ໄມໂຄຣຊອບ ວິນໂດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 33:
 
== Windows NT 3.5 ==
Windows NT 3.5 ຖືກສະເໜີເມື່ອວິນທີ່ 21 ເດືອນກັນຍາ [[ພ.ສ. 2537]] ເຊິ່ງແມ່ນລຸ້ນຖັດຈາກ Windows NT 3.1, ໂດຍຈຸດປະສົງຫຼັກຂອງ Microsoft ໃນການພັດທະນາ Windows NT 3.5 ແມ່ນການຕື່ມຄວາມໄວໃນການເຮັດວຽກຂອງລະບົບ Windows, ລວມທັງໃສ່ຄວາມສາມາດອື່ນໆອີກ ເຊັ່ນ VFAT ເຊິ່ງເຮັດໃຫ້ສາມາດຕັ້ງຊື່ໄຟລ໌ຕ່າງໆໄດ້ສູງສຸດ 255 ໂຕອັກສອນ, ແລະຄວາມຕ້ອງການຂັ້ນຕ່ຳຂອງລະບົບຍັງນ້ອຍກວ່າ Windows NT 3.1, ເຮັດໃຫ້ Windows NT 3.5 ສາມາດຄອບຄຸມເຄື່ອງຄອມພິວເຕີໄດ້ຫຼາຍຂຶ້ນ.
 
ແຕ່ Windows NT 3.5 ບໍ່ສາມາດຕິດຕັ້ງໄດ້ໃນຄອມພິວເຕີທີ່ບໍ່ມີໄດຣເວີສຳລັບອະແດັບເຕີກາດ PCMCIA, ແລະບໍ່ສາມາດຕິດຕັ້ງໃນຄອມພິວເຕີໃດໆທີ່ໃຊ້ໜ່ວຍປະມວນຜົນລຸ້ນທີ່ໃໝ່ກວ່າ Intel P4 ໄດ້.
 
Windows NT 3.5 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]]
 
== Windows 95 ==
Windows 95 ຖືກສະເໜີເມື່ອວັນທີ່ 24 ເດືອນສິງຫາ [[ພ.ສ. 2538]], ເຊິ່ງແມ່ນລຸ້ນຖັດຈາກ Windows 3.1, ແລະແມ່ນ Windows ລຸ້ນທຳອິດທີ່ມີກຸ່ມເປົ້າໝາຍເປັນຜູ້ໃຊ້ທົ່ວໄປ, ເຊິ່ງລວມ DOS ເປັນສ່ວນໜຶ່ງຂອງ Windows (ຍັງມີ DOS ຢູ່ໃນລະບົບ, ແຕ່ບໍ່ໄດ້ແຍກກັນໃຊ້), ແລະສາມາດເຮັດວຽກໄດ້ທັງແບບ 16-bit ແລະ 32-bit, ອີກທັງມີການນຳໃຊ້ Start Menu (ປຸ່ມເລີ່ມ ຢູ່ດ້ານຊ້າຍລຸ່ມ) ແລະແຖບງານ (ເປັນກ່ອງຢູ່ຂ້າງລຸ່ມຂອງໜ້າຈໍ ເຊິ່ງໃຊ້ສະແດງໂປຣແກຣມຕ່າງໆທີ່ໃຊ້) ເປັນຄັ້ງທຳອິດ, ເຊິ່ງ Windows ລຸ້ນປັດຈຸບັນກໍຍັງໃຊ້ຮູບແບບດຽວກັບ Windows 95, ພຽງແຕ່ປັບປຸງຮູບໂສມພາຍນອກໃຫ້ທັນສະໄໝຂຶ້ນເທົ່ານັ້ນເອງ, ແລະຄວາມສາມາດໃໝ່ໆທີ່ໃສ່ມາຫຼວງຫຼາຍ ສຳລັບຜູ້ໃຊ້ທົ່ວໄປ, ເຮັດໃຫ້ Windows 95 ປະສົບຜົນສຳເລັດຢ່າງຍິ່ງ, ເຮັດໃຫ້ຈຳນວນຜູ້ໃຊ້ Windows 95 ສູງທີ່ສຸດໃນປະຫວັດການຂອງ Windows.
 
Windows 95 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]]
== Windows NT 4.0 ==