ການສູ່ຂວັນ: Difference between revisions
Content deleted Content added
No edit summary |
No edit summary |
||
ແຖວ 1:
'''ສູ່ຂວັນ''' ແລະ '''ບາສີ''' ແມ່ນພິທີກຳທາງ[[ຮີດຄອງ]][[ປະເພນີລາວ]] ເຊິ່ງມີມາແຕ່[[ບູຮານນະການ]] ມີຄວາມໝາຍອັນດຽວກັນ ແຕ່ໃຊ້ບໍ່ເໝືອນກັນ ເພາະຄຳວ່າສູ່ຂວັນ ແມ່ນໃຊ້ກັບ[[ບຸກຄົນທຳມະດາສາມັນ]]ທົ່ວໄປ ແຕ່ຄຳວ່າບາສີ ແມ່ນໃຊ້ກັບ[[ບຸກຄົນຊັ້ນສູງ]]ທີ່ມີຖານະຕຳແໜ່ງ ເປັນເຈົ້າຄົນນາຍຄົນ ຫຼື ມີຖານັນດອນສັກເປັນຜູ້ໃຫຍ່ໄມ້ສູງ
ແຕ່ມາຮອດປັດຈຸບັນ ຄຳສັບດັ່ງກ່າວສັບປົນຄົນເລ ຖືກບຸກຄົນຈຳນວນໜຶ່ງໃຊ້ຄວບກັນໂດຍຮ້ອງວ່າ ພິທີບາສີສູ່ຂວັນນຳກັນໄປເລີຍ ໂດຍສະເພາະໃນບັດເຊີນກິນດອງຂອງຄົນຍຸກນີ້ ມັກຈະໃຊ້ຄຳວ່າ “ບາສີສູ່ຂວັນ ຈະໄດ້ຈັດຂຶ້ນ...” ໝາຍຄວາມວ່າ ໃຊ້ພ້ອມກັນທັງສອງໄປເລີຍ ແລະ ກາຍເປັນຄວາມເວົ້າຍາວຕື່ມອີກຄຳໜຶ່ງ. ໃນຄວາມເປັນຈິງແລ້ວ ການສູ່ຂວັນ-ບາສີ ແມ່ນການມັດແຂນດ້ວຍ[[ຝ້າຍ]]ສີຂາວບໍລິສຸດ ເປັນຮີດຄອງປະເພນີແຫ່ງ[[ການອວຍພອນ]]ທີ່ບໍ່ມີຕົວຕົນ ເພື່ອໃຫ້ຄວາມມີສີລິມົງຄຸນແກ່ຜູ້ທີ່ຖືກອວຍພອນ ໄດ້ບັນລຸຈຸດປະສົງຕາມທີ່ປາດຖະໜາ ເຊັ່ນ: ຜູ້ຈະເດີນທາງໄປຄ້າ ກໍໃຫ້ຊື້ໄດ້ຂາຍໝານ ຜູ້ເຈັບໄຂ້ ກໍໃຫ້ສວ່າງຫາຍ ຜູ້ເປັນ[[ນັກຮຽນ]]-[[ນັກສຶກສາ]] ກໍໃຫ້ເສັງໄດ້ ແລະ ອື່ນໆ.
ຕາມປະເພນີລາວ ການສູ່ຂວັນຍັງໃຊ້ໃນຫຼາຍກໍລະນີທີ່ຕິດພັນກັບການດຳລົງຊີວິດຂອງຄົນລາວ ເປັນຕົ້ນ ການສູ່ຂວັນຂຶ້ນເຮືອນໃໝ່ ການສູ່ຂວັນແຕ່ງດອງໃໝ່ ການສູ່ຂວັນອອກກຳໃໝ່ ຄົນເຈັບໜັກທີ່ເຊົາໃໝ່ ການສູ່ຂວັນເລົ້າເຂົ້າ ການສູ່ຂວັນກວຽນ ການສູ່ຂວັນງົວ-ຄວາຍ ການສູ່ຂວັນຜູ້ເຖົ້າ ການສູ່ຂວັນໃນໂອກາດວັນຂຶ້ນປີໃໝ່ ການບາສີພຣະສົງອົງຄະເຈົ້າ ການບາສີແຂກມາຢ້ຽມຢາມ ການບາສີເຈົ້າເມືອງ ເຈົ້າແຂວງ-ລັດຖະມົນຕີ ແລະ ຂັ້ນສູງອື່ນໆມາຢ້ຽມຢາມ ເປັນຕົ້ນ.
ການສູ່ຂວັນ-ບາສີ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອມີການເລົ່າເອີ້ນເຊີນແຂກ ແລະ ຜູ້ຄົນເຂົ້າຮ່ວມຕາມຈຳນວນພໍເໝາະ ມີພາຂວັນທີ່ປະກອບດ້ວຍ[[ໝາກເບັງ]]ທຳຈາກ[[ໃບກ້ວຍ]] ທີ່ພັບໃຫ້ເປັນຈວຍສິລະປະງົດງາມ ເອ້ຢ້ອງດ້ວຍ[[ດອກໄມ້]]ສົດທີ່ຊອກຫາມາໄດ້ໃນທ້ອງຖິ່ນ ມີ[[ຝ້າຍ]]ຜູກແຂນສີຂາວບໍລິສຸດສອດໃນ[[ໄມ້ກ້ານພ້າວ]] ສຽບສັບຫວ່າງກັບດອກໄມ້ ເຮັດໃຫ້ເກີດ[[ຄວາມສວຍງາມ]] ບຸກຄົນສຳຄັນ ນອກຈາກເປັນແຂກເປົ້າໝາຍແລ້ວ [[ໝໍພອນ]]ກໍເປັນບຸກຄົນສຳຄັນໃນ[[ການສູດພອນ]] ທຳການມັດແຂນເປັນສີລິມຸງຄຸນໃຫ້ແກ່ຜູ້ເຂົ້າຮ່ວມ ຕິດຕາມດ້ວຍຜູ້ເຂົ້າຮ່ວມຕ່າງກໍມັດແຂນໃຫ້ແກ່ແຂກເປົ້າໝາຍ. ໃນຍຸກປັດຈຸບັນ ຫຼັງຈາກມັດແຂນແລ້ວ ເພິ່ນນິຍົມເຮັດພາເຂົ້າສາມັກຄີ ແລະ ມີການມ່ວນຊື່ນຕາມມາ ແຕ່ຄາວອະດີດນັ້ນ ສູ່ຂວັນມັດແຂນແລ້ວກໍຖືວ່າສິ້ນພິທີ ຢ່າງດີກໍກິນ[[ເຂົ້າໜົມເຂົ້າຕົມ]] ຫຼື [[ຕົ້ມໄກ່]]ໃນພາຂວັນນັ້ນກໍພໍ.
ຄຳສູ່ຂວັນ ຫຼື ເຊີນຂວັນຂອງໝໍພອນ ເບິ່ງຕາມເນື້ອໃນແລ້ວ ແມ່ນການປະສົມປະສານຄຳເວົ້າທີ່ມາຈາກ[ສາສະໜາພຸດ]] ແລະ [[ສາສະໜາພາມ]] ເປັນຄຳເວົ້າທຳມະດາແຕ່ຈົບງາມ ເພື່ອອວຍພອນໃຫ້ຄວາມເປັນສີລິມຸງຄຸນແກ່ຊີວິດ ກາຍເປັນ[[ຈິດຕະສາດ]]ໜຶ່ງທີ່ເຮັດໃຫ້ຜູ້ຖືກໃຫ້ພອນມີຄວາມເຂັ້ມແຂງທາງຈິດໃຈ ແລະ ຕັ້ງໜ້າຕັ້ງຕາເອົາໃຈໃສ່ກະທຳສິ່ງທີ່ດີໃຫ້ກັບຕົນເອງ ແລະ ສັງຄົມ.
<!--ການຮັກສາຮີດຄອງປະເພນີສູ່ຂວັນ-ບາສີໄວ້ແມ່ນດີຖືກຕ້ອງ ແລະ ເສີມຂະຫຍາຍຈຸດດີນັ້ນສືບທອດຕໍ່ໄປໃຫ້ຢືນນານຕາມບັນພະບູລຸດພາສ້າງຂຶ້ນ ແລະ ແມ່ນສິດທິຂອງການເຊື່ອຖືສິ່ງ ສຳຄັນບໍ່ຄວນໝູນໃຊ້ເຫດການນີ້ໃຫ້ກາຍເປັນສິ່ງຫຍໍ້ທໍ້ໃນສັງຄົມ ເພາະບາງບ່ອນຈັດຂ້ອນຂ້າງຟຸມເຟືອຍ ບໍລິໂພກນິຍົມ ເພື່ອໃຫ້ສົມສັກສີ ເຄື່ອງແກ້ມຂອງກິນຫຼວງຫຼາຍລົ້ນໂຕະ ກິນເຫຼົ້າຍີ່ຫໍ້ດັງໆ ແລ້ວມີຄົນເມົາກາຍຂອບເຂດ ເກີດມີການລວນລາມກັນເອງ ບາງກໍສວຍໂອກາດນີ້ສວມສິດງັນຊ້ຳທ້າຍ ດ້ວຍການຫຼິ້ນພະນັນແບບມາລາທອນອີກ ເຊິ່ງນັບວ່າບໍ່ເປັນມຸງຄຸນແກ່ງານແທ້ໆເນີ ພີ່ນ້ອງເນີ!-->
[[en:Baci]]
|