ໄມໂຄຣຊອບ ວິນໂດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 3:
'''Microsoft Windows''' (ໄມໂຄຣຊອບ ວິນໂດ)ແມ່ນ[[ລະບົບປະຕິບັດການ]]ເຊິ່ງພັດທະນາໂດຍບໍລິສັດ[[ໄມໂຄຣຊອບ]]ສະເໜີປີ [[ພ.ສ. 2528]] (ຄ.ສ. 1985 ໂດຍລຸ້ນທຳອິດຂອງວິນໂດວສ໌ ແມ່ນ ວິນໂດ 1.0) ແລະຄອບງໍາຄວາມນິຍົມໃນຕະຫຼາດຄອມພິວເຕີສ່ວນໂຕ ຫຼາຍກວ່າ 90% ຂອງການໃຊ້ງານທົ່ວໂລກ ລາຍລະອຽດໂດຍແບບສັ້ນໆ ຂອງວິນໂດລຸ້ນຕ່າງໆ ລຽນຕາມລໍາດັບການສະເໜີປີ ເປັນດັ່ງຕໍ່ໄປນີ້.
 
== Windows 1.0 ==
== ລຸ້ນຕອນຕົ້ນ ==
[[Windows 1.0]] ແມ່ນສະພາບການເຮັດວຽກລຸ້ນທຳອິດຂອງ Windows ຖືກສະເໜີຢ່າງເປັນທາງການໃນວັນທີ່ 20 ເດືອນພະຈິກ [[ພ.ສ. 2528]], ເຊິ່ງມີສະພາບການເຮັດວຽກແບບ 16-bit ເຊິ່ງຖືກເອີ້ນວ່າ ສະພາບການເຮັດວຽກ (Operating Environments) ເພາະວ່າ Windows 1.0 ຍັງບໍ່ສາມາດເຮັດວຽກໄດ້ດ້ວຍໂຕເອງ, ແລະຈຳເປັນຕ້ອງມີລະບົບປະຕິບັດການແຍກມາດ້ວຍ, ເຊິ່ງລະບົບດັ່ງກ່າວແມ່ນ [[DOS]], ເຊິ່ງ Windows ເຮັດໄດ້ພຽງການຕິດຕໍ່ກັບຜູ້ໃຊ້ເທົ່ານັ້ນ, ເມື່ອຜູ້ໃຊ້ປ້ອນຄຳສັ່ງໃດໆແລ້ວ, Windows ຊິເອີ້ນໃຊ້ຄຸນສົມບັດຕ່າງໆຈາກ DOS, ເມື່ອໄດ້ຜົນການເຮັດວຽກອອກມາແລ້ວ, Windows ກໍຊິສະແດງຜົນອອກມາໃຫ້ກັບຜູ້ໃຊ້ອີກເທື່ອໜຶ່ງ, Windows ໃນຕອນນັ້ນສາມາດເອີ້ນວ່າແມ່ນລະບົບປະຕິບັດການໄດ້, ແຕ່ແມ່ນໂຕສະແດງຜົນສ່ວນໜ້າຂອງ DOS ເທົ່ານັ້ນ, ເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ງານຄອມພິວເຕີງ່າຍກວ່າການຕິດຕໍ່ກັບ DOS ໂດຍກົງ. ແລະຕັ້ງແຕ່ລຸ້ນທຳອິດ, Windows ກໍໄດ້ເປັນຄູ່ແຂ່ງກັບ Macintosh, ເຊິ່ງເປັນຜະລິດຕະພັນທີ່ມີລັກສະນະຄ້າຍກັນ ຈາກ Apple, ແຕ່ໃນຊ່ວງທຳອິດ ພາບການແຂ່ງຂັນຍັງບໍ່ຊັດເຈນຫຼາຍ
Windows 1.0 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
 
== Windows 32.0 ແລະ 3.1 ==
[[Windows 2.0]] ຖືກສະເໜີເມື່ອວັນທີ່ 1 ເດືອນພະຈິກ [[ພ.ສ. 2530]], Windows 2.0 ຍັງຕ້ອງໃຊ້ DOS ເຊັ່ນດຽວກັບ Windows 1.0. ແຕ່ມີຄວາມສາມາດຫຼາຍກວ່າ Windows 1.0 ແມ່ນ ສາມາດເປີດຫຼາຍໆໂປຣແກຣມໄດ້, ແລະມີໂປຣແກຣມ Microsoft Word ແລະ Microsoft Excel ລວມທັງປຸ່ມ Minimize, Maximize ແລະປຸ່ມລັດອື່ນໆຂຶ້ນເປັນຄັ້ງທຳອິດ, ເຊິ່ງໃນຊ່ວງຂອງ Windows 2.0 ຄ້າຍກັບ Macintosh ຫຼາຍ, ຈົນເກີດຄະດີຟ້ອງຮ້ອງກັນລະຫວ່າງບໍລິສັດເຈົ້າຂອງລິຂະສິດ 2 ແຫ່ງ ໄດ້ແກ່ Microsoft ແລະ Apple.
 
Windows 2.0 ຍັງບໍ່ປະສົບຄວາມສຳເລັດຫຼາຍ, ແຕ່ກໍມີກະແສຕອບຮັບແລະການສະໜັບສະໜູນຈາກຜູ້ພັດທະນາຊອບແວຫຼາຍກວ່າ Windows 1.0, ແລະຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
 
== Windows 2.1 ==
[[Windows 2.1]] ຖືກສະເໜີໃນວັນທີ່ 27 ເດືອນພຶດສະພາ [[ພ.ສ. 2531]], ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, Windows ລຸ້ນນີ້ມີ 2 ລຸ້ນຍ່ອຍ ແມ່ນ 286 ແລະ 386 ເຊິ່ງເຮັດວຽກກັບໜ່ວຍປະມວນຜົນ Intel 80286 ແລະ 80386 ເຊິ່ງຖືວ່າປະສົບຄວາມສຳເລັດຢູ່, ແຕ່ບໍ່ຫຼາຍ.
 
ໃນປີ [[ພ.ສ. 2532]], ທາງບໍລິສັດ Microsoft ໄດ້ສະເໜີລຸ້ນປັບປຸງຂອງ Windows 2.1 ເຊິ່ງແມ່ນ Windows 2.11, ເຊິ່ງຄ້າຍກັບລະບົບ Service Pack ໃນປັດຈຸບັນ ແລະຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
 
== Windows 3.0 ==
Windows 3.0 ຖືກສະເໜີໃນວັນທີ່ 22 ເດືອນພຶດສະພາ [[ພ.ສ. 2533]], ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, ແລະໃຊ້ໜ່ວຍປະມວນຜົນອັນດຽວກັບ Windows 2.1, ແຕ່ໃນ Windows 3.0 ກໍໄດ້ມີການອອກແບບສ່ວນຕິດຕໍ່ກຣາຟິກກັບຜູ້ໃຊ້ (Graphical User Interface : GUI) ໃໝ່, ແລະມີລະບົບການບໍລິຫານ ROM ແລະ RAM ທີ່ມີປະສິດທິພາບຫຼາຍກວ່າລຸ້ນກ່ອນໜ້າ, ແລະປ່ຽນໂປຣແກຣມຈັດການໄຟລ໌ (File Manager) ແລະໂປຣແກຣມຕ່າງໆ ໃນ DOS ໃໝ່ທັງໝົດ. ເຮັດໃຫ້ການແລ່ນໂປຣແກຣມຕ່າງໆງ່າຍຂຶ້ນ ແລະຍັງມີປະສິດທິພາບທີ່ສູງຂຶ້ນຢ່າງຫຼາຍ, ລວມທັງຍັງມີໂປຣແກຣມໃໝ່ໆຕິດຕັ້ງມາກັບ Windows ດ້ວຍ ແມ່ນ Notepad ແລະເກມຕ່າງໆ, ເຊິ່ງເຮັດໃຫ້ Windows 3.0 ປະສົບຄວາມສຳເລັດຢ່າງຫຼາຍ, ແລະເປັນຄູ່ແຂ່ງກັບ Macintosh ຂອງ Apple ຢ່າງຊັດເຈນ.
 
Windows 3.0 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
 
== Windows 3.1 ==
 
== Windows 95/98/Me ==