ວັດຈະນານຸກົມ: Difference between revisions
Content deleted Content added
ໜ້າໃໝ່: '''ວັດຈະນານຸກົມ''' (ຄຳເຄົ້າ: ວັຈນານຸກົມ<ref>ສົມຈິຕ ພັນລັກ. (2012) ''ພາສາລາວລ... |
(ບໍ່ມີຄວາມແຕກຕ່າງ)
|
ລຸ້ນແກ້ໄຂເກົ່າເມື່ອ 19:02, 17 ສິງຫາ 2013
ວັດຈະນານຸກົມ (ຄຳເຄົ້າ: ວັຈນານຸກົມ[1], ອັງກິດ: dictionary, ຝຣັ່ງ: dictionnaire) ແມ່ນປຶ້ມອ້າງອີງປະເພດນຶ່ງ ໂດຍທົ່ວໄປ ໝາຍເຖິງ ປຶ້ມທີ່ຮິບໂຮມຄຳສັບໃນວົງສັບທີ່ກຳໜົດ ແລະນິຍາມຄວາມໝາຍເອົາໄວ້ ເພື່ອໃຊ້ເປັນທີ່ຊອກຫາຄວາມໝາຍຂອງຄຳ ໂດຍມີການຮຽງລຳດັບຄຳສັບຕາມໂຕອັກສອນ ຕາມສຽງ ຫຼືຕາມລຳດັບອື່ນໆ ທີ່ເໝາະສົມສອດຄ້ອງກັບການໃຊ້ວັດຈະນານຸກົມນັ້ນໆ. ວັດຈະນານຸກົມຍັງມີໄນເຖິງປຶ້ມທີ່ໃຫ້ລາຍລະອຽດ ຄອບຄຸມວົງສັບທີ່ກວ້າງ ຂະນະທີ່ປຶ້ມຮິບໂຮມແລະອະທິບາຍຄຳສັບໃນວົງແຄບແລະມີຈຳນວນຈຳກັດ ມັກຈະເອີ້ນວ່າ ປະທານຸກົມ ຢ່າງໃດກໍດີ ຄຳວ່າປະທານຸກົມແລະວັດຈະນານຸກົມອາດໃຊ້ສະຫຼັບກັນໄດ້.
ອ້າງອີງ
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.