ທອງສັມລິດ ອ່ອນມະນີສອນ: Difference between revisions

Content deleted Content added
Kuznets Curve ຫລື ເສັ້ນໂຄ້ງ ຄູເນັດ
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 18:27, 12 ພຶດສະພາ 2012

ປະຈຸບັນ ກຳລັງສ້າງຜົນງານວິໄຈອັນຫນຶ່ງ ກ່ຽວກັບ ຄວາມສຳພັນ ລະຫວ່າງມົນລະພິດ ແລະ ອຸດສາຫະກຳ: ເຂດເສດຖະກິດພິເສດ ຢູ່ ສປປ ລາວ. <gallery>

ໂດຍການນຳໃຊ້ທິດສະດີ ສົມມຸດທິຖານ ຂອງ ທ່ານ ໄຊມອນ ຄູເນັດ ນັກເສດຖະສາດລູກຊອດຣັດເຊຍອາເມລິກາ

ເສັ້ນໂຄ້ງ ຄູເນັດ ແມ່ນຕົວແທນຂອງສົມມຸດຖານ ຂອງທ່ານ ໄຊມອນ ຄູເນັດ ເສັ້ນໂຄ້ງ ຄູເນັດ: ເມື່ອປະເທດໃດຫນຶ່ງມີການພັດທະນາ, ຮອບວຽນດ້ານເສດຖະກິດ ຂອງຊັບພະຍາກອນທຳມະຊາດຂອງປະເທດນັ້ນ ຍ່ອມມີການຂັບເຄື່ອນດ້ວຍແຮງຊຸກດັນຂອງຕະຫລາດ ເຊິ່ງເປັນແຮງທຳອິດທີ່ຊຸກໃຫ້ມີການກະຈາຍຕົວຂອງລາຍໄດ້ທີ່ບໍ່ເທົ່າທຽມກັນ(inequality) ແລະ ຈາກນັ້ນ ລາຍໄດ້ດັ່ງກ່າວຈະເພີ່ມຂຶ້ນ ເມື່ອລາຍໄດ້ສະເລ່ຍທີ່ແນ່ນອນເກີດຂຶ້ນ.


”ລາຍໄດ້ທີ່ບໍ່ເທົ່າທຽມກັນ ຫລື Economic inequality ຍັງຫມາຍຄວາມວ່າ: ເປັນຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ຄວາມທຸກຈົນ...”


ຕົວຢ່າງ: ເປັນຫຍັງເສັ້ນໂຄ້ງດັ່ງກ່າວ ຈຶ່ງເກີດຂຶ້ນ, ມັນເກີດຂຶ້ນຍ້ອນວ່າ ໃນເບື້ອງຕົ້ນ ໂອກາດການລົງທຶນພັດທະນາ ແມ່ນມີຫລາຍ ຍ້ອນມີເງິນຫລາຍ ໃນຄະນະທີ່ຄ່າແຮງງານຊ້ຳພັດຕ່ຳ ຕ່ຳກໍ່ຍ້ອນວ່າ ຄວາມບໍ່ເທ່ົາທຽມກັນຂອງລາຍໄດ້ ໄປແກ່ດຶງການຂະຫຍາຍຕົວຂອງເສດຖະກິດ ຍ້ອນວ່າຄົນທຸກບໍ່ມີເງິນຈ້າງຄ່າຮຽນ.

ເສັ້ນໂຄ້ງ ຄູເນັດ ສະແດງຄວາມໄນໃຫ້ຮູ້ວ່າ ເມື່ອປະເທດໃດຫນຶ່ງ ກຳລັງກ້າວສູ່ອຸດສາຫະກຳ- ໂດຍສະເພາະກົນໄກດ້ານກະສິກຳ - ສູນກາງເສດຖະກິດຂອງຊາດນັ້ນ ຈະຫຍັບເຂົ້າສູ່ຕົວເມືອງ. ເຊິ່ງເປັນຊ່ອງຫວ່າງ ລະຫວ່າງຕົວເມືອງ-ຊົນນະບົດ (ເຈົ້າຂອງກິດຈະການ ຍ່ອມໄດ້ກຳໄລ ຂະນະທີ່ລູກຈ້າງ ຍ່ອມເສຍລາຍຮັບ), ຄົນຊົນນະບົດ ອາດຫລຸດລົງ ເມື່ອຄົນເມືອງເພີ່ມຂຶ້ນ, ເຊິ່ງເຮັດໃຫ້ຄົນຫລັ່ງໄຫລເຂົ້າເມືອງເພື່ອສະແຫວງຫາລາຍໄດ້. ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ຈຶ່ງຫລຸດລົງ ເມື່ອ ລາຍໄດ້ສະເລ່ຍໃດຫນຶ່ງທີ່ແນ່ນອນເກີດຂຶ້ນ ແລະ ຄວາມເປັນອຸດສາຫະກຳ ຈະໄປເພີ່ມສະຫວັດດີການຂຶ້ນ ຈຶ່ງເຮັດໃຫ້ໄດ້ປະໂຫຍດຈາກການຂະຫຍາຍຕົວໄວ ແລະ ຊ່ວຍເພີ່ມລາຍໄດ້ຕໍ່ຫົວຄົນ. ນີ້ແມ່ນຄວາມເຊື່ອຂອງທ່ານ ຄູເນັດ; ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ຈະໄປຕາມຮູບອັກສອນຢູປີ້ນ ຫລື inverted “U” shape ໂດຍການເພີ່ມຂຶ້ນ ຫລື ຈາກນັ້ນກໍຫລຸດລົງ ຕາມການເພີ່ມຂຶ້ນຂອງລາຍໄດ້.

ເສັ້ນໂຄ້ງ ຄູເນັດ ສະແດງ ຮູບອັກສອນຢູປີ້ນ, ເຖິງແມ່ນວ່າບັນດາຕົວແປທີ່ໄປຕາມແກນຈະເຂົ້າກັນສະເຫມີ, ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ຫລື ແກນຮ່ວມ Gini coefficient ເທິງແກນ Y ແລະ ການພັດທະນາເສດຖະກິດ, ເວລາ ຫລື ລາຍໄດ້ຕໍ່ຫົວຄົນເທິງແກນ X.[citation needed]

ນັບແຕ່ປີ, ເສັ້ນໂຄງກູເນັດ ດ້ານສິ່ງແວດລ້ອມ ໄດ້ສືບຕໍ່ກາຍເປັນມາດຖານ ໃນການຄົ້ນຄວ້າວິໄຈ ກ່ຽວກັບ ນະໂຍບາຍດ້ານສິ່ງແວດລ້ອມ ເຊິ່ງມີການນຳໃຊ້ກັນຢ່າງຫລວງຫລາຍ.