ພັດທະຍາ: Difference between revisions

Content deleted Content added
ແຖວ 10:
 
ນາຍກົມຈິ່ງນຳໄພ່ພົນໝື່ນໜຶ່ງນຳທັບໄປຮອດຢູ່ຕຳບົນໜຶ່ງ ແລະເຊົາພັກເສຍໜຶ່ງຄືນ. ມື້ຕໍ່ມາຈິ່ງເດີນທັບມາຮອດນາຈອມທຽນແລະທົ່ງໄກ່ເຕ້ຍ [[ສັດຕະຫີບ]] ໂດຍຢຸດພັກແຮມແຫ່ງລະຄືນ. ຕໍ່ມາຊາວບ້ານກໍ່ເອີ້ນຕຳບົນນີ້ວ່າ '''ທັບພະຍາ''' ແລະປ່ຽນມາເອີ້ນໃຫມ່ '''ພັດທະຍາ''', ເນື່ອງຈາກເຫັນວ່າກົງບໍລິເວນອັນພະຍາຕາກມາຕັ້ງທັບນັ້ນທຳເລດີ ແລະມີລົມທະເລຊື່ '''ລົມພັດທະຍາ''' ເຊິ່ງກໍ່ແມ່ນລົມອັນພັດມາແຕ່ທິດຕະເວັນຕົກສຽງໃຕ້ຫາທິດຕະເວັນອອກສຽງເໜືອໃນຕົ້ນລະດູຝົນ, ຈິ່ງເອີ້ນສະຖານທີ່ ແຫ່ງນີ້ວ່າ '''ໝູ່ບ້ານພັດທະຍາ'''.
 
ອີກເຫດການສຳຄັນອັນເຮັດໃຫ້ພັດທະຍາເປັນທີ່ຮູ້ຈັກໄປທົ່ວ ເກີດຂຶ້ນເມື່ອວັນທີ່ 29 ມິຖຸນາ [[ພ.ສ. 2502]] ເມື່ອມີລົດບັນທຸກຂະໜາດໃຫຍ່ຂອງທະຫານ[[ອະເມລິກັນ]]ປະມານ 4-5 ຄັນ, ບັນທຸກທະຫານເຕັມຄັນລົດ ປະມານຄັນລະ 100 ຄົນ ແຕ່[[ຈັງຫວັດນະຄອນລາດຊະສີມາ]] ເຊິ່ງບ່ອນຫັ້ນມີຖານທັບຂອງທະຫານອະເມລິກັນຢູ່ ມຸ່ງມາສູ່ພັດທະຍາ ແລະມາເຊົ່າບ້ານຕາກອາກາດຂອງພະຍາສຸນທອນ. ບໍລິເວນຕອນໃຕ້ຂອງຫາດ ໂດຍຜັດກັນມາພັກຜ່ອນເປັນງວດ ງວດລະສັບດາ. ຈາກພຶດຕິກຳຂອງທະຫາດອະເມລິກັນເຊ່ນນີ້, ຈິ່ງກາຍເປັນຈຸດເລີ່ມຕົ້ນການທ່ອງທ່ຽວເມືອງພັດທະຍຕອນນີ້ກະດາຍ. ຈາກສະພາບໝູ່ບ້ານຊາຍທະເລອັນງຽບສະຫງົບ ພັດປ່ຽນກັບກາຍມາເປັນສະຖານທີ່ທ່ອງທ່ຽວຕາກອາກາດ. ໃນເວລາຕໍ່ມາ ໝູ່ບ້ານພັດທະຍາກໍ່ຖືກພັດທະນາເປັນເມືອງທ່ອງທ່ຽວຂຶ້ນຊື່ ໃນລະດັບນານາຊາດ. ເປັນທີ່ຮູ້ຈັກໄປທົ່ວທຸກມຸມໂລກ ຢ່າງເຊ່ນປະຈຸບັນ.
 
[[ar:باتايا]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພັດທະຍາ"