ນະຣົກ: Difference between revisions

Content deleted Content added
ໜ້າໃໝ່: “ນະຣົກ” ຄືອິຫຍັງ…? ຕາຍແລ້ວໄປໃສ…ສະຖານທີ່ໆມະນຸດແລະສັດທັງຫຼາຍຕ້...
 
Added heading sections for Buddhist, Christian, Seventh-day Adventist and Islam with content for Seventh-day Adventist.
ແຖວ 1:
==ຕາມຄຳສອນຂອງ[[ສາສະໜາພຸດ]]==
 
“ນະຣົກ” ຄືອິຫຍັງ…?
ຕາຍແລ້ວໄປໃສ…ສະຖານທີ່ໆມະນຸດແລະສັດທັງຫຼາຍຕ້ອງວຽນວາຍຕາຍເກີດມີຢູ່ 31 ພູມ ຖ້າຢາກຮູ້ວ່າ ໃຜຕາຍແລ້ວໄປໃສຫຼືຢາກຮູ້ວ່າຕົວເຮົາເອງເມື່ອຕາຍໄປແລ້ວຈະຕ້ອງໄປຢູ່ທີ່ໃດ ກໍ່ມີວິທີສັງເກດງ່າຍໆ ຄື ເມື່ອຕົນຍັງມີຊີວິດຢູ່ເຮົາມັກເຮັດອິຫຍັງ ພໍເມື່ອຕາຍແລ້ວກໍ່ຕ້ອງໄປຮັບຜົນແຫ່ງການກະທໍາຂອງຕົນເອງຢ່າງນັ້ນ ຮຽກວ່າ “ຕາຍແລ້ວ ກໍ່ໄປສູ່ທີ່ຊອບ…ທີ່ຊອບ” ເຊັ່ນ
Line 48 ⟶ 50:
ຕອນຈະລະໂລກອີກເທື່ອໜຶ່ງ ຊ້ວງນັ້ນຮຽກວ່າ “ເສິກຊິງພົບ” ຂຶ້ນຢູ່ວ່າ ບຸກຄົນຜູ້ນັ້ນມີຈິດເກາະກ່ຽວຢູ່ກັບສິ່ງທີ່
ເປັນບຸນຫຼືເປັນບາບ ຖ້ານຶກເຖິງບຸນໄດ້ຈິດຜ່ອງໃສໃນຂະນະໝົດລົມຫາຍໃຈກໍ່ໄດ້ໄປສູ່ສຸກຄະຕິພູມກ່ອນ (ແລ້ວບາບກັມທີ່ເຮັດໄວ້ຈະຕາມມາສົ່ງຜົນໃນພາຍຫຼັງ)ແຕ່ຖ້າຊ້ວງນັ້ນຈິດນຶກເຖິງສິ່ງທີ່ເຮັດບໍ່ດີໄວ້ ຈິດໃຈກໍ່ເສົ້າໝອງໃນຂະນະໝົດລົມຫາຍໃຈກໍ່ຈະໄປສູ່ທຸກຄະຕິພູມກ່ອນ(ແລ້ວຜົນບຸນຈະຕາມມາສົ່ງຜົນໃນພາຍຫຼັງ)<pre></pre>
 
==ຕາມຄຳສອນຂອງ[[ສາສະໜາຄຣິດ]]==
===[[ຄະນະວັນເສົາ]]===
ນະຮົກຍັງບໍ່ມີເທື່ອ. ຄົນຕາຍຢູ່ໃນສະພາບດັບສູນ, ບໍ່ຮັບຮູ້ຫຍັງເລີຍ. (ສ່ວນຜີນັ້ນ ເປັນວິນຍານຊົ່ວຮ້າຍຕ່າງຫາກ ທີ່ມີຢູ່ແລ້ວ, ບໍ່ແມ່ນວິນຍານຂອງຄົນທີ່ຕາຍໄປແລ້ວ)
 
ເມື່ອ[[ພຣະເຢຊູຄຣິດ]]ສະເດັດມາເປັນຄັ້ງທີ່ສອງ (ຄື[[ວັນສິ້ນໂລກ]]), ຄົນອະທຳຈະຕາຍໝົດ ແລະຄົນຊອບທຳຈະຂຶ້ນສະຫວັນໝົດ. ຈະບໍ່ເຫລືອມະນຸດຢູ່ໃນໂລກເປັນເວລາ [[1,000 ປີ]]. ໃນລະຫວ່າງ 1,000 ປີນັ້ນພຣະເຈົ້າຈະຕອບຄຳຖາມທີ່ຄ້າງຄາ ໃນໃຈ ແລະຈະມີການພິພາກສາກຳນົດໂທດໃຫ້ຄົນອະທຳ ກັບບັນດາພູດຜີປີສາດ. ຈາກນັ້ນຄົນອະທຳຈະຟື້ນຈາກຄວາມຕາຍ ແລ້ວພຣະເຈົ້າຈະສາຍໃຫ້ແຕ່ລະຄົນໄດ້ເຫັນເຖິງຄວາມບາບຂອງຕົນ ແລະຄົນບາບທຸກຄົນຈະຍອມຮັບວ່າ ການພິພາກສາຂອງພຣະເຈົ້າຍຸຕິທຳ. ແລ້ວຈະມີໄຟຕົກລົງມາເຜົາຄົນບາບ. ຄວາມຮ້ອນຂອງໄຟແລະຄວາມທໍຣະມານຈະຂຶ້ນຢູ່ກັບວ່າ ບາບຫລາຍບາບນ້ອຍຂອບແຕ່ລະຄົນ. ແຕ່ເມື່ອທຸກຄົນໄດ້ຮັບໂທດໝົດແລ້ວ, ຖືກທໍຣະມານແລະຖືກເຜົາຈົນໝົດແລ້ວ ຈະເຫລືອແຕ່ເຖົ້າຖ່ານ. ແລ້ວພຣະເຈົ້າຈະສ້າງໂລກໃໝ່. ດັ່ງນັ້ນ ສະຫລຸບວ່າ ນະຮົກຍັງບໍ່ມີເທື່ອ ແຕ່ຈະມີຢູ່ສັ້ນໆ ຫລັງ [[1,000 ປີ]] ເມື່ອຄົນບາບຮັບໂທດ ຫລັງຈາກຄົນອະທຳຮັບໂທດແລ້ວກໍຈະບໍ່ມີນະຮົກອີກ.
 
===[[ໂຣມັນຄາທໍລິກ]]===
 
 
==ຕາມຄຳສອນຂອງ[[ສາສະໜາອິສະລາມ]]==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ນະຣົກ"