ປັກກິ່ງ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ປັກກິ່ງ''' ຫຼື'''ເປີຍຈິ່ງ (Beijing) ''' ([[ພາສາຈີນ]]: {{ສຽງ|Zh-Beijing.ogg|北京}}, [[ພິ່ນອິ່ນ]]: Běijīng) ເປັນນະຄອນຫຼວງຂອງ[[ສາທາລະນະລັດປະຊາຊົນຈີນ]] ມີຊື່ຫຍໍ້ວ່າ ກິ່ງ(ຫຼືວ່າ ຈິ່ງ)ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ພູພຽງ[[ຫວາເປີຍ]] ຊື່ເດີມຄື ຈີ້ ສະໄໝ[[ຊຸນຊິວຈ້ານກົ໋ວ]]ເປັນເມືອງຫຼວງຂອງ[[ແຄວ້ນຢັ່ນ]] ສະໄໝ[[ລາຊະວົງຫຼຽວ]] ເປັນເມືອງຫຼວງຮອງ[[ຊື່ຢັ່ນຈິ່ງ]] ເປັນເມືອງຫຼວງຂອງເມືອງຈີນຕັ້ງແຕ່ສະໄໝ[[ລາຊະວົງຈິ້ນ]] [[ຢ໋ວນ]] [[ໝິງ]] [[ຊິງ]]ຈົນເຖິງ[[ສາທາລະນະລັດຈີນ]] ເຄີຍໃຊ້ຊື່ຈົ່ງຕູ່ ຕ້າຕູ່ ເປີຍຜິງແລະເປີຍຈິ່ງ ໂດຍມີຊື່ເອີ້ນທັງໝົດ 60 ກວ່າຊື່<ref>[http://thai.cri.cn/221/2010/02/10/21s170335.htm ຮູ້ບໍ ວ່າປັກກິ່ງເປັນເມືອງທີ່ມີຊື່ຫຼາຍທີ່ສຸດໃນໂລກ(CRI)]</ref> ເລີ່ມຕົ້ນເປັນເມືອງຕັ້ງແຕ່ປີ 1928 ປັດຈຸບັນແບ່ງເປັນ16 ເຂດແລະ 2 ເມືອງນ້ອຍ ເປັນນະຄອນທີ່ຂື້ນກັບອຳນາດການປົກຄອງຂັ້ນສູນກາງໂດຍກົງ. ປັກກິ່ງມີເນື້ອທີ່ທັງໝົດ 16,800 ກິໂລແມັດມົນທົນ ຮອດທ້າຍປີ 2002 ທົ່ວນະຄອນມີປະຊາກອນ 1,136,300 ຄົນ ນະຄອນປັກກິ່ງເປັນໃຈກາງການເມືອງ ວັດທະນະທຳ ວິທະຍາສາດ ການສຶກສາແລະ ການຄົມມະນາຄົມທົ່ວປະເທດຈີນແລະກໍເປັນເມືອງທ່ອງທ່ຽງທີ່ມີຊື່ສຽງໃນປະເທດຈີນກໍຄືໃນໂລກ, ແຫຼ່ງທ່ອງທ່ຽວທີ່ສຳຄັນມີ[[ກຳແພງຍັກເມືອງຈີນ]] [[ພະລາຊະວັງບູຮານ]] [[ຫໍສັກກະລະຟ້າທ່ຽນຖັນ]] [[ສຸສານຮ່ອງເຕ້ລາຊະວົງໝິງ]] [[ວັງພັກຮ້ອນອີ໋ເຫີຢ໋ວນ]]ແລະ[[ພູຊ່ຽງຊ່ານ]] ເປັນຕົ້ນ.ປັດຈຸບັນ, ປັກກິ່ງເປັນເຂດປົກຄອງພິເສດແບບມະຫານະຄອນ 1 ໃນ 5 ແຫ່ງຂອງຈີຍ,ເຊິ່ງມີຖານະທຽບເທົ່າກັບແຂວງ, ຫຼັງຈາກປັກກິ່ງໄດ້ຮັບການຈັດຕັ້ງເປັນນະຄອນຫຼວງຂອງ[[ສາທາລະນະລັດປະຊາຊົນຈີນ]]ໃນ 1949 ແລ້ວ ໂດຍສະເພາະພາຍຫຼັງຊຸມປີ 80 ສະຕະວັດທີ 20, ເມືອງປັກກິ່ງໄດ້ພັດທະນາຢ່າງວ່ອງໄວຢ່າງເຫຼືອເຊື່ອ ມີການປ່ຽນແປງຢ່າງພິກແຜ່ນດິນປີ້ນແຜ່ນຟ້າ. ປັດຈຸບັນ, ນະຄອນປັກກິ່ງບໍ່ພຽງແຕ່ຮັກສາສະພາບເມືອງບູຮານໄວ້, ຍັງສະແດງເຖິງສະພາບເມືອງທີ່ທັນສະໄໝ, ຈົນກາຍເປັນເມືອງໃຫຍ່ຂອງໂລກ.
 
[[ace:Beijing]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ປັກກິ່ງ"