ສະຫຍາມ: Difference between revisions

Content deleted Content added
Tag: Mobile app edit
Tag: Mobile app edit
ແຖວ 22:
 
=== ຄຳທີ່ໄກ້ຄຽງກັບສະຫຍາມ ===
* ຕາມພາສາມອນ ເອິ້ນຄົນໄທວ່າ "ຫຼົ່ວເຊັມ" (ຫຼົ່ວ ພາສາມອນແປວ່າພວກແລະເຊັມແປວ່າສະຫຍາມ) ຈົນຮອດປັດຈຸບັນ
*ຊາວມະລາຍູແລະຜູ້ມີເຊື້ອສາຍມະລາຍູ (ຮວມເຖິງໃນປະເທດໄທ) ໃຊ້ຄຳເອິ້ນໄທວ່າ "ສະຫຍາມ" (ໂດຍໃນພາສາມະລາຍູປັດຕານີຈະອອກສຽງວ່າ ສິແຍ) ມາຈົນຮອດປັດຈຸບັນ (ດັງເຊັ່ນປາກົດເອກະສານຂອງກຸ່ມຜູ້ກໍ່ຄວາມບໍ່ສະຫງົບໃນບໍລິເວນຈັງຫວັດຊາຍແດນພາກໃຕ້)
* ໃນ[[ພາສາຂະເໝນ]] ຄຳວ່າ "ສະຫຍາມ" ໝາຍເຖິງ "ຂະໂມຍ" ໂດຍອອກສຽງວ່າ "ຊີ-ເອມ" ເມືອງສຽມຮຽບເຊິ່ງຢູ່ໄກ້ກັບນະຄອນວັດ ຈຶງມີຄວາມໝາຍວ່າ "ພວກຂະໂມຍພ່າຍແພ້" ດັງນັ້ນ ຄວາມໝາຍຂອງຄຳວ່າ "ສະຫຍາມ" ໃນພາສາຂະເໝນຈຶງໝາຍເຖິງ "ພວກຂະໂມຍປ່າເຖື່ອນ" ເນື່ອງຈາກຍຸກທີ່ຂອມເຣືອງອຳນາດມີຄົນໄທທີ່ອົບພະຍົບມາຈາກທາງເໜືອເຂົ້າສູ່ດິນແດນພາກອີສານເຊິ່ງອາດເຂົ້າມາໂດຍການກວາດຕ້ອນຂອງຊາວຂະເໝນເອງເພື່ອໃຊ້ເປັນແຮງງານໃນການສ້າງປາສາດຫິນຕ່າງໆ ຄຳວ່າ "ສະຫຍາມ" ຈຶງເປັນຄຳຂະເໝນທີ່ໃຊ້ເອິ້ນກຸ່ມຄົນໄທເຊິ່ງໃນເວລານັ້ນຊາວຂະເໝນຍັງມອງວ່າເປັນແຄ່ຄົນປ່າ ບົນຮູບສະລັກຝາຜະໜັງ ນະ ນະຄອນວັດ [[ປະເທດກຳປູເຈຍ]]ທີ່ສະແດງເຖິງກຳລັງພົນຈາກອານາເຂດຕ່າງ ໆ ທີ່ໄດ້ເຂົ້າມາຮ່ວມກັບ[[ພະເຈົ້າໄຊວໍລະມັນທີ 7]] ມີພາບກອງກຳລັງກອງໜຶ່ງທີ່ມີຄຳບັນຍາຍໃຕ້ພາບ "ເນະ ສະຍົມກຸກ" (ເນະ ສະຍຳກຸກ) ເຊິ່ງແປໄດ້ວ່າ "ນີ້ ສຽມກຸກ" ຫຼື "ນີ້ ຊາວສະຫຍາມ" ເປັນກອງກຳລັງຕ່າງຫາກຈາກກອງກຳລັງອານາຈັກລະໂວ້ ເຊິ່ງຮູບສະລັກຝາຜະໜັງໄດ້ສະລັກແຍກໄວ້ພ້ອມຄຳບັນຍາຍທີ່ແຕກຕ່າງກັນຢ່າງຊັດເຈນ ສັນນິຖານກັນວ່າອາດເປັນຄົນໄທ-ລາວກຸ່ມໃດກຸ່ມໜຶ່ງແຕ່ຍັງບໍ່ມີຂໍ້ສະລຸບທີ່ແນ່ຊັດເປັນທີ່ຍອມຮັບກັນ
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສະຫຍາມ"