ສະຫຍາມ: Difference between revisions

Content deleted Content added
No edit summary
Tag: Mobile app edit
Tag: Mobile app edit
ແຖວ 25:
*ຊາວມະລາຍູແລະຜູ້ມີເຊື້ອສາຍມະລາຍູ (ຮວມເຖິງໃນປະເທດໄທ) ໃຊ້ຄຳເອິ້ນໄທວ່າ "ສະຫຍາມ" (ໂດຍໃນພາສາມະລາຍູປັດຕານີຈະອອກສຽງວ່າ ສິແຍ) ມາຈົນຮອດປັດຈຸບັນ (ດັງເຊັ່ນປາກົດເອກະສານຂອງກຸ່ມຜູ້ກໍ່ຄວາມບໍ່ສະຫງົບໃນບໍລິເວນຈັງຫວັດຊາຍແດນພາກໃຕ້)
* ໃນ[[ພາສາຂະເໝນ]] ຄຳວ່າ "ສະຫຍາມ" ໝາຍເຖິງ "ຂະໂມຍ" ໂດຍອອກສຽງວ່າ "ຊີ-ເອມ" ເມືອງສຽມຮຽບເຊິ່ງຢູ່ໄກ້ກັບນະຄອນວັດ ຈຶງມີຄວາມໝາຍວ່າ "ພວກຂະໂມຍພ່າຍແພ້" ດັງນັ້ນ ຄວາມໝາຍຂອງຄຳວ່າ "ສະຫຍາມ" ໃນພາສາຂະເໝນຈຶງໝາຍເຖິງ "ພວກຂະໂມຍປ່າເຖື່ອນ" ເນື່ອງຈາກຍຸກທີ່ຂອມເຣືອງອຳນາດມີຄົນໄທທີ່ອົບພະຍົບມາຈາກທາງເໜືອເຂົ້າສູ່ດິນແດນພາກອີສານເຊິ່ງອາດເຂົ້າມາໂດຍການກວາດຕ້ອນຂອງຊາວຂະເໝນເອງເພື່ອໃຊ້ເປັນແຮງງານໃນການສ້າງປາສາດຫິນຕ່າງໆ ຄຳວ່າ "ສະຫຍາມ" ຈຶງເປັນຄຳຂະເໝນທີ່ໃຊ້ເອິ້ນກຸ່ມຄົນໄທເຊິ່ງໃນເວລານັ້ນຊາວຂະເໝນຍັງມອງວ່າເປັນແຄ່ຄົນປ່າ ບົນຮູບສະລັກຝາຜະໜັງ ນະ ນະຄອນວັດ [[ປະເທດກຳປູເຈຍ]]ທີ່ສະແດງເຖິງກຳລັງພົນຈາກອານາເຂດຕ່າງ ໆ ທີ່ໄດ້ເຂົ້າມາຮ່ວມກັບ[[ພະເຈົ້າໄຊວໍລະມັນທີ 7]] ມີພາບກອງກຳລັງກອງໜຶ່ງທີ່ມີຄຳບັນຍາຍໃຕ້ພາບ "ເນະ ສະຍົມກຸກ" (ເນະ ສະຍຳກຸກ) ເຊິ່ງແປໄດ້ວ່າ "ນີ້ ສຽມກຸກ" ຫຼື "ນີ້ ຊາວສະຫຍາມ" ເປັນກອງກຳລັງຕ່າງຫາກຈາກກອງກຳລັງອານາຈັກລະໂວ້ ເຊິ່ງຮູບສະລັກຝາຜະໜັງໄດ້ສະລັກແຍກໄວ້ພ້ອມຄຳບັນຍາຍທີ່ແຕກຕ່າງກັນຢ່າງຊັດເຈນ ສັນນິຖານກັນວ່າອາດເປັນຄົນໄທ-ລາວກຸ່ມໃດກຸ່ມໜຶ່ງແຕ່ຍັງບໍ່ມີຂໍ້ສະລຸບທີ່ແນ່ຊັດເປັນທີ່ຍອມຮັບກັນ
 
* ໃນ[[ພາສາພະມ້າ]]ນັ້ນ ເອິ້ນ[[ຄົນໄທ]]ວ່າ "ຊ້ຽນ" ເຊິ່ງຖ້າເບິ່ງຈາກການຂຽນຈະໃຊ້ຕົວສະກົດເປັນຕົວ ມ (ຊຍ+ມ) ແຕ່ໃນພາສາພະມ້ານັ້ນອ່ານອອກສຽງຕົວສະກດ ມ ເປັນຕົວ ນ ຈຶງເຮັດໃຫ້ສຽງເອິ້ນຄຳວ່າ "ສະຫຍາມ" ພ້ຽນເປັນ "ຊ້ຽນ" ໃນປັດຈຸບັນ ຄົນໃນປະເທດພະມ້າມັກຈະເອິ້ນກຸ່ມຊົນທີ່ເວົ້າພາສາ [[ໄທ-ກະໄດ]] ຕ່າງໆວ່າ "ຊ້ຽນ" ຫຼືຊື່ປະເທດຫຼືພື້ນທີ່ຕາມດ້ວຍຊ້ຽນ ເຊັ່ນເອິ້ນ[[ຄົນໄທ]]ວ່າ "ໂຍ້ຕະຍ້າຊ້ຽນ" (ຄົນສະຫຍາມອະໂຍທະຍາ ເຊິ່ງເມື່ອກ່ອນ [[ອະຍຸທະຍາ]]ເປັນນະຄອນຫຼວງ) ຫຼືໄທ້ຊ້ຽນ (ຄົນສະຫຍາມໄທ), ແລະເອິ້ນ[[ລາວ (ກຸ່ມຊາດພັນ)|ຄົນລາວ]]ວ່າ "ລ່າໂອ່ຊ້ຽນ" (ຄົນສະຫຍາມລາວ), ເອິ້ນຄົນກຸ່ມຊົນໄຕໃນຈີນວ່າ "ຕະໂຍ້ວຊ້ຽນ" (ຄົນສະຫຍາມຈີນ ເຊິ່ງຄຳວ່າ "ຕະໂຍ້ວ" ໃນ[[ພາສາພະມ້າ]] ແປວ່າ ຈີນ) ແລະເອິ້ນຄົນ[[ໄທໃຫຍ່]]ວ່າຕ່ອງຍີ້ຊ້ຽນ (ສະຫຍາມ[[ຕອງຍີ|ຕ່ອງກີ໊]] ເຊິ່ງເປັນນະຄອນຫຼວງຂອງ[[ລັດສານ]]ໃນປັດຈຸບັນ ແລະຈິງໆ ແລ້ວຄຳວ່າ "[[ລັດສານ]]" ນັ້ນມັນຄື "ລັດສະຫຍາມ" ແຕ່ພະມ້າອອກສຽງພ້ຽນເປັນ "ຊ້ຽນ ປີ່ແໜ່" ຂຽນເປັນພາສາອັງກິດວ່າ Shan State ແລ້ວຄົນໄທກໍອອກສຽງພ້ຽນຈາກຄຳອັງກິດ "Shan" ເປັນ "ສານ" ຈຶງກາຍເປັນລັດສານຕາມການເອິ້ນຂອງ[[ຄົນໄທ]]ໃນປັດຈຸບັນ) ແລະທາງການລັດຖະບານພະມ້າກຳໜົດໃຫ້ຄົນ[[ໄທພັດຖິ່ນໃນເຂດຕະນາວສີ]] ມີສັນຊາດເປັນຊ້ຽນ ເຊັ່ນດຽວກັບຄົນໄທໃຫຍ່ໃນລັດສານ
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສະຫຍາມ"