ໝາກຟະລຳບວດ: Difference between revisions

Content deleted Content added
ໜ້າໃໝ່: '''ໝາກຟະລຳບວດ''' ({{lang-fr|framboise}}) ຫຼື '''ໝາກແລສະເບີລີ້''' ({{lang-en|raspberry}}) ຫຼື '''ເບຕົ້ນ...
 
No edit summary
ແຖວ 1:
'''ໝາກຟະລຳບວດ''' ({{lang-fr|framboise, ''ຟຣັມບວສ''}}) ຫຼື '''ໝາກແລສະເບີລີ້''' ({{lang-en|raspberry}}) ຫຼື '''ເບຕົ້ນໄມ້''' ({{lang-zh|樹莓}}) ແມ່ນຊື່ເອີ້ນ[[ໝາກໄມ້]]ຫຼາຍຊະນິດໃນສະກຸນ ''[[Rubus]]'' (ສະກຸນດຽວກັບ[[ໝາກເບດຳ]]) ສ່ວນໃຫຍ່ຢູ່ໃນສະກຸນຍ່ອຍ ''[[Idaeobatus]]''. ມີຕົ້ນກຳເໜີດມາຈາກແຖບ[[ເອີລົບ]] ລູກໝາກຟະລຳບວດສາມາດຮັບປະທານໄດ້ ເຊິ່ງມີທັງລົດຫວານແລະສົ້ມ. ລູກມີສີແດງຂະໜາດນ້ອຍແລະຍັງແມ່ນໝາກໄມ້ທາງການຄ້າທີ່ສຳຄັນ ສາມາດຈະເລີນເຕິບໂຕໄດ້ຢ່າງກວ້າງຂວາງທຸກສະພາບພູມິອາກາດທົ່ວໂລກແຕ່ນິຢົມປູກກັນໃນພື້ນທີ່ທີ່ມີອາກາດໜາວເຊັ່ນ[[ເອີລົບ]]ແລະ[[ອາເມລິກາ]]. ລຳຕົ້ນແລະໂຕຕົ້ນກັມີຄວາມແຂງແຮງຫຼາຍ ສາມາດຂະຫຍາຍພັນໄປໄດ້ເລື້ອຢ ໆ ບໍ່ມີຂີດຈຳກັດ ເຊິ່ງເປັນຜົນມາຈາກການທີ່ມັນສາມາດງອກລຳຕົ້ນໃໝ່ຈາກລຳຕົ້ນເດີມໄດ້ແລະເຫງົ້າຂອງມັນຈະເຈາະເລິກລົງໄປໃນດີນ ສ່ວນໃບກໍ່ສາມາດນຳໄປເຮັດຢາໄດ້. ການເກັບກ່ຽວນິຍົມເກັບກ່ຽວໃນຊ່ວງທີ່ໝາກສຸກງອມ ໂດຍໃຫ້ເບິ່ງຈາກລູກຈະມີສີເຂັ້ມສົດ (ສີແດງ, ມ່ວງ, ດຳ) ໃນຊ່ວງນີ້ລູກຈະມີຄວາມຫວານມາກຈຶ່ງເໝາະສຳລັບນຳໄປຮັບປະທານຫຼືນຳໄປເຮັດໝາກໄມ້ກວນແລະເໝາະທີ່ຈະນຳໄປເຮັດຂອງກິນຢ່າງອື່ນທັງຂອງຄາວແລະຂອງຫວານ.