ສົມບັດ ສົມພອນ: Difference between revisions

Content deleted Content added
No edit summary
No edit summary
ແຖວ 32:
ທ່ານສົມບັດຖືກລັກພາຕົວໄປໃນນະຄອນຫຼວງວຽງຈັນ ໃນຊຸມແລງຂອງມື້ທີ່ 15 ທັນວາ 2012 ກ້ອງວົງຈອນປິດ ໄດ້ສະແດງພາບທີ່ມີຕຳຫຼວດຮຽກເພີ່ນລົງມາຈາກລົດແລະນຳເພີ່ນຂື້ນລົດປິ໊ກອັບໄປ<ref>{{YouTube|c2kra80Tl3c|CCTV footage showing the abduction of Sombath Somphone}}</ref>ລັດຖະບານລາວໄດ້ປະຕິເສດການຮັບຜິດຊອບຂອງການຫາຍຕົວໄປຂອງເພີ່ນທັນທີ<ref>'Statement of the Lao spokesman on the Missing of Mr. Sombath Somphone', KPL news agency, 19 December 2012</ref>
 
ການຫາຍຕົວໄປຂອງທ່ານສົມບັດ ສົມພອນສ້າງຄວາມກັງວົນໃຫ້ກັບຄົນແລະລັດຖະບານທົ່ວໂລກ ຜູ້ແທນລະດັບສູງຂອງສະຫະພາບຍຸຣົບດ້ານການຕ່າງປະເທດ, ສຳນັກງານຂ້າຫຼວງໃຫຍ່ເພື່ອສິດທິມະນຸດສະຍະຊົນແຫ່ງສະຫະປະຊາຊົນ, ສະມາຊິກສະພາຈາກອາຊີແລະຍຸຣົບ ອົງກອນພັດທະນາເອກກະຊົນລະຫວ່າງປະເທດ (ເອັນຈີໂອ) ແລະອີກຫຼາຍໆອົງກອນ ໄດ້ຮຽກຮ້ອງໃຫ້ລັດຖະບານລາວດຳເນີນການທີ່ຄວນຈຳເປັນ ເພື່ອໃຫ້ແນ່ໃຈໃນການປ່ອຍຕົວຢ່າງປອດໄພຂອງເພີ່ນ <ref>[http://sombath.org/statements/ A collection of statements of concern relating to the disappearance of Sombath Somphone]</ref> ເດດມອນ ຕູຕູ ບິຊອບແຫ່ງອາຟິກາໃຕ້ ໄດ້ຂຽນຈົດໝາຍໄປຍັງ ທ່ານ[[ທອງສິງ ທຳມະວົງ]] ນາຍົກລັດຖະມົນຕີລາວ ໃຫ້ຮຽກຮ້ອງໃຫ້ມີການກວດສອບຢ່າງຟ້າວດ່ວນ ແຕ່ວ່າບໍ່ມີການຕອບສະໜອງຫຍັງເລີຍຈາກລັດຖະບານລາວ<ref>[http://sombath.org/2013/04/20/archbishop-tutu-speaks-out-for-sombath/ Archbishop Tutu speaks out for Sombath]</ref>
 
ໃນເດືອນມັງກອນ 2013 ອົງການນິລະໂທດສະກຳສາກົນ ຮຽກຮ້ອງລັດຖະບານໃຫ້ດຳເນີນການກ່ຽວກັບເຣື່ອງນີ້ໂດຍດ່ວນ <ref>[http://www.amnesty.org/en/library/asset/ASA26/001/2013/en/d23a96d5-c45e-4169-95f5-296e813effcd/asa260012013en.html Amnesty International: Lao Citizen Abducted, Not Seen or Heard From, 18 January 2013]</ref> ຕາມມາດ້ວຍການເຜີຍແຜ່ເອກະສານສະຫຼຸບການບັນຍາ 26 ໜ້າເຣື່ອງ ''ລາວ ຈັບຈາກກ້ອງ ການບັງຄັບການຫາຍຕົວຂອງທ່ານສົມບັດ ສົມພອນ'' (Laos: Caught on Camera - the enforced disappearance of Sombath Somphone)<ref>[http://www.amnesty.org/en/news/laos-must-ensure-return-disappeared-civil-society-leader-2013-06-13 Amnesty International: Laos must ensure return of disappeared civil society leader, 13 June 2013]</ref>
ແຖວ 44:
 
ລະຫວ່າງກອງປະຊຸມລະດັບສູງກັບລັດຖະບານລາວທີ່ຈັດຂື້ນຢູ່ນະຄອນຫຼວງວຽງຈັນໃນເດືອນພືດສະຈິກ ປີ 2013 ຈຳນວນຂອງຜູ້ບໍລິຈາກຕ່າງປະເທດສະແດງຄວາມກັງວົນຂອງພວກເຂົາກ່ຽວກັບການຫາຍຕົວໄປຂອງທ່ານສົມບັດ ຄຳສັ່ງຈາກອົງການພັດທະນາຍຸຣົບຮຽກຮ້ອງໃຫ້ລັດຖະບານລາວ ດຳເນີນການກວດສອບຢ່າງຄອບຄຸມແລະໃຫ້ມີຄວາມໂປ່ງໃສຂອງຄະດີນີ້ຢ່າງເຕັມທີ່ແລະໃຫ້ຄວາມຮ່ວມມືກັບໜ່ວຍງານຂອງສະຫະປະຊາຊາດ ເຊັ່ນ ຄະນະທີ່ເຮັດວຽກກ່ຽວກັບການບັງຄັບຄົນໃຫ້ສູນຫາຍໃນເຈນີວາ<ref>[http://sombathdotorg.files.wordpress.com/2013/11/13-11-19-eu-rtm-statement.pdf European Development Partners’ Statement at Lao PDR’s Round Table Meeting Vientiane, 19th November 2013]</ref>
 
 
ໃນມື້ທີ່ 15 ທັນວາ ປີ 2013 ຄົບຮອບໜື່ງປີຂອງການຫາຍສາບສູນຂອງທ່ານສົມບັດ ສົມພອນ ໄດ້ຖືກປະກາດໄວ້ໂດຍຖະແຫຼງການຂອງລັດຖະບານ ສະວິດເຊີແລນ,ອັງກິດ ແລະສະຫະລັດອະເມລິກາ<ref>[http://sombath.org/statements/ Global Concern - a complete list of statements made by international organisations]</ref>ແລະການເດີນຂະບວນປະທ້ວງສະຖານທູດລາວໃນບາງກອກ<ref>[http://www.bangkokpost.com/news/local/384961/activists-hold-rally-at-lao-embassy Bangkok Post - Rally at Lao embassy for missing activist]</ref>ໂຕກຽວ<ref>[http://iwj.co.jp/wj/open/archives/116307 Action in front of the Lao embassy in Tokyo (article in Japanese)]</ref> ແລະແຄນເບີລາ ອົງການນິລະໂທດສະກຳສາກົນອອກມາຮຽກຮ້ອງອີກເທື່ອເພື່ອໃຫ້ມີການດຳເນີນການເຣື່ອງນີ້<ref>[http://www.amnesty.org/en/library/info/ASA26/005/2013/en Laos: Further information: Fears grow for Lao civil society leader]</ref>ຂະນະທີ່ເອັນຈິໂອອາຊີ 62 ກຸາມ ໄດ້ຮຽກຮ້ອງໃຫ້ມີການສອບສວນໃໝ່ <ref>[http://www.fidh.org/en/asia/laos/14385-sombath-somphone-one-year-on-62-ngos-call-for-a-new-investigation-into-his Sombath Somphone one year on: 62 NGOs call for a new investigation into his enforced disappearance]</ref> ຂະນະທີ່ ຄະນະລາຍງານພິເສດກ່ຽວກັບສິດທິເສລີພາບໃນການຊຸມນຸມໂດຍສະຫງົບແຫ່ງສະຫະປະຊາຊາດ ໄດ້ຂໍໃຫ້ລັດຖະບານລາວ ໃຫ້ຄວາມຮ່ວມມືເຕັມທີ່ກັບ ຄະນະມົນຕີສິດທິມະນຸດສະຍະຊົນແຫ່ງສະຫະປະຊາຊາດ<ref>[http://www.ohchr.org/FR/NewsEvents/Pages/DisplayNews.aspx?NewsID=14103&LangID=E A year on, the enforced disappearance of Sombath Somphone continues with impunity in Lao PDR]</ref>
 
 
ສື່ນານາຊາດຍັງໄດ້ລາຍງານການຫາຍຕົວໄປຂອງທ່ານສົມບັດ ເຊັ່ນ [[:th:บีบีซี|ບີບີຊີ]], [[:th:อัลญะซีเราะฮ์|ອັນ ຈາຊີຣ່າ]] [[:en:Fox News|ຟ໊ອກຊ໌ນິວສ໌]], [[:th:ดอยช์ เวเลย์|ດອຍຊ໌ ເວເລຍ໌]], [[:th:เลอมงด์|ເລີມງ]], [[:en:The Guardian|ເດິ ກາດຽນ]], [[:th:เดอะวอลล์สตรีทเจอร์นัล|ເດິວໍສະຕີດເຈິນັລ]], [[:en:ABC Australia|ເອບີຊີ ອອສເຕຣເລຍ]] ແລະສື່ອື່ນໆອີກຫຼາຍ<ref>[http://sombath.org/news/ Links to more than 175 news reports on the disappearance of Sombath Somphone]</ref>
 
 
== ອ້າງອິງ ==