ດອກຈຳປາ: Difference between revisions

Content deleted Content added
ໜ້າໃໝ່: '''ດອກຈຳປາ''' thumb|left|_ດອກຈຳປາ_ດອກໄມ້ຢູ່ໃນແຕ່ລະປະເທ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 11:11, 20 ກໍລະກົດ 2012

ດອກຈຳປາ

ຮູບ:Frangipani - Plumeria rubra L.cv.jpg
_ດອກຈຳປາ_

ດອກໄມ້ຢູ່ໃນແຕ່ລະປະເທດມີຫຼາຍຊະນິດ ແຕ່ມີພຽງດອກໄມ້ຊະນິດໃດໜຶ່ງເທົ່ານັ້ນທີ່ບາງປະເທດຖືວ່າເປັນດອກໄມ້ປະຈຳຊາດຂອງຕົນ ຫຼື ເປັນສັນຍາລັກຂອງຊາດ. ປະເທດລາວກໍ່ຖືເອົາ ດອກຈຳປາ ເປັນສັນຍາລັກ ຫຼື ເປັນດອກໄມ້ປະຈຳຊາດ ດັ່ງທີ່ພວກເຮົາເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ ດອກຈຳປາ ມາໄດ້ຫຼາຍທົດສະວັດແລ້ວ, ເນື້ອໃນບາງຕອນກໍ່ໄດ້ບົ່ງບອກສັນຍາລັກດັ່ງກ່າວມານີ້ແທ້:

                                         ໂອດວງຈຳປາ        ບຸບຜາເມືອງລາວ
                                         ງາມດັ່ງດວງດາວ      ຊາວລາວເພິ່ງໃຈ
                                         ເກີດຢູ່ພາຍໃນ       ດິນແດນລ້ານຊ້າງ...
   



ດອກຈຳປາ ມີຊື່ທາງວິທະຍາສາດວ່າ Plumerla rubra, ຊື່ທົ່ວໄປເປັນພາສາອັງກິດ Frangipanil tree, Temple tree, Werst indian Jasmine ເຊິ່ງມີຕົ້ນກຳເນີດມາຈາກເຂດຮ້ອນຂອງທະວີບອາເມຣິກາ


ໃນປະເທດລາວເຮົາດອກຈຳປາເປັນດອກໄມ້ທີ່ພົບເຫັນແຕ່ເໜືອຕະຫຼອດໃຕ້ຄືຕັ້ງແຕ່ແຂວງຜົ້ງສາລີ ຈົນຮອດ ແຂວງຈຳປາສັກ. ດອກຈຳປາມີລຳຕົ້ນສູງປະມານ6-12 ແມັດ, ແຕກກ່ິງງ່າ ຄົດໂງ ພໍສົມຄວນ, ທຸກສ່ວນມີນ້ຳຢາງສີຂາວ, ດອກ ມີລັກສະນະເປັນຊໍ່ໃຫຍ່ ເຕົ້າໂຮມກັນຢູ່ທ່ີປາຍກິ່ງ, ດອກເປັນຮູບຈວຍ,ປາຍແຍກເປັນ 5 ກີບ ເຊ່ິງແຕ່ລະກີບເອີ້ນວ່າ ກີບດອກ, ແຕ່ລະກີບດອກຊ້ອນເຫຼ່ືອມກັນ, ມີຫຼາຍສີໃນດອກດຽວກັນ ເຊ່ັນ ສີຂາວ ເຊ່ິງເພິ່ນມັກເຫັນຢູ່ແຄມດ້ານນອກ ຂອງກີບດອກ, ຖັດເຂົ້າໄປຂ້າງໃນຂອງກີບດອກ ມີລັກສະນະເປັນສີເຫຼືອງ ແລະເຫຼືອງເຂັ້ມ ເມ່ືອລົງຮອດໃຈກາງຂອງດອກ. ຢູ່ພື້ນຂອງກີບດອກ ພົບວ່າມີສີແດງ,ສີບົວ ແຊກຢູ່ກັບສີຂາວ. ດອກມີກິ່ນຫອມ ແບບທຳມະຊາດ ຕະລອດທັງວັນ, ບໍ່ຫ່ຽວງ່າຍ, ເລີ້ມອອກດອກ ກ່ອນປີໃໝ່ລາວ ແລະ ໂດຍທົ່ວໄປ ດອກອອກກ່ອນໃບ.ນອກຈາກນັ້ນ ຍັງເປັນພືດ ທ່ີບໍ່ມັກເປັນພະຍາດ ແລະ ບໍ່ຄ່ອຍມີມອດ ແມງມາລົບກວນ. ບາງຄັ້ງ ຜູ້ຄົນຫຼົງດອກລັ່ນທົມ ເຊິ່ງມີຊື່ວິທະຍາສາດວ່າ “Plumeria obtusa” ເປັນດອກຈຳປາ ເພາະໃນຕົວຈິງ ຕົ້ນດອກໄມ້ສອງຊະນິດນີ້ກໍມີລັກສະນະໄກ້ຄຽງກັນຫຼາຍ ແຕ່ຖ້າສັງເກດຄັກໆ ກໍພໍຈຳແນກໄດ້ ດັ່ງ ຕົ້ນດອກລັ່ນທົມ ມີໃບແຜ່ກວ້າງຢູ່ສ່ວນປາຍຫຼາຍກວ່າສ່ວນກົກຂອງແຜ່ນໃບ (ຮູບໄຂ່ປີ້ນ) ແລະ ອອກສີຂຽວເຂັ້ມ,ແຜ່ນໃບເຫຼື້ອມ. ກີບດອກລັ່ນທົມ ອອກສີຂາວຈະແຈ້ງກວ່າດອກຈຳປາ, ກີບດອກບໍ່ຊ້ອນເຫຼ່ືອມກັນ, ທັງດອກກໍ່ໃຫຍ່ກວ່າ ແລະ ປາຍກີບດອກແອນ ແລະ ໂກບເຂົ້າຫາຕີນດອກເຫັນຢ່າງແຈ່ມແຈ້ງ. ໃນທ້ອງຕະຫຼາດ ກໍມີການພັດທະນາຫາພັນປະສົມໄປເລື້ອຍໆເຮັດໃຫ້ຜູ້ຄົນສັບສົນໄປຕາມໆກັນ. ເພ່ິນນິຍົມປູກດອກຈຳປາ ໄວ້ເປັນດອກໄມ້ປະດັບຕາມສະຖານທ່ີສາທະລະນະຕ່າງໆ ເຊັ່ນ ຢູ່ຕາມວັດວາອາຮາມ, ດັ່ງ ໃນກໍລະນີຢູ່ຕາມເດີ່ນຂອງ ວັດພູ ແຂວງຈຳປາສັກ; ໃນໄລຍະໃໝ່ ກໍໄດ້ມີການນິຍົມປູກຕາມແຄມຖະໜົນ ຫົນທາງ ແລະ ສະຖານທ່ີລັດຖະການອີກດ້ວຍ. ການປູກຕົ້ນດອກຈຳປາເປັນພືດປະດັບໃນເດີ່ນບ້ານເດີ່ນສວນຂອງຊາວລາວໄດ້ຮັບຄວາມນິຍົມຫຼາຍຂຶ້ນອັນເຮັດໃຫ້ພັນດອກຈຳປາປຸງແຕ່ງ ຫຼືພັນຊອດຂະຫຍາຍຕົວຫຼາຍຂຶ້ນ ໃນຊຸມທົດສະວັດຫຼັງມານີ້.ນັບແຕ່ ບູຮານນະການມາ ຊາວລາວທັງຫຼາຍ ນຳໃຊ້ດອກຈຳປາ ປະສົມກັບນ້ຳຫອມເພື່ອສົງພະ ໃນໂອກາດປີໃໝ່ລາວ, ໃຊ້ປະດັບປະດາພາຂວັນ, ຮ້ອຍ ຫຼື ແຊມໃສ່ເກົ້າຜົມ ໃນເວລາມີງານສະແດງສິນລະປະ ໂດຍສະເພາະ ແມ່ນການຟ້ອນ“ດອກຈຳປາ” ຢູ່ຕາມພິທີທາງການຕ່າງໆ ເຊັ່ນ ໃນພິທີຮັບແຂກບ້ານ ແຂກເມືອງ, ໃນໂຮງຮຽນ ຫຼື ບ່ອນອ່ືນໆ, ຮ້ອຍເປັນ-ພວງມາໄລ ເພ່ືອນຳມາຄ້ອງຄໍໃຫ້ແກ່ແຂກບ້ານແຂກເມືອງ ທ່ີມາຢ້ຽມຢາມ, ຄ້ອງຄໍໃຫ້ແກ່ເຈົ້າສາວ ເພ່ືອຈອງເປັນຄູ່ຟ້ອນລຳວົງຕາມງານ ບຸນປະເພນີຕ່າງໆ. ນອກຈາກນັ້ນ ດອກຈຳປາ ຍັງຖືກນຳໃຊ້ເປັນສະໝູນໄພເຊ່ັນວ່າ ຝັກ ຖືກນຳໃຊ້ ຝົນທາແກ້ລິດສະດວງທວານໜັກ. ເປືອກຂອງຕົ້ນ ໃຊ້ປະສົມກັບນ້ຳໝາກພ້າວ, ກັບນ້ຳນົມເຂົ້າ ເພ່ືອແກ້ອາການຖອກທ້ອງ, ຂັບຖ່າຍປັດສະວະ ແລະປະຈຳເດືອນ, ແກ້ອາການໄຂ້. ດອກ ມີລົດຂົມ ໃຊ້ປະສົມໃບພູ ກິນແກ້ໄຂ້ມາລາເລຍ.ສ່ວນຮາກ ມີລົດຂົມ ເປັນຢາຖ່າຍ ແກ້ໂລກໜອງໃນ, ໂລກໄຂຂ້ໍອັກເສບ ແລະ ຂັບລົມດັ່ງນີ້ເປັນຕົ້ນ.