ບາງກອກ: Difference between revisions

Content deleted Content added
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
ແຖວ 37:
 
ຕໍ່ມາເມື່ອຮອດຄາວເສຍກຸງສີອະຍຸທະຍາໃນ[[ຄ.ສ. 1767]] ຫຼັງການກອບກູ້ອິສະຫຼະພາບຈາກພະມ້າ [[ສົມເດັດພະເຈົ້າກຸງທົນບຸລີ]]ຊົງສະຖາປະນາເມືອງທົນບຸລີສີມະຫາສະໝຸດໃຫ້ເປັນລາຊະທານີແຫ່ງໃໝ່ ເມື່ອວັນທີ່ [[3 ຕຸລາ]] [[ຄ.ສ. 1770]] ເມື່ອສິ້ນລາຊະການສົມເດັດພະເຈົ້າກຸງທົນບຸລີ ໃນວັນທີ່ 6 ເມສາ [[ຄ.ສ. 1782]] ສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ຂຶ້ນສະເຫວີຍລາຊະສົມບັດ ຊົງພະນາມວ່າ [[ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ]] ປະຖົມກະສັດແຫ່ງ[[ລາຊະວົງຈັກກີ]] ມີພະລາຊະດຳລິວ່າ ຟາກຕາເວັນອອກຂອງກຸງທົນບຸລີມີໄຊຍະພູມດີກວ່າຕາເວັນຕົກ ເພາະມີລຳນ້ຳເປັນຂອບເຂດຢູ່ກວ່າເຄິ່ງ ຫາກຂ້າສຶກຍົກມາຕິດຮອດຊານພະນະຄອນ ກໍຈະຕ່ອສູ້ປ້ອງກັນໄດ້ງ່າຍກວ່າຢູ່ຂ້າງຕາເວັນຕົກ ຈຶງໂປດເກົ້າໃຫ້ສ້າງກຸງລັດຕະນະໂກສິນຂຶ້ນທາງຝັ່ງຕາເວັນອອກຂອງແມ່ນ້ຳເຈົ້າພະຍາໃຫ້ເປັນລາຊະທານີແຫ່ງໃໝ່ ໂດຍສືບທອດສິລະປະກຳແລະສະຖາປັດຕະຍະກຳຈາກພະລາຊະວັງຫຼວງຂອງ[[ກຸງສີອະຍຸທະຍາ]]
 
ພະອົງມີພະບໍລົມລາຊະໂອງການໃຫ້[[ພະຍາທຳມາທິກອນ]]ກັບ[[ພະຍາວິຈິດນາວີ]] ເປັນແມ່ກອງຄຸມຊ່າງແລະໄພ່ໄປວັດກະທີ່ດິນເພື່ອສ້າງພະນະຄອນໃໝ່ໃນວັນທີ່ [[8 ເມສາ]] [[ຄ.ສ. 1782]] ຊົງປະກອບ[[ພິທີຍົກເສົາຫຼັກເມືອງ]] ເມື່ອວັນອາທິດ ເດືອນ 6 ຂຶ້ນ 10 ຍ່ຳຣຸ່ງແລ້ວ 9 ບາດ (54 ນາທີ) ປີຂານ [[ຈ.ສ. 1144]] ຈັດຕະວາສົກກົງກັບວັນທີ່ [[21 ເມສາ]] [[ຄ.ສ. 1782]] ເວລາ 6.54 ໂມງ<ref name="bkkstudy" /> ແລະຊົງປະກອບພະລາຊະພິທີປາບດາພິເສກໃນວັນທີ່ [[13 ມິຖຸນາ]] [[ຄ.ສ. 1782]] <ref name="bkkstudy">พระราชทานนามพระนครตามที่ได้กล่าวไว้[[#ชื่อเมือง|ข้างต้น]]แล้ว ://web.archive.org/20080821022318/city.bangkok.go.th/th/bangkok-history.php ความเป็นมากรุงเทพฯ]</ref>
 
== ສະຖານທີ່ສຳຄັນ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ບາງກອກ"