ວິລະຊົນ ສີທອງ: Difference between revisions

Content deleted Content added
 
No edit summary
ແຖວ 1:
[['''ປະຫວັດ ແລະ ການກຳເນີດເຕີບໃຫຍ່ຂອງ ສີທອງ ວິລະຊົນແຫ່ງຊາດ''']]
 
ບ້ານ ນາຫອຍປັງ ເປັນເປັນໝູ່ບ້ານນ້ອຍແຫ່ງໜຶ່ງຕັ້ງຢູ່ເຂດຕາແສງລ່ອງນ້ຳສັງ-ນ້ຳຕອນ, ເມືອງ ນາຊາຍທອງ, ແຂວງ ວຽງຈັນ (ປັດຈຸບັນແມ່ນ ເມືອງ ສັງທອງ), ຫ່າກຈາກນະຄອນຫຼວງວຽງຈັນໄປທາງທິດຕາເວັນຕົກສຽງເໜືອປະມານ 74 ກິໂລແມັດ, ພື້ນທີ່ພູມສັນຖານສ່ວນໃຫຍ່ແມ່ນທົ່ງຮາບສະຫຼັບກັບພູດອຍ, ດຍສະເພາະແມ່ນສາຍພູພະນັງຕັ້ງຍາວຢຽດຈົນເຖິງແຄມນ້ຳຂອງຊາຍແດນລາວ-ໄທ, ມີປ່າດົງຕຶບໜາ, ມີປະຊາຊົນອາໄສຢູ່ 30 ກວ່າຫຼັງຄາເຮືອນ, ມີພົນລະເມືອງ 150 ຄົນ, ປະຊາຊົນເກືອບທັງໝົດແມ່ນເຊື້ອຊາດລາວລຸ່ມ, ມີພື້ນຖານວັດທະນາທຳຮີດຄອງທີ່ດີງາມທີ່ໄດ້ຮັບການສືບທອດມານັບຫຼາຍເຊັ່ນຄົນ ນັ້ນແມ່ນການນັບຖືສາສະໜາພຸດ, ປະຊາຊົນມີມູນເຊື້ອຮັກຊາດ, ຮັກຄວາມເປັນເອກະລາດ, ດຸໝັ່ນຂະຍັນພຽນໃນການອອກແຮງງານສ້າງຖິ່ນຖານບ້ານເມືອງ ແລະ ຍັງເປັນເຂດທີ່ອຸດົມຮັ່ງມີທາງດ້ານຊັບພະຍາກອນທຳມະຊາດ, ເປັນເຂດດິນດຳນ້ຳຊຸມອຸດົມດ້ວຍພືດພັນນາໆຊະນິດ, ປະຊາຊົນເກືອບທັງໝົດແມ່ນຖືອາຊີບເຮັດນາເປັນຫຼັກ. ນອກຈາກນັ້ນກໍ່ມີການລ້ຽງສັດ, ປູກຝັງພືດຜົນລະໄມ້ຕ່າງໆ, ຊອກຫາເຄື່ອງປ່າຂອງດົງ ເພື່ອເປັນສິນຄຄ້າສົ່ງອອກແລກປ່ຽນໃຫ້ແກ່ເມືອງວຽງຈັນ, ຜະລິດທັນຍາຫານເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ພໍຢູ່ພໍກິນ.
ບ້ານ ນາຫວຍປັງ, ຍ້ອນມີຖານທີ່ຕັ້ງຍຸດທະສາດທີ່ສຳຄັນແຫ່ງໜຶ່ງຢູ່ເຂດລ້ອງສັງ-ລ້ອງຕອນ ເປັນເຂດຕິດລຽນກັບບັນດາຍ້ານ, ເມືອງທີ່ເປັນກຳແພງອ້ອມຮອບເມືອງວຽງຈັນ, ເຊິ່ງເປັນທີ່ຕັ້ງສູນກາງສຳຄັນດ້ານການເມືອງ-ການທະຫານ, ເສດຖະກິດ, ວັດທະນາທຳ-ສັງຄົມ(ເມືອງຫຼວງ)ຂອງປະເທດລາວ. ໃນຊຸມປີເລີ່ມມີການຕໍ່ສູ້ກູ້ຊາດຕ້ານລ່າເມືອງຂື້ນຝຮັ່ງເຂດລ້ອງສັງ-ລ້ອງຕອນ, ກຳລັງແນວລາວອິດສະຫຼະ(ຄະນະກູ້ຊາດ)ໄດ້ເຄື່ອນໄຫວສ້າງເຂດນີ້ເປັນເຂດທີ່ໜັ້ນກອງຫຼອນ, ທີ່ໜັ້ນຕໍ່ຕ້ານຢ່າງແຂງແກ່ນ ເພື່ອນຳພາ ແລະ ຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນຢູ່ຕົວເມືອງ. ສ້າງເປັນແນວປ້ອງຫັນສະກັດກັ້ນການແຜ່ລາມອຳນາດຂຸນເສິກຂອງສັດຕູ້ອອກສູ່ຊົນນະບົດ ແລະ ປົກປັກຮັກສາໃຈກາງເມືອງວຽງຈັນ, ເນື່ອງຈາກທີ່ຕັ້ງສຳຄັນດັ່ງກ່າວ, ບໍລິເວນລ້ອງສັງ-ລ້ອງຕອນ ຈຶ່ງໄດ້ກາຍເປັນເຂດຍາດແຍ່ງລະຫວ່າງ 2 ກຳລັງ (ກຳລັງປະຕິວັດ ແລະ ກຳລັງຈັກກະພັດ) ທັງເປັນບ່ອນຈັກກະພັດຝຣັ່ງໄດ້ເອົາໃຈໃສ່ກວາດລ້າງ, ປາບປາມ, ຂົ່ມຂູ່ປະຊາຊົນຢ່າງໜັກໜ່ວງ. ມາຮອດສະໄໜຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມຣິກາກໍ່ເຊັ່ນດຽວກັນປະຊາຊົນຢູ່ເຂດນີ້ລ້ວນແສຕ່ຖືກກົດຂີ່ຂູດຮີດ, ຂົ່ມເຫັງ ແລະ ທາລຸນເໜືອນກັບປະຊາຊົນລາວໃນທົ່ວປະເທດ. ສັດຕູ້ໄດ້ນຳກຳລັງບຸກຕີກວາດລ້າງ ແລະ ສ້າງອຳນາດການປົກຄອງຫຸ່ນທ້ອງຖິ່ນຂື້ນເພື່ອເປັນການຂູດຮີດປະຊາຊົນຢ່າງຕໍ່ເນື່ອງ.
 
[['''ຊີວິດເມື່ອເຍົາໄວ''']]