ໄກສອນ ພົມວິຫານ: Difference between revisions
Content deleted Content added
ແຖວ 3:
== ປະຫວັດ ==
ທ່ານ ໄກສອນ ພົມວິຫານ ຫຼື Nguyen Cai Song ເປັນ ບຸດຂອງ ທ້າວລ້ວນ ຫຼື Nguyen Tri Loan ເປັນລັດຖະກອນແປພາສາ ທີ່ສຳນັກງານຜູ້ສຳເລັດຣາຊະການຝຣັ່ງ
ການຮຽນວິຊາກົດໝາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ກົນໄກການປົກຄອງແບບຫົວເມືອງຂື້ນຂອງຝຣັ່ງ ໄດ້ຮຽນຮູ້ກ່ຽວກັບຂະບວນການຕໍ່ສູ້ຂອງນັກຮຽນນັກສຶກສາ ທີ່ຮັກຊາດຕ້ານລັດທິລ່າເມືອງຂື້ນ ໃນຊ່ວງນັ້ນ ຂະບວນການຫວຽດມິນ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ໂດຍປະທານ ໂຮຈິມິນ ທ່ານໄກສອນໄດ້ສຶກສາເອກະສານສ່ິງພິມ ທີ່ເປັນສຽງຂອງພັກກອມມູນິດອິນດູຈີນ ລວມທັງເອກະສານອື່ນໆ ເຊັ່ນ: ເລີ ຕຣາວາຍ (Le Travail), ໜັງສືທິດສະດີປະຕິວັດ ເຊິ່ງໃນນັ້ນລວມທັງມະຕິຂອງກອງປະຊຸມສາກົນກອມມູນິດ ປີ ຄ.ສ 1919 ແລະ ໜັງສືອື່ນໆ ກ່ຽວກັບສະຫະພາບໂຊວຽດ
|