ກາເຟ: Difference between revisions

Content deleted Content added
Bot: Migrating 133 langlinks to Wikidata - d:q8486
No edit summary
ແຖວ 3:
 
ແມ່ນທີ່ເຊື່ອກັນວ່າສັບພະຄຸນຊູກຳລັງຈາກມະເລັດຂອງຕົ້ນກາເຟນັ້ນຖືກພໍ້ເປັນເທື່ອທຳອິດໃນ[[ເຢເມນ]] ແຖບອາລະເບຍ ແລະທາງຕະເວັນອອກສຽງເໜືອຂອງ[[ເອທິໂອເປຍ]] ແລະການປູກຕົ້ນກາເຟໃນສະໄໝທຳອິດໄດ້ແພ່ຂະຫຍາຍໃນໂລກ[[ອາຫຼັບ]]. ຫຼັກຖານບັນທຶກວ່າການດື່ມກາເຟໄດ້ປາກົດຂຶ້ນຮາວກາງຄິດສັດຕະວັດທີ່ 15 ອັນແມ່ນຫຼັກຖານເຊິ່ງເຊື່ອຖືໄດ້ ແລະເກົ່າແກ່ທີ່ສຸດ. ຖືກພໍ້ໃນວິຫານຊູຟີ ໃນເຢເມນ ແຖບອາລະເບຍ ແຕ່ໂລກ[[ມຸດສະລິມ]]. ກາເຟໄດ້ແພ່ຂະຫຍາຍໄປຍັງທະວີບເອີລົບ ອິນໂດນີເຊຍ ແລະທະວີບອະເມລິກາ. ໃນລະຫວ່າງທີ່ກາເຟເລີ່ມເດີນທາງແຕ່ທະວີບອະເມລິກາເໜືອແລະຕະເວັນອອກກາງສູ່ທະວີບເອີລົບ ກາເຟໄດ້ຖືກສົ່ງກາຍໄປຍັງຊິຊິລີແລະອິຕາລີໃນຕອນກົກຄິດສັດຕະວັດທີ່ 17, ແຕ່ນັ້ນກາຍຕຸລະກີໄປຍັງກີດ ຮັງກາລີ ແລະອອດເຕຍໃນຕອນປາຍຄິດສັດຕະວັດທີ່ 17. ຈາກອິຕາລີແລະອອດເຕຍ ກາເຟໄດ້ແພ່ຂະຫຍາຍໄປຍັງສ່ວນທີ່ເຫຼືອຂອງທະວິບເອີລົບ. ກາເຟໄດ້ເຂົ້າມາມີບົດບາດສຳຄັນໃນສັງຄົມຫຼາຍບ່ອນຕະຫຼອດປະວັດສາດ. ໃນແອຟິກາແລະເຢເມນ ມັນຖືກໃຊ້ຮ່ວມນຳພິທີກຳທາງສາດສະໜາ. ຜົນທີ່ຕາມມາແມ່ນ ສາດສະນະຈັກເອທີໂອເປຍ ໄດ້ສັ່ງຫ້າມການບໍລິໂພກກາເຟຕະຫຼອກການ. ຈົນຮອດລັດຊະສະໄໝຂອງຈັກກະພັດເມເນລິກທີ່ 2. ມັນຍັງໄດ້ຖືກຫ້າມໃນຈັກກະວັດອອດໂຕມັນລະຫວ່າງຄິດສັດຕະວັດທີ່ 17 ເນື່ອງຈາກສາເຫດທາງການເມືອງ ແລະ ມີສ່ວນກ່ຽວພັນນຳກິດຈະກຳທາງການເມືອງຫົວຮຸນແຮງໃນທະວີບເອີລົບ.
{{ເຄື່ອງດື່ມ|collapsed}}
 
[[ໝວດ:ເຄື່ອງດື່ມ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ກາເຟ"