ຊາກດຶກດຳບັນ: Difference between revisions

Content deleted Content added
ແຖວ 34:
ເມື່ອສຶກສາຈຳນວນຊາກດຶກດຳບັນທີ່ພົບໄດ້, ພົບວ່າມີປະລິມານໜ້ອຍຫຼາຍເມື່ອທຽບກັບປະລິມານສິ່ງທີ່ມີຊີວິດທັງຫຼາຍທີ່ເຄີຍມີຊີວິດຢູ່ໃນໂລກ. ຊາກສິ່ງທີ່ມີຊີວິດສ່ວນໃຫຍ່ຖືກທຳລາຍໄປຕາມທຳມະຊາດ. ດັ່ງນັ້ນ, ການເກັບຮັກສາຊາກສິ່ງທີ່ມີຊີວິດຈົນກະທັ້ງກາຍມາເປັນຊາກດຶກດຳບັນ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງມີສະພາວະທີ່ພິເສດ ເຊິ່ງໄດ້ແກ່: ການຕົກລົງຕົວ ແລະ ການຖືກເກັບຮັກສາໄວ້ຢ່າງວ່ອງໄວ ເພື່ອເປັນການປ້ອງກັນການຖືກທຳລາຍຈາກທຳມະຊາດ ແບະ ການທີ່ຕ້ອງມີສ່ວນທີ່ແຂງຂອງສິ່ງທີ່ມີຊີວິດ ເຊິ່ງເປັນສ່ວນທີ່ຖືກເກັບຮັກສາໄດ້ງ່າຍກວ່າສ່ວນທີ່ອ່ອນນຸ້ມ.
 
ຊາກດຶກດຳບັນທີ່ພົບໃນຫີນ ມີຄວາມສຳຄັນຢ່າງຍິ່ງ, ມັນສະແດງໃຫ້ເຫັນເຖິງວິວັດທະນາການຂອງສິ່ງທີ່ມີຊີວິດຊະນິດຕ່າງໆ, ໃຊ້ເປັນຕົວກຳນົດອາຍຸຂອງຫີນ ແລະ ນຳໃຊ້ມາເປັນຫຼັກຖານໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆ. ສິ່ງທີ່ນັກທໍລະນີວິທະຍາສົນໃຈເປັນພິເສດກ່ຽວກັບການນຳຊາກດຶກດຳບັນມາເປັນຕົວກຳນົດອາຍຸຂອງຫີນແມ່ນ [[ຊາກດຶກດຳບັນດັດຊະນີ]] (index fossils) ຊຶ່ງເປັນຊາກຂອງສິ່ງທີ່ມີຊີວິດທີ່ເຄີຍມີຊີວິດຢູ່ເທິງໂລກ, ມີການແຜ່ກະຈາຍທົ່ວໄປ ແຕ່ມີຊີວິຢູ່ໃນຊ່ວງສັ້ນໆ ເຊິ່ງການທີ່ພົບຊາກດຶກດຳບັນດັດຊະນີໃນຊັ້ນຫີນຕ່າງບໍລິເວນກັນ, ນັກທໍລະນີວິທະຍາສາມາດກຳນົດໄດ້ວ່າຫີນທີ່ພົບຊາກດຶກດຳບັນດັດຊະນີເຫຼົ່ານັ້ນມີອາຍຸໃນຊ່ວງດຽວກັນ. ແຕ່ແນວໃດກໍຕາມ, ໃນຊັ້ນຫີນຕ່າງໆ ອາດພົບຊາກດຶກດຳບັນດັດຊະນີໄດ້ຍາກ ດັ່ງນັ້ນອາດຈຳເປັນຕ້ອງໃຊ້ກຸ່ມຂອງຊາກດຶກດຳບັນໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆເຊິ່ງຈະມີຄວາມຖືກຕ້ອງກວ່າການໃຊ້ຊາກດຶກດຳບັນດັດພຽງຊະນິດດຽວດັ່ງນັ້ນອາດຈຳເປັນຕ້ອງໃຊ້ກຸ່ມຂອງຊາກດຶກດຳບັນໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆເຊິ່ງຈະມີຄວາມຖືກຕ້ອງກວ່າການໃຊ້ຊາກດຶກດຳບັນພຽງຊະນິດດຽວ.
 
ນອກຈາກປະໂຫຍດດທີ່ໃຊ້ໃນການຫາຄວາມສຳພັນຂອງຊັ້ນຫີນແລ້ວ, ຊາກດຶກດຳບັນຍັງຖືກນຳມາໃຊ້ໃນການບອກເຖິງສະພາບແວດລ້ອມການສະສົມຕົວຂອງຕະກອນນຳ ເຖິງແມ່ນວ່າສະພາບແວດລ້ອມການສະສົມຕົວອາດຈະໄດ້ຈາກການສຶກສາລາຍລະອຽດຂອງຊັ້ນຫີນ ແຕ່ຊາກດຶກດຳບັນອາດໃຫ້ລາຍລະອຽດທີ່ຫຼາຍກວ່າ.