ອູດແກະໃຫຍ່: Difference between revisions

Content deleted Content added
ແຖວ 2:
'''ອູດແກະໃຫຍ່''' <ref>ຈາກພາສາຈີນ 大羊駝</ref>ຫຼື '''ລາມາ''' ([[ພາສາຝະລັ່ງ|ຝະລັ່ງ]]: Lama) ເປັນ[[ສັດລ້ຽງລູກດ້ວຍນ້ຳນົມ]]ໃນ[[ຕະກູນອູດ]] (camelid) ມີຖິ່ນກຳເໜີດໃນ[[ທະວີບອາເມລິກາໃຕ້]].
== ລັກສະນະ ==
ອູດແກະໃຫຍ່ມີສ່ວນສູງໃນຊ່ວງໂຕເຕັມໄວຢູ່ຫວ່າງ 1.70 ແມັດ (5.5 ຟຸດ) ຫາ 1.80 ແມັດ (6 ຟຸດ) ໂດຍວັດແທກຈາກສ່ວນເທິງສຸດຂອງຫົວ. ມີນ້ຳໜັກໂຕຢູ່ຫວ່າງ 130-200 ກິໂລ (280-450 ປອນ). ໃນຍາມເກີດໃໝ່ ໆ ລູກອູດແກະໃຫຍ່ຈະມີນ້ຳໜັກຢູ່ຫວ່າງ 9-14 ກິໂລ (20-30 ປອນ). ມີຊ່ວງຊີວິດຢູ່ປະມານ 20-30 ປີ ອັນຂຶ້ນຢູ່ກັບການເບິ່ງແຍງ. ອູດແກະໃຫຍ່ເປັນສັດສັງຄົມແລະຢູ່ອາໄສຮ່ວມກັບອູດແກະໃຫຍ່ໂຕອື່ນ ໆ ໃນລັກສະນະຂອງ[[ຝູງສັດ]]. ຂົນສັດທີ່ຜະລິດຈາກອູດແກະໃຫຍ່ຈະມີຄວາມນຸ່ມອ່ອນລະມຸນຫຼາຍແລະບໍ່ມີ[[ລາໂລນິນ]] (ໄຂຈາກຂົນສັດ). ອູດແກະໃຫຍ່ເປັນສັດທີ່ສະຫຼາດຫຼັກແຫຼມແລະສາມາດຮຽນຮູ້ວຽກງານງ່າຍ ໆ ໄດ້ຫຼັງຈາກເຮັດຊ້ຳ ໆ ພຽງບໍ່ຈັກເທື່ອ. ເມື່ອ[[ຖົງ|ແບກຫາມສິ່ງຂອງ]] ອູດແກະໃຫຍ່ສາມາດແບກຫາມສິ່ງຂອງໄດ້ປະມາຍຮ້ອຍລະອູດແກະໃຫຍ່ສາມາດແບກຫາມສິ່ງຂອງໄດ້ປະມານຮ້ອຍລະ 25-30 ຂອງນ້ຳໜັກໂຕໃນການທຽວໃນໄລຍະ 8-13 ກິໂລແມັດ (5-8 ໄມ).
 
== ອ້າງອີງ ==