ປ່າສະຫງວນແຫ່ງຊາດພູເຂົາຄວາຍ: Difference between revisions

Content deleted Content added
No edit summary
Bot: Migrating 1 interwiki links, now provided by Wikidata on d:q6580667 (translate me)
ແຖວ 2:
 
ພູ­ເຂົາ​ຄວາຍ​ອຸ­ທິ­ຍານ​ເຂດປ່າ​ສະ­ຫງວນ​ແຫ່ງ​ຊາດ ທີ່​ແສນງົດ​ງາມ​ແຫ່ງ​ນີ້ ກວມ​ເອົາ​ເນື້ອ­ທີ່ຫລາຍ​ກວ່າ 2.000 ກິ​ໂລ​ຕາແມັດ, ຢູ່​ຫ່າງ​ຈາກ​ນະ­ຄອນຫລວງ​ວຽງ​ຈັນ ໄປ​ທາງ​ທິດຕາ­ເວັນ​ອອກ­ສຽງ​ເຫນືອ,ໄລ­ຍະທາງ​ປະ­ມານ 40 ກິ­ໂລ­ແມັດ ຈາກ​ນະ­ຄອນ­ຫລວງ​ວຽງ​ຈັນ ທ່ານ​ກໍ​ຈະ​ເຫັນ​ພູ​ຫີນ​ສູງ​ເດັ່ນ​ທີ່ເກີດ​ຂຶ້ນ​ມາ​ເອງ​ຕາມ​ທຳ​ມະ​ຊາດ ເປັນ​ຫນ້າ​ເຊີຍ​ຊົມ​ທີ່​ປົນ​ເປ​ໄປ​ດ້ວຍປ່າ­ ໄມ້​ຕາມ​ລະ­ດູ​ການ​ທີ່​ຂຽວ​ສະອຸ່ມ​ຊຸ່ມ​ເຢັນ​ຕະ­ຫລອດ​ປີ. ສະຖານ​ທີ່​ນີ້ ເປັນ​ແຫ່ງ​ອະ­ນຸ​ຮັກ​ທຳມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດ​ແຫ່ງຫນຶ່ງ​ໃນ​ລາວ, ມີ​ທັງ​ຕົ້ນ​ດອກເຜີ້ງ ແລະ ພືດ​ນາໆພັນ​ຫລາຍຮ້ອຍ​ຊະ­ນິດ, ແຂ່ງ­ຂັນ​ກັນ​ເບັ່ງບານ​ໄປ​ຕະ­ຫລອດ​ລະ­ດູ­ຝົນ, ແລະ ທັງ​ເປັນ​ບ່ອນ​ອາ­ໄສ​ຂອງສັດ­ປ່າ​ທີ່​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມຫລາຍ​ຊະ­ນິດ​ເຊັ່ນ: ຊ້າງ, ເສືອ, ຫມີ ແລະ ຊະ­ນີ ນອກ­ຈາກ​ນີ້ແລ້ວ​ພວກ​ເຮົາ​ຍັງ​ຈະ​ໄດ້​ເຫັນສັດ​ເລືອ​ຄານ​ຕ່າງໆ​ເຊັ່ນ: ງູ, ແລນ ພວກ​ສັດ​ເຄິ່ງ​ບົກ​ເຄິ່ງ​ນ້ຳ ແລະ ພວກ​ນົກ ເຊິ່ງ​ເຮັດ​ໃຫ້​ພູ­ເຂົາຄວາຍ​ກາຍ­ເປັນ​ບ່ອນ​ທີ່​ຖືກ​ອົກຖືກ​ໃຈ​ສຳ­ລັບ​ຜູ້​ທີ່​ຮັກ­ສາ​ປ່າ ແລະເຫມາະ​ສຳ­ລັບ​ກິດ­ຈະ­ກຳ​ກາງແຈ້ງ​ເຊັ່ນ: ການ​ຍ່າງ​ປ່າ, ພາຍເຮືອ, ຊົມ​ວິ­ຖີ​ຊີ­ວິດ​ປ່າ, ກິນ​ເຂົ້າປ່າ ແລະ ຕັ້ງ​ແຄ້ມ​ໄປ​ແບບ​ຄອບຄົວ ຫລື ແບບ​ຫມູ່​ພວກ​ກໍ່​ຈະ​ເປັນການ​ດີ ເພາະ​ສະ­ຖານ­ທີ່​ແຫ່ງ​ນີ້ ຢູ່​ບໍ່​ໄກ​ຈາກ​ນະ­ຄອນ­ຫລວງ​ທ່ານສາ­ມາດ​ໄປ​ກັບ​ໄດ້​ຢ່າງ​ບໍ່​ເຮງຮ້ອນ ແຕ່​ຖ້າ­ວ່າ ທ່ານ​ຈະ​ພັກ​ຄ້າງຄືນ​ໃນ​ບ້ານ​ລາວ​ແບບ​ເກົ່າ​ແກ່, ການ​ຕ້ອນ­ຮັບ​ດ້ວຍ​ມິດ​ໄມ­ຕີ​ ກໍ່ເປັນ​ໄປ​ໄດ້ ເພື່ອ​ເປັນ​ການ​ສະ​ສົມປະ­ສົບ​ການ​ໃຫ້​ຊີ­ວິດ​ໃນ​ບ້ານຊົນ­ນະ­ບົດ​ເພາະ​ການ​ໄປ​ຍ່າງ​ປ່າໃນ​ເຂດ​ປ່າ​ສະ­ຫງວນ​ມັນ​ຈະ​ນຳ ທ່ານ​ໄປ​ສູ່​ການ­ທ່ອງ­ທ່ຽວ​ແບບອະ­ນຸ​ຮັກ​ທຳ​ມະ​ຊາດ​ຕາມ​ແຜນຂອງ​ລັດ­ຖະ­ບານ​ລາວ​ເຮົາ​ໄປພ້ອມ.
 
[[th:ป่าสงวนแห่งชาติภูเขาควาย]]