ອິນເຕີເນັດ: Difference between revisions

Content deleted Content added
Bot: Migrating 172 langlinks to WP:Wikidata - d:q75
Read. They did not directly relate to the Internet but web site.
ແຖວ 2:
 
'''ອິນເຕີເນັດ'''{{spaces}}ຫມາຍເຖິງ [[ເຄືອຂ່າຍຄອມພີວເຕີ]]ນານາຊາດ ທີ່ມີການເຊື່ອມຕໍ່ໄປຍັງສະຖາບັນ ຫຼື ຫນ່ວຍງານຕ່າງໆ ທົ່ວທຸກມຸມໂລກ ໂດຍໃຊ້ພາສາມາດຕະຖານທີ່ເອີ້ນວ່າ(TCP/IP)ໃນການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ທົ່ວໂລກ ໃນການຄົ້ນຫາຂໍ້ມູນ ແລະ ດາວໂຫຼດໂປຼແກຼມຕ່າງໆມາໃຊ້ໄດ້ ແລະ ບໍລິການອື່ນໆ ເຊັ່ນ:ຈົດຫມາຍອີເລັກໂຕຼນິກ ຫຼື ທີ່ເອີ້ນກັນທົ່ວໄປວ່າອີເມລ໌(e-mail),ສົນທະນາອອນໄລ ...
 
== ການແຍກພະຍາງໃນເວັບໄຊພາສາລາວ ==
 
ໝາຍເຫດ: ຍົກເວັ້ນແຖວນີ້, ຂໍ້ຄວາມທັງໝົດຂອງບົດຄວາມນີ້ ມີການໃຊ້ໂຄດແຍກພະຍາງ.
 
 
ພະຍາງ ແມ່ນສ່ວນໜຶ່ງຂອງຄໍາ. ຄໍາ ແມ່ນພາກສ່ວນຂອງຂໍ້ຄວາມ ທີ່ລົງທ້າຍ ຫຼືຂັ້ນດ້ວຍຍະຫວ່າງ (ຕົວຢ່າງ "ການຂຽນ ການເວົ້າ ແລະອື່ນໆ" ແມ່ນເປັນຂໍ້ຄວາມໜຶ່ງ; ຂໍ້ຄວາມນີ້ ມີ 2 ຄໍາ ຄຶ: "ການຂຽນ", "ການເວົ້າ" ແລະ "ແລະອື່ນໆ"). ພະຍາງ ແມ່ນກຸ່ມຂອງຕົວອັກສອນຕ່າງໆທີ່ປະກອບກັນເຂົ້າ ແລ້ວສາມາດອ່ານອອກສຽງໄດ້ສຽງໜຶ່ງ (ສຽງທີ່ຊໍ້າກັນ ຖືວ່າເປັນສຽງໜຶ່ງ ທີ່ມີການອອກສຽງຫຼາຍກ່ວາໜຶ່ງຄັ້ງ) (ຕົວຢ່າງ "ແລະອື່ນໆ" ເປັນຄໍາໆໜຶ່ງ; ຄໍານີ້ ມີ 2 ພະຍາງ ຄື: "ແລະ" ແລະ "ອື່ນໆ").
 
 
ເວັບໄຊພາສາລາວຈໍານວນໜຶ່ງ ມີການໃຊ້ໂຄດແຍກພະຍາງຢູ່ໃນໜ້າເວັບຕ່າງໆຂອງຕົນ. ໂຄດແຍກພະຍາງ ທີ່ມີການນໍາໃຊ້ຢູ່ໃນຟອນຢູນີໂຄດພາສາລາວ ມີໂຄດແມ່ນ 200B (ໂຄດຖານ 16) ແລະມີຊື່ເອີ້ນວ່າ zero-space width (ຍະຫວ່າງທີ່ຄວາມກ້ວາງເທົ່າສູນ). ການໃຊ້ໂຄດແຍກພະຍາງໃນພາສາລາວ ປຽບເໝືອນການແຊກຍະຫວ່າງ ທີ່ມີຜົນການສະແດງ ທີ່ບໍ່ເປັນຍະຫວ່າງຂັ້ນແຕ່ລະພະຍາງ ຊຶ່ງເຮັດໃຫ້ຕົວທ່ອງເວັບຖືວ່າ ພະຍາງໜຶ່ງ ເປັນຄໍາໆໜຶ່ງ. ດັ່ງນັ້ນ, ການສະແດງຜົນຂອງໜ້າເວັບພາສາລາວທີ່ມີການແຍກພະຍາງໄດ້ດີ ຈະບໍ່ມີບັນຫາ ໃນການປະໃຫ້ເກີດມີຊ່ອງຫວ່າງທ້າຍແຖວ ທີ່ກ້ວາງເກີນໄປ: ຖ້າຊ່ອງຫວ່າງທ້າຍແຖວ ບໍ່ພຽງພໍທີ່ຈະບັນຈຸພະຍາງໃດໜຶ່ງ, ພະຍາງນັ້ນໆ ກໍ່ຈະລົງໄປຢູ່ຕົ້ນແຖວຕໍ່ໄປ.
 
 
ຕົວທ່ອງເວັບ Internet Explorer (IE) ຂອງ Windows, ບໍ່ສາມາດຈັດການກັບໂຄດແຍກພະຍາງ 200B ຢ່າງມີປະສິທິພາບ ເພາະມັນຈະສະແດງໂຄດແຍກພະຍາງ ໃຫ້ເຫັນເປັນຕາສີຫຼ່ຽມນ້ອຍ ຖ້າວ່າ ໃນການສ້າງໜ້າເວັບນັ້ນໆ ບໍ່ໄດ້ເລືອກຂໍ້ຄວາມພາສາລາວ ໃຫ້ເປັນຟອນຢູນີໂຄດລາວ ຫຼືເຄື່ອງຂອງຜູ້ຊົມທີ່ໃຊ້ເບີ່ງໜ້າເວັບນັ້ນໆ ບໍ່ມີຟອນຢູນີໂຄດລາວ ທີ່ກໍານົດໃນໜ້າເວັບນັ້ນໆ (ຖ້າມີຟອນຢູນີໂຄດລາວມາຕາຖານຕົວອື່ນໆ, ຈະສາມາດເຫັນອັກສອນລາວ ເປັນຕົວລາວຢູ່ ແຕ່ຈະເຫັນໂຄດແຍກພະຍາງ ເປັນຕາສີ່ຫຼ່ຽມນ້ອຍ). ສ່ວນຕົວທ່ອງເວັບຂອງບໍລິສັດອື່ນໆ ຈະບໍ່ມີຈຸດອ່ອນທີ່ວ່າມານີ້.
 
what is that language
 
----
 
== ການກຳນົດກຸ່ມອັກສອນ (Charset) ຂອງໜ້າເວັບພາສາລາວ ==
 
ໝາຍເຫດ: ຍົກເວັ້ນແຖວນີ້, ຂໍ້ຄວາມທັງໝົດຂອງບົດຄວາມນີ້ ມີການໃຊ້ໂຄດແຍກພະຍາງ.
 
 
ກຸ່ມອັກສອນ (Charset) ແມ່ນສ່ວນໜຶ່ງຂອງໂຄດຄໍາສັ່ງໃນການຂຽນໜ້າເວັບ ທີ່ສັ່ງໃຫ້ຕົວທ່ອງເວັບ ໃຊ້ Encoding (ລະຫັດສະແດງຜົນ) ໃດໜຶ່ງ ໃນການສະແດງຜົນສໍາລັບໜ້າເວັບນັ້ນໆ. Charset ທີ່ໃຊ້ໃນໜ້າເວັບພາສາລາວຕ່າງໆ ສາມາດຈັດອອກເປັນ 3 ກຸ່ມຄື:
 
* ການກໍານົດ charset ທີ່ບໍ່ແມ່ນ unicode ຫຼື utf
 
 
ແມ່ນ charset ພື້ນຖານທົ່ວໆໄປ. ຕົວຢ່າງເຊັ່ນ: charset=windows-1252, charset=ISO-8859-1 ແລະອື່ນໆທີ່ບໍ່ແມ່ນ unicode ຫຼື utf ບໍ່ວ່າຈະເປັນ utf-8, utf-16 ຫຼື utf-32.
 
 
ການກໍານົດ charset ແບບນີ້, ເມື່ອໂປຣແກຣມທີ່ໃຊ້ສ້າງ HTML ຕ່າງໆ (ຮວມທັງໂປຣແກຣມ Text Editor ທໍາມະດາໆ ເຊັ່ນ Notepad) ເຊັບເປັນໄຟລ໌ HTML, ໄຟລ໌ທີ່ໄດ້ຮັບ ຈະເປັນໄຟລ໌ປະເພດຂໍ້ຄວາມທໍາມະດາ (Plain Text). ໜຶ່ງຕົວອັກສອນໃນໄຟລ໌ ຫຼືໜຶ່ງໂຄດຂອງຄໍາສັ່ງ ຈະກິນເນື້ອທີ່ໃນໄຟລ໌ ພຽງແຕ່ 1 byte. ສໍາລັບອັກສອນລາວຢູນີໂຄດ (U0E81 ຫາ U0EFF), ຈະຖືກເກັບຮັກສາໄວ້ໃນຮູບແບບຂອງຊຸດຕົວອັກສອນທໍາມະດາ ກ ຫາ ໿. ດັ່ງນັ້ນ, ອັກສອນລາວ 1 ຕົວ, ຈະກິນເນື້ອທີ່ເຖີງ 7 bytes (ຕັ້ງແຕ່ &...;).
 
ຖ້າເຮົາໃຊ້ Notepad ທີ່ມານໍາ Windows 98, Me ເປີດເບີ່ງໄຟລ໌ HTML ພາສາລາວ ທີ່ມີການກໍານົດ charset ແບບນີ້, ອັກສອນລາວແຕ່ລະຕົວ ຈະເປັນຊຸດຕົວອັກສອນທໍາມະດາ ກ ຫາ ໿. ຖ້າເບີ່ງດ້ວຍ Notepad ຂອງ Windows XP ທີ່ສະໜັບສະໜູນຢູນີໂຄດ ແລະປັບ Notepad ໃຫ້ໃຊ້ຟອນຢູນີໂຄດລາວ, ໂຄດອັກສອນລາວ ທີ່ເປັນຂໍ້ຄວາມ ຈະຖືກສະແດງໃຫ້ເຫັນເປັນອັກສອນລາວເລີຍ ແຕ່ໂຄດອັກສອນລາວ ທີ່ຢູ່ໃນໂຄດຄໍາສັ່ງຂອງ HTML ຈະຖືກສະແດງໃຫ້ເຫັນເປັນຊຸດຕົວອັກສອນ ແຕ່ ກ ຫາ ໿ (ແຕ່ຄ່າຂອງອັກສອນລາວໃນໄຟລ໌ ຍັງເປັນ ກ ຫາ ໿ ຄືເກົ່າ).
 
ການກໍານົດ charset ແບບນີ້, ໜ້າເວັບພາສາລາວທີ່ສ້າງຂຶ້ນ ຈະກິນເນື້ອທີ່ຫຼາຍກ່ວາໝູ່ ແຕ່ມີຈຸດດີຢູ່ບ່ອນວ່າ, ເມື່ອເບີ່ງດ້ວຍໂປຣແກຣມທ່ອງເວັບ, ບໍ່ວ່າຈະປັບລະຫັດສະແດງຜົນ (Encoding) ໄປເປັນຄ່າໃດກໍ່ຕາມ (ຍົກເວັ້ນ Unicode UTF-16 ແລະ Unicode UTF-32), ຜົນການສະແດງອັກສອນລາວ ກໍ່ຍັງຄົງຕົວໃຫ້ເຫັນເປັນອັກສອນລາວ.
 
* ການກໍານົດ charset=unicode
 
 
ໜ້າເວັບພາສາລາວທີ່ກໍານົດ charset ແບບນີ້, ຈະມີຂະໜາດນ້ອຍກ່ວາໝູ່ ເຖີງວ່າ ຕົວອັກສອນໜຶ່ງຕົວ (ຮວມທັງອັກສອນລາວ) ຈະໃຊ້ເນື້ອທີ່ 2 bytes ແລະເມື່ອເບີ່ງດ້ວຍ Notepad ທີ່ບໍ່ສະໜັບສະໜູນຢູນີໂຄດ (Notepad ຂອງ Windows 98 ຫຼື Me), ອັກສອນລາວ ຈະຖືກສະແດງໃຫ້ເຫັນເປັນ ຊຸດຕົວອັກສອນ ແຕ່ ກ ຫາ ໿ (ໝາຍຄວາມວ່າ Notepad ຈະສະແດງໂຄດຂອງອັກສອນລາວ 0E81 - 0EFF ໃຫ້ເຫັນເປັນ ກ - ໿ ແຕ່ຄ່າຂອງອັກສອນລາວໃນໄຟລ໌ ຍັງເປັນ 0E81 - 0EFF ຄືເກົ່າ). ຖ້າເບີ່ງດ້ວຍ Notepad ຂອງ Windows XP ທີ່ສະໜັບສະໜູນຢູນີໂຄດ ແລະປັບ Notepad ໃຫ້ໃຊ້ຟອນຢູນີໂຄດລາວ, ໂຄດອັກສອນລາວ ທີ່ເປັນຂໍ້ຄວາມ ຈະຖືກສະແດງໃຫ້ເຫັນເປັນອັກສອນລາວເລີຍ ແຕ່ໂຄດອັກສອນລາວ ທີ່ຢູ່ໃນໂຄດຄໍາສັ່ງຂອງ HTML ຈະຖືກສະແດງໃຫ້ເຫັນເປັນຊຸດຕົວອັກສອນ ແຕ່ ກ ຫາ ໿ (ແຕ່ຄ່າຂອງອັກສອນລາວໃນໄຟລ໌ ຍັງເປັນ 0E81 - 0EFF ຄືເກົ່າ).
 
ຄຸນນະສົມບັດໃນການກໍານົດ charset ແບບນີ້, ໜ້າເວັບພາສາລາວ ຈະຍັງຄົງຕົວໃຫ້ເຫັນເປັນອັກສອນລາວ ບໍ່ວ່າຈະປັບລະຫັດສະແດງຜົນ (Encoding) ໄປເປັນຄ່າໃດກໍ່ຕາມ (ຍົກເວັ້ນ Unicode UTF-16 ແລະ Unicode UTF-32).
 
 
* ການກໍານົດ charset=utf-8
 
 
ໜ້າເວັບພາສາລາວ ທີ່ມີການກໍານົດ charset ແບບນີ້, ຂະໜາດຂອງໄຟລ໌ ຈະຢູ່ໃນລະດັບກາງ, ໝາຍຄວາມວ່າ ໃຫຍ່ກ່ວາແບບ unicode ແຕ່ນ້ອຍກ່ວາແບບ ທີ່ບໍ່ແມ່ນ unicode ຫຼື utf. ຕົວອັກສອນລາແຕັງໃນໜ້າເວັບທີ່ກໍານົດແບບນີ້, ຈະກິນເນື້ອທີ່ 1 byte ແຕ່ອັກສອນລາວ ຈະກິນເນື້ອທີ່ 3 bytes (E0BA81 ຫາ E0BAFF - ຄ້າຍຄືກໍລະນີຢູນີໂຄດ ແຕ່ມີໂຄດ BA ຂັ້ນທາງກາງ). ການໃຊ້ Notepad ຂອງ Windows 98 ຫຼື Me ເປີດເບີ່ງໜ້າເວັບທີ່ກໍານົດ charset ແບບນີ້, ຈະເຫັນອັກສອນລາວເປັນຊຸດຕົວອັກສອນ 2 ຫຼື 3 ໂຕ ທີ່ຂຶ້ນຕົ້ນດ້ວຍ ຠແລະລົງທ້າຍດ້ວຍຜົນຂອງການສະແດງຜົນໃນໜ້າຈໍຂອງໂຄດ 81 ຫາ FF (ບາງໂຄດກໍ່ບໍ່ສາມາດສະແດງໃຫ້ເຫັນໃນໜ້າຈໍ). ຖ້າເບີ່ງດ້ວຍ Notepad ຂອງ Windows XP ແລະໃຫ້ມັນປ່ຽນໄປໃຊ້ຟອນຢູນີໂຄດລາວ, ໂຄດອັກສອນລາວ ທີ່ເປັນຂໍ້ຄວາມ ຈະຖືກສະແດງໃຫ້ເຫັນເປັນອັກສອນລາວເລີຍ ແຕ່ໂຄດອັກສອນລາວ ທີ່ຢູ່ໃນໂຄດຄໍາສັ່ງຂອງ HTML ຈະຖືກສະແດງໃຫ້ເຫັນເປັນຊຸດຕົວອັກສອນ ແຕ່ ກ ຫາ ໿ (ແຕ່ຄ່າຂອງອັກສອນລາວໃນໄຟລ໌ ຍັງເປັນ 0EBA81 - 0EBAFF ຄືເກົ່າ).
 
 
ການກໍານົດ charset ແບບນີ້, ມີຈຸດອ່ອນຢູ່ບ່ອນວ່າ ເມື່ອເປີດໜ້າເວັບດ້ວຍໂປຣແກຣມທ່ອງເວັບ, ຖ້າເຮົາປ່ຽນ Encoding ໄປເປັນຢ່າງອື່ນ ທີ່ຕ່າງຈາກ utf-8, ອັກສອນລາວກໍ່ຈະບໍ່ເປັນຕົວລາວ.
 
[[ໝວດ:ຄອມພິວເຕີ]]