ພັດທະຍາ: Difference between revisions

Content deleted Content added
No edit summary
ແຖວ 5:
== ປະຫວັດເມືອງພັດທະຍາ ==
 
ເລີ່ມຮູ້ຈັກກັນຈາກຄຳບອກເລົ່າຕໍ່ກັນມາວ່າ ເມື່ອ [[ພ.ສ. 2310]], ກ່ອນເສຍ[[ກຸງສີອະຍຸດທະຍາ]]ໃຫ້ກັບ[[ພະມ້າ]] 3 ເດືອນ, [[ພະຍາຕາກ]] (ສິນ), ຂະໜະນັ້ນຍັງເປັນພະຍາ[[ກຳແພງເພັດ]], ລົງຄວາມເຫັນວ່າ ຫາກກຸງສີອະຍຸດທະຍາຍັງຕໍ່ສູ້ນຳພະມ້າຢ່າງອ່ອນແອເຊ່ນນີ້, ຕໍ່ໄປຈະຕ້ອງສູນເສຍເມືອງໃຫ້ພະມ້າຢ່າງແນ່ນອນ. ພະຍາກຳແພງເພັດຈິ່ງຮວບຮວມສະໝັກພັກພວກອອກໄປຕັ້ງຫຼັກໃຫມ່. ໃຫ້ມີກຳລັງທັບເຂ້ມແຂງຂຶ້ນຄ່ອຍຄືນມາກູ້ເມືອງຄືນ. ພະຍາກຳແພງເພັດໄດ້ເລີ່ມເຄື່ອນທັບອອກຈາກຄ່າຍວັດພິໄຊມຸ່ງໜ້າໄປທາງທິດຕະເວັນອອກສຽງໃຕ້ ສູ້ພ້ອມຮົ່ນຖອຍໜີການຕາມລ່າ ຂອງທະຫານພະມ້າໄປພ້ອມ ຈົນກະທັ່ງເລີຍເຂົ້າແຂວງເມືອງຊົນບຸລີ. ພະຍາກຳແພງເພັດເຊົາພັກທັບຢູ່ບໍລິເວນໜ້າ[[ວັດໃຫຍ່ອິນທາຣາມ]]ໃນປັດຈຸບັນໃນປະຈຸບັນ, ແລ້ວເດີນທັບມຸ່ງກົງໄປຍັງ[[ຈັນທະບຸລີ]]. ລະຫວ່າງທາງໄດ້ພັກຢູ່ບ້ານໜອງໄຜ່ [[ຕຳບົນນາເກືອ]] ແຂວງເມືອງ[[ບາງລະມຸງ]], ປັດຈຸບັນຢູ່ທາງຫຼັງສະຖານີຕຳຫຼວດພູທອຣພັດທະຍາປະຈຸບັນຢູ່ທາງຫຼັງສະຖານີຕຳຫຼວດພູທອຣພັດທະຍາ.
 
ຕາມ[[ພະລາດຊະພົງສາວະດານ]]ສະບັບພະລາດຊະຫັດຖະເລຂາເຫຼ້ມ 2 ກ່າວເອົາໄວ້ວ່າ ຂະໜະທີ່ ນາຍກົມ ເປັນນາຍຊຸມນຸມຄຸມໄພ່ພົນຢູ່ຫັ້ນ, ຕັ້ງທັບຖ້າສະກັດຄຶດຈະຕໍ່ລອງພະຍາກຳແພງເພັດໃນຕອນນັ້ນຂຶ້ນຊ້າງພາຍຖືປືນນົກສັບລາງແດງພ້ອມດ້ວຍພົນທະຫານອັນຮ່ວມເດີນທາງມາແຫ່ລ້ອມໜ້າຫຼັງ ກົງເຂົ້າໄປໃນລະຫວ່າງພວກພົນນາຍກົມມາສະກັດຢູ່, ດ້ວຍເດຊະບາລະມີບັນດານໃຫ້ນາຍກົມເກີດເກງກົວພະເດຊານຸພາບວາງອາວຸດສິ້ນ ພາພັກພວກພົນເຂົ້າຮ່ວມກອງທັບນຳພະຍາກຳແພງເພັດ. ຈາກນັ້ນພະຍາກຳແພງເພັດກໍ່ນຳທັບໄປຢຸດປະທັບຢູ່ສະຖານທີ່ອັນມີໜອງນ້ຳເທື່ອຮຸ່ງຂຶ້ນ ຫຼືວັນອັງຄານແຮມ 6 ຄ່ຳ ເດືອນຍີ່.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພັດທະຍາ"