ສຸຂະພາບ: Difference between revisions

Content deleted Content added
ໜ້າໃໝ່: '''ສຸຂະພາບ''' ໝາຍເຖິງລະດັບຂອງປະສິດທິພາບເຊີງການເຮັດວຽກຫຼືເຊີງເມ...
 
No edit summary
ແຖວ 1:
'''ສຸຂະພາບ''' (ຄຳເຄົ້າ: ສຸຂພາພ<ref>ສົມຈິຕ ພັນລັກ. (2012) ''ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ''. ສົມມະນາ ການພິມ ສປປ ລາວ.</ref>) ໝາຍເຖິງລະດັບຂອງປະສິດທິພາບເຊີງການເຮັດວຽກຫຼືເຊີງ[[ເມຕາບໍລິກ]]ຂອງສິ່ງມີຊີວິດສຳລັບມະນຸດນັ້ນ ໂດຍທົ່ວໄປແລະຕາມນິຍາມຂອງ[[ອົງການອະນາໄມໂລກ]]ໝາຍເຖິງສະພາວະອັນສົມບູນຂອງພາວະທາງກາຍ [[ຈິດ]] [[ຈິດວິນຍານ]] ແລະ[[ສັງຄົມ]]ຂອງບຸກຄົນ ອັນບໍ່ໄດ້ໝາຍເຖິງຄວາມປາສະຈາກພະຍາດຫຼືຄວາມບົກພ່ອງພຽງຢ່າງດຽວ. ແມ້ນຄວາມໝາຍນີ້ຈະເປັນບ່ອນວິພາກວິຈານໂດຍສະເພາະແມ່ນໃນປະເດັນຂອງຄວາມບໍ່ມີໂຕຊີ້ວັດທີ່ຊັດເຈນຫຼືປະເດັນປັນຍາທີ່ຕາມມາຈາກການໃຊ້ຄຳວ່າ "ສົມບູນ" ກໍຕາມ ແຕ່ກໍຍັງແມ່ນຄວາມໝາຍທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດຢູ່. ລະບົບຈຳແນກປະເພດຕ່າງໆ ເຊັ່ນ Family of International Classifications ຂອງອົງການອະນາໄມໂລກ ອັນປະກອບດ້ວຍ International Classification of Functioning, Disability and Health (ICF) ແລະ International Classification of Diseases (ICD) ເປັນເກນທີ່ເປັນທີ່ນິຍົມໃຊ້ຫຼາຍທີ່ສຸດໃນການນິຍາມແລະວັດອົງປະກອບຂອງສຸຂະພາບ.
==ອ້າງອີງ==
<references/>
[[ໝວດ:ສຸຂະພາບ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສຸຂະພາບ"