ການສູ່ຂວັນ: Difference between revisions

Content deleted Content added
No edit summary
No edit summary
ແຖວ 7:
ການ​ສູ່­ຂວັນ-ບາ­ສີ ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ມີ​ການ​ເລົ່າ​ເອີ້ນ​ເຊີນ​ແຂກ ແລະ ຜູ້​ຄົນ​ເຂົ້າ​ຮ່ວມ​ຕາມ​ຈຳ­ນວນ​ພໍ​ເໝາະ ມີ​ພາ​ຂວັນ​ທີ່​ປະ­ກອບ​ດ້ວຍ​[[ໝາກ­ເບັງ​]]ທຳ​ຈາກ​[[ໃບ​ກ້ວຍ]] ທີ່​ພັບ​ໃຫ້​ເປັນ​ຈວຍ​ສິ­ລະ​ປະ​ງົດ​ງາມ ເອ້​ຢ້ອງ​ດ້ວຍ​[[ດອກ​ໄມ້​]]ສົດ​ທີ່​ຊອກ​ຫາ​ມາ​ໄດ້​ໃນ​ທ້ອງ­ຖິ່ນ ມີ​[[ຝ້າຍ­]]ຜູກ­ແຂນ​ສີ­ຂາວ​ບໍ­ລິ­ສຸດ​ສອດ​ໃນ​[[ໄມ້​ກ້ານ​ພ້າວ]] ສຽບ​ສັບ­ຫວ່າງ​ກັບ​ດອກ​ໄມ້ ເຮັດ​ໃຫ້​ເກີດ​[[ຄວາມ​ສວຍ​ງາມ]] ບຸກ­ຄົນ​ສຳ­ຄັນ ນອກ­ຈາກ​ເປັນ​ແຂກ​ເປົ້າ​ໝາຍ​ແລ້ວ [[ໝໍ­ພອນ]]​ກໍ​ເປັນ​ບຸກ­ຄົນ​ສຳ­ຄັນ​ໃນ[[​ການ​ສູດ​ພອນ]] ທຳ​ການ​ມັດ​ແຂນ​ເປັນ​ສີ​ລິ​ມຸງ­ຄຸນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ ຕິດ­ຕາມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຕ່າງ​ກໍ​ມັດ​ແຂນ​ໃຫ້​ແກ່​ແຂກ​ເປົ້າ​ໝາຍ. ໃນ​ຍຸກ​ປັດ­ຈຸ­ບັນ ຫຼັງ​ຈາກ​ມັດ​ແຂນ​ແລ້ວ ເພິ່ນ​ນິ­ຍົມ​ເຮັດ​ພາ­ເຂົ້າ​ສາ­ມັກ­ຄີ ແລະ ມີ​ການ​ມ່ວນ­ຊື່ນ​ຕາມ​ມາ ແຕ່​ຄາວ​ອະ­ດີດນັ້ນ ສູ່­ຂວັນ​ມັດ​ແຂນ​ແລ້ວ​ກໍ​ຖື​ວ່າ​ສິ້ນ​ພິ­ທີ ຢ່າງ​ດີ​ກໍ​ກິນ​[[ເຂົ້າ­ໜົມ​ເຂົ້າ​ຕົມ]] ຫຼື [[ຕົ້ມ​ໄກ່]]​ໃນ​ພາ​ຂວັນ​ນັ້ນ​ກໍ​ພໍ.
ຄຳ​ສູ່­ຂວັນ ຫຼື ເຊີນ​ຂວັນ​ຂອງ​ໝໍ­ພອນ ເບິ່ງ​ຕາມ​ເນື້ອ​ໃນ​ແລ້ວ ແມ່ນ​ການ​ປະ­ສົມ​ປະ­ສານ​ຄຳ​ເວົ້າ​ທີ່​ມາ​ຈາກ​[[[[[ສາ­ສະ­ໜາ​ພຸດ]] ແລະ [[ສາ­ສະ­ໜາ​ພາມ]] ເປັນ​ຄຳ​ເວົ້າ​ທຳ​ມະ​ດາ​ແຕ່​ຈົບ­ງາມ ເພື່ອ​ອວຍ­ພອນ​ໃຫ້​ຄວາມ​ເປັນ​ສີ​ລິ​ມຸງ­ຄຸນ​ແກ່​ຊີ­ວິດ ກາຍ­ເປັນ​[[ຈິດ­ຕະ­ສາດ​]]ໜຶ່ງ​ທີ່​ເຮັດ​ໃຫ້​ຜູ້​ຖືກ​ໃຫ້​ພອນ​ມີ​ຄວາມ​ເຂັ້ມ­ແຂງ​ທາງ​ຈິດ­ໃຈ ແລະ ຕັ້ງ­ໜ້າ​ຕັ້ງ​ຕາ​ເອົາ­ໃຈ­ໃສ່​ກະ­ທຳ​ສິ່ງ​ທີ່​ດີ​ໃຫ້​ກັບ​ຕົນ​ເອງ ແລະ ສັງ­ຄົມ.
 
<!--ການ​ຮັກ­ສາ​ຮີດ­ຄອງ​ປະ­ເພ­ນີ​ສູ່­ຂວັນ-ບາ­ສີ​ໄວ້​ແມ່ນ​ດີ​ຖືກ­ຕ້ອງ ແລະ ເສີມ​ຂະ­ຫຍາຍ​ຈຸດ​ດີ​ນັ້ນ​ສືບ​ທອດ​ຕໍ່​ໄປ​ໃຫ້​ຢືນ​ນານ​ຕາມ​ບັນ​ພະ​ບູ​ລຸດ​ພາ​ສ້າງ​ຂຶ້ນ ແລະ ແມ່ນ​ສິດ­ທິ​ຂອງ​ການ​ເຊື່ອ​ຖື​ສິ່ງ ສຳ­ຄັນ​ບໍ່​ຄວນ​ໝູນ​ໃຊ້​ເຫດ­ການ​ນີ້​ໃຫ້​ກາຍ­ເປັນ​ສິ່ງ​ຫຍໍ້­ທໍ້​ໃນ​ສັງ­ຄົມ ເພາະ​ບາງ​ບ່ອນ​ຈັດ​ຂ້ອນ​ຂ້າງ​ຟຸມ​ເຟືອຍ ບໍ­ລິ­ໂພກ​ນິ­ຍົມ ເພື່ອ​ໃຫ້​ສົມ​ສັກ​ສີ ເຄື່ອງ​ແກ້ມ​ຂອງ​ກິນ​ຫຼວງ­ຫຼາຍ​ລົ້ນ​ໂຕະ ກິນ​ເຫຼົ້າ​ຍີ່­ຫໍ້​ດັງໆ ແລ້ວ​ມີ​ຄົນ​ເມົາ​ກາຍ​ຂອບ​ເຂດ ເກີດ​ມີ​ການ​ລວນ​ລາມ​ກັນ​ເອງ ບາງ​ກໍ​ສວຍ­ໂອ­ກາດ​ນີ້​ສວມ​ສິດ​ງັນ​ຊ້ຳ​ທ້າຍ ດ້ວຍ​ການ​ຫຼິ້ນ​ພະ­ນັນ​ແບບ​ມາ­ລາ​ທອນ​ອີກ ເຊິ່ງ​ນັບ​ວ່າ​ບໍ່​ເປັນ​ມຸງ­ຄຸນ​ແກ່​ງານ​ແທ້ໆ​ເນີ ພີ່­ນ້ອງ​ເນີ!-->