວມີວັນນະຍຸດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ. ທາງລັດຖະບານປະເທດໄທມີການສະໜັບສະໜຸນໃຫ້ເອີ້ນພາສາລາວຖິ່ນໄທວ່າ ''ພາສາອີສານ''. ລະບົບການຂຽນຈະໃຊ້ ໂຕອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການຂຽນທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະມີຄວາມຄ້າຍຄຶງກັບພາສາໄທ ພາສາລາວແມ່ນພາສາໃນກຸ່ມພາສາໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ.
 
== ຄວາມເປັນມາຂອງພາສາລາວ ==
ພາສາລາວສືບທອດມາຈາກ [[ພາສາໄຕ]] ຢູ່ພາກໃຕ້ຂອງ[[ປະເທດຈີນ]]ເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະການປູກຝັງທຳນາຫາກິນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງ[[ແມ່ນ້ຳຂອງ]]. ການອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພາສາລາວ"