ເສືອ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
[[ຮູບ:Panthera tigris tigris.jpg|thumbnail|right|ເສືອ]]
'''ເສືອ''' (ອັງກິດ: big cattiger) ແມ່ນ[[ສັດລ້ຽງລູກດ້ວຍນ້ຳນົມ]]ໃນ[[ວົງຟິລິດີ]] ອັນເປັນວົງດຽວກັບ[[ແມວ]]ໂດຍຊະນິດທີ່ເອີ້ນວ່າເສືອມັກມີຂະໜາດລຳໂຕຄ່ອນຂ້າງໃຫຍ່ກວ່າ ແລະອາໄສຢູ່ພາຍໃນ[[ປ່າ]]. ຂະໜາດຂອງລຳໂຕປະມານ ໑໖໘-໒໒໗ ຊັອງຕິແມັດແລະໜັກປະມານ ໑໘໐-໒໔໕ ກິໂລກຳ, [[ຮູມ່ານຕາ]]ກົມ ເປັນສັດກິນ[[ຊີ້ນ]]ກຸ່ມໜຶ່ງ ມີລັກສະນະແລະຮູບຮ່າງຮວມທັງພຶດຕິກຳອັນເປັນເອກະລັກ ແຕກຕ່າງແຕ່ສັດໃນກຸ່ມອື່ນ. ຫາກິນຍາມ[[ກາງຄືນ]] ມີຖິ່ນກຳເນີດໃນປ່າ. ເສືອສ່ວນຫຼາຍຍັງມີຄວາມສາມາດໃນການປີນປ່າຍກົກໄມ້ ເຊິ່ງຍົກເວ້ນ[[ເສືອຊີຕ້າ]]. ເສືອທຸກຊະນິດມີກາມທີ່ສັ້ນແລະແຂງແຮງ ມີແຂ້ວ ໒ ຄູ່ສຳລັບກັດເຫຍື່ອ. ທົ່ວທັງຫຼ້າມີສັດທີ່ຢູ່ໃນວົງເສືອແລະແມວປະມານ ໓໗ ຊະນິດ ອັນຮວມທັງ[[ແມວບ້ານ]]ນຳ.
 
ເສືອຈັດເປັນສັດນັກລ່າທີ່ມີຄວາມສະຫງ່າງາມໃນໂຕເອງ ໂດຍສະເພາະແມ່ນເສືອສ່ຳໃຫຍ່ທີ່ເບິ່ງເປັນຕາເກງຂາມ ບໍ່ວ່າຊິເປັນ[[ເສືອໂຄ່ງ]]ຫຼື[[ເສືອດາວ]].ຜູ້ທີ່ພໍ້ເຫັນເສືອໃນເທື່ອທຳອິດມັກເກີດຄວາມປະທັບໃຈໃນຄວາມສະຫງ່າງາມ ແຕ່ໃນຂະນະດຽວກັນກໍເກີດຄວາມຫວາດຫວັ່ນເກງຂາມໃນພະລະ[[ອຳນາດ]]ພາຍໃນໂຕຂອງພວກມັນ. ເສືອຈັ່ງໄດ້ຮັບການຍົກຍໍໃຫ້ເປັນ[[ລາຊາ]]ແຫ່ງ[[ສັດປ່າ]] ແລະເປັນເຈົ້າແຫ່ງນັກລ່າຢ່າງແທ້ຈິງ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ເສືອ"