ຊາກດຶກດຳບັນ: Difference between revisions
Content deleted Content added
ແຖວ 32:
== ຄວາມສຳຄັນຂອງຊາກດຶກດຳບັນ ==
ຊາກດຶກດຳບັນທີ່ພົບໃນຫີນ ມີຄວາມສຳຄັນຢ່າງຍິ່ງ, ມັນສະແດງໃຫ້ເຫັນເຖິງວິວັດທະນາການຂອງສິ່ງທີ່ມີຊີວິດຊະນິດຕ່າງໆ, ໃຊ້ເປັນຕົວກຳນົດອາຍຸຂອງຫີນ ແລະ ນຳໃຊ້ມາເປັນຫຼັກຖານໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆ. ສິ່ງທີ່ນັກທໍລະນີວິທະຍາສົນໃຈເປັນພິເສດກ່ຽວກັບການນຳຊາກດຶກດຳບັນມາເປັນຕົວກຳນົດອາຍຸຂອງຫີນແມ່ນ [[ຊາກດຶກດຳບັນດັດຊະນີ]] (index fossils) ຊຶ່ງເປັນຊາກຂອງສິ່ງທີ່ມີຊີວິດທີ່ເຄີຍມີຊີວິດຢູ່ເທິງໂລກ, ມີການແຜ່ກະຈາຍທົ່ວໄປ ແຕ່ມີຊີວິຢູ່ໃນຊ່ວງສັ້ນໆ ເຊິ່ງການທີ່ພົບຊາກດຶກດຳບັນດັດຊະນີໃນຊັ້ນຫີນຕ່າງບໍລິເວນກັນ, ນັກທໍລະນີວິທະຍາສາມາດກຳນົດໄດ້ວ່າຫີນທີ່ພົບຊາກດຶກດຳບັນດັດຊະນີເຫຼົ່ານັ້ນມີອາຍຸໃນຊ່ວງດຽວກັນ. ແຕ່ແນວໃດກໍຕາມ, ໃນຊັ້ນຫີນຕ່າງໆ ອາດພົບຊາກດຶກດຳບັນດັດຊະນີໄດ້ຍາກ ດັ່ງນັ້ນອາດຈຳເປັນຕ້ອງໃຊ້ກຸ່ມຂອງຊາກດຶກດຳບັນໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆເຊິ່ງຈະມີຄວາມຖືກຕ້ອງກວ່າການໃຊ້ຊາກດຶກດຳບັນພຽງຊະນິດດຽວ.
|