ເໝ້ນ: Difference between revisions

Content deleted Content added
Interlanguage links have automatically migrated to Wikidata at d:q1223829.
No edit summary
ແຖວ 1:
{{Taxobox
| image = Baumstachler.jpg
| image_width = 250px
| image_caption = ເໝ້ນບໍ່ຊາບຊະນິດໃນ [[Erethizontidae|ວົງເໝ້ນໂລກໃໝ່]] (Erethizontidae)
| regnum = [[Animal]]ia
| phylum = [[Chordata]]
| classis = [[Mammal]]ia
| ordo = [[Rodentia]]
| subordo = '''[[Hystricomorpha]]'''
| subordo_authority = Brandt, [[ຄ.ສ. 1855|1855]]
| infraordo = [[Hystricognatha]]
| subdivision_ranks = [[ວົງ (ຊີວະສາດ)|ວົງ]]ແລະ[[genus|ສະກຸນ]]
| subdivision = <center>ເບິ່ງໃນເນື້ອຫາ</center>
}}
'''ເໝ້ນ''' ([[ພາສາອັງກິດ|ອັງກິດ]]: Porcupine, ອັນດັບຍ່ອຍ: Hystricomorpha) ແມ່ນອັນດັບຍ່ອຍຂອງ[[ສັດລ້ຽງລູກດ້ວຍນ້ຳນົມ]] ໃນອັນດັບ[[ສັດແຂ້ວແທະ]] (Rodentia). ໃຊ້[[ຊື່ວິທະຍາສາດ]]ວ່າ Hystricomorpha.
 
ໂດຍຄຳວ່າ Hystricomorpha ນັ້ນມາຈາກ[[ພາສາລະແຕັງພາສາລາແຕັງ]] ຄຳວ່າ hystrix ໝາຍເຖິງ "ເໝ້ນ" ແລະ[[ພາສາເກັກ]]ຄຳວ່າ morphē ໝາຍເຖິງ "ຮູບຮ່າງ".
 
ໂດຍສັດທີ່ຮູ້ຈັກກັນເປັນຢ່າງດີຂອງອັນດັບຍ່ອຍນີ້ແມ່ນ ເໝ້ນ ອັນເປັນສັດລ້ຽງລູກດ້ວຍນ້ຳນົມສ່ຳກາງຄ່ອນຂ້າງໄປທາງໃຫຍ່ ທີ່ມີຈຸດເດ່ນ ແມ່ນ ຂົນເທິງໂຕທີ່ເປັນໜາມແຫຼມ ໃຊ້ສຳລັບປ້ອງກັນໂຕ. ກະຈາຍພັນໄປໃນແຫຼ່ງຮ້ອນແລະແຫຼ່ງອົບອຸ່ນທົ່ວທັງໂລກ ຄື [[ທະວີບອາຊີ]], [[ແອຟລິກອາຟະລິກ]], [[ອະເມລິກາເໜືອ]]ແລະ[[ອະເມລິກາໃຕ້]] ອັນແບ່ງອອກໄດ້ຕື່ມເປັນ 2 ວົງ.
 
ເໝ້ນ ເປັນສັດທີ່ມີຄວາມເຊື່ອວ່າສະບັດຂົນເຂົ້າໃສ່ສັດຕູໄດ້ ແຕ່ຄວາມແທ້ແລ້ວບໍ່ໄດ້ເປັນເຊ່ນນັ້ນ. ເມື່ອເໝ້ນພໍ້ສັດຕູຈະຟ້າວຫັນຫຼັງໃຫ້ ແລ້ວແລ່ນໜີໄປພ້ອມທັງສັ່ນຂົນໃຫ້ເກີດສຽງດັງກາວໆ ເປັນການເຕືອນ ບໍ່ໃຫ້ຜູ້ເຮັດຮ້າຍເຂົ້າໃກ້. ແຕ່ຄັນຫາກສັດຕູຍັງແລ່ນໄລ່ຢູ່ ເໝ້ນຈະຟ້າວເຊົາທັນທີ ພ້ອມທັງພອງຂົນໃຫ້ຕັ້ງຊັນ ແລະແລ່ນຖອຍຫຼັງເຂົ້າຫາ. ສັດຕູທີ່ແລ່ນຕາມບໍ່ສາມາດຈະຢຸດໄດ້ທັນຈັ່ງຖືກຂົນເໝ້ນສຽບ. ຂົນເໝ້ນຈະຫຼົ່ນຈາກຕົວເມ່ນໄດ້ງ່າຍຫຼາຍ. ມັກຈະຕິດໄປກັບສັດທີ່ເຂົ້າມາເຮັດຮ້າຍທຸກເມື່ອແລະອາດເຮັດໃຫ້ສັດຕູຕາຍໄດ້. ໃນຍາມແຕ່ກ່ອນ ຜູ້ລ່າເນື້ອທີ່ເຂົ້າໄປ[[ລ່າສັດ]]ມັກຈະເອົາ[[ໝາ]]ໄປນຳເພື່ອຊ່ວຍດົມກິ່ນແລະຄົ້ນຫາ[[ສັດປ່າ]] ຄັນພໍ້ເຫັນ ເໝ້ນມັນຈະແລ່ນໄລ່ທັນທີ ເມື່ອເໝ້ນເຊົາແລ່ນ ໝາຈະແລ່ນຕຳເໝ້ນທັນທີຈັ່ງມັກໄດ້ຮັບບາດເຈັບແລະມີຂົນເໝ້ນຕິດຕາມຕົວ. ເມື່ອເຈ້າຂອງໝາພໍ້ເຂົ້າຈຶ່ງຄຶດວ່າເໝ້ນສະບັດຂົນເຂົ້າໃສ່ ເຮັດໃຫ້ມີຄວາມເຊື່ອຜິດໆ ສືບຕາມກັນມາ.
 
[[ໝວດ:ສັດລ້ຽງລູກດ້ວຍນ້ຳນົມ|ໝເ້ນ]]
 
[[de:Stachelschwein]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ເໝ້ນ"