ບຸນບັ້ງໄຟ: Difference between revisions

Content deleted Content added
เพิ่มรายการ ในภาคภาษาอื่นๆ
Removed 1 sitelink(s) migrated to an item on Wikidata
 
ແຖວ 1:
ງານ​ບຸນ­ປີ­ໃຫມ່​ລາວ ປະຈຳ­ປີ ພສ 2554 ຫາ­ກໍ່​ຜ່ານ​ພົ້ນ ໄປງານ​ບຸນ​ບັ້ງ­ໄຟ​ກໍ່​ກ້າວ​ເຂົ້າມາ​ແທນ ອັນ​ໄດ້​ສ້າງ​ຄວາມ​ມ່ວນຊື່ນ​ແກ່​ຜູ້​ທີ່​ເຂົ້າ​ມາ​ທ່ຽວ​ຊົມ ໂດຍສະ­ເພາະ​ບັນ­ດາ​ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ຕ່າງ­ປະ­ເທດ ລ້ວນ​ແຕ່ກ່າວ​ເປັນ​ສຽງ​ດຽວ​ກັນ​ວ່າ: ປະທັບ​ໃຈ​ຫລາຍ ທັງ​ສະ­ທ້ອນ​ໃຫ້ເຫັນ​ເຖິງ​ຄວາມ​ເປັນ​ວັດ­ທະ­ນະທຳ​ແບບ​ລາວໆ​ຢ່າງ​ແທ້​ຈິງ. ນີ້​ເປັນ​ພຽງ​ຄວາມ​ຄິດ​ຂອງຄົນ​ຕ່າງ​ຊາດ​ທີ່​ມີ​ຕໍ່​ຮີດ­ຄອງ​ປະເພ­ນີ ແລະ ວັດ­ທະ­ນະ­ທຳ​ລາວ, ໃນ​ຄວາມ​ເປັນ​ຈິງ​ແລ້ວ ງານ​ບຸນບັ້ງ­ໄຟ​ແມ່ນ​ເພິ່ນ​ຈະ​ກຳ­ນົດ​ເວ­ລາການ​ຈັດ​ງານ​ທີ່​ແຕກ​ຕ່າງ​ກັນ ແຕ່​ກໍ່​ນອນ​ຢູ່​ໃນ​ໄລ­ຍະ​ເດືອນ​ພຶດສະ­ພາ​ຂອງ​ທຸກໆ​ປີ. ແນວ­ໃດ​ກໍ່ ຕາມການ​ຈັດ​ງານ​ບຸນ​ບັ້ງ­ໄຟ​ໃນປະ­ຈຸ​ບັນ​ນີ້ ລ້ວນ​ແຕ່​ແຕກ​ຕ່າງຈາກ​ຮີດ​ເກົ່າ​ຄາວ​ຫລັງ​ຢ່າງ​ເຫັນໄດ້​ຊັດ ບໍ່​ວ່າ​ຈະ​ເປັນ​ການ​ຜະ­ລິດບັ້ງ­ໄຟ ແທນ​ທີ່​ຈະ​ເຮັດ​ດ້ວຍ​ໄມ້ໄຜ່​ຄື​ແຕ່​ກ່ອນ ແຕ່​ມາ​ປ່ຽນ​ແທນ ດ້ວຍ​ເຫລັກ​ທີ່​ທັນ​ສະ­ໄຫມ ແຕ່ພັດ​ເປັນ​ອັນ­ຕະ­ລາຍ ພ້ອມ​ກັນ​ນັ້ນ ຍັງ​ມີ​ບາງ​ກຸ່ມ​ຄົນ​ສວຍ­ໂອ­ກາດ ຫລິ້ນ​ການ​ພະ ນັນ, ແຂ່ງ​ໄດ້​ແຂ່ງເສຍ​ໃນ​ເວ­ລາ​ຈູດ​ບັ້ງ­ໄຟ ແລະ ອື່ນໆ ສະ­ນັ້ນ ໃນ​ເມື່ອ​ງານ​ບຸນດັ່ງ­ກ່າວ ປະ­ຈຸ​ບັນ​ຍັງ​ກາຍ­ເປັນຄວາມ​ສົນ­ໃຈ​ອັນ​ຫນຶ່ງ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ ຈິ່ງ​ຮຽກ­ຮ້ອງມາ​ຍັງ​ພາກ­ ສ່ວນ​ກ່ຽວ­ຂ້ອງກ່ອນ​ຈະ​ຈັດ​ງານ​ບຸນ​ຕ້ອງ​ສອດຄ່ອງ​ກັບ​ຮີດ­ຄອງ​ປະ­ເພ­ນີ​ລາວ ຫັນ​ເອົາ​ວັດ­ທະ­ນະ­ທຳ​ຄຽງ​ຄູ່​ກັບງານ​ບຸນ​ປະ­ເພ­ນີ ທັງ​ນີ້ ກໍ່​ເພື່ອເປັນ​ການ​ເປີດ​ໂອ­ກາດ​ໃຫ້​ບັນ­ດານັກ​ທ່ອງ​ທ່ຽວ​ຊາວ​ຕ່າງ­ປະ­ເທດເຂົ້າ​ມາ​ທ່ຽວ​ຢູ່​ພາຍ​ໃນ​ນັບ​ວັນນັບ​ເພີ່ມ​ຂຶ້ນ.
[[th:บุญบั้งไฟ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ບຸນບັ້ງໄຟ"