ພັດທະຍາ: Difference between revisions
Content deleted Content added
No edit summary |
|||
ແຖວ 7:
ເລີ່ມຮູ້ຈັກກັນຈາກຄຳບອກເລົ່າຕໍ່ກັນມາວ່າ ເມື່ອ [[ພ.ສ. 2310]], ກ່ອນເສຍ[[ກຸງສີອະຍຸດທະຍາ]]ໃຫ້ກັບ[[ພະມ້າ]] 3 ເດືອນ, [[ພະຍາຕາກ]] (ສິນ), ຂະໜະນັ້ນຍັງເປັນພະຍາ[[ກຳແພງເພັດ]], ລົງຄວາມເຫັນວ່າ ຫາກກຸງສີອະຍຸດທະຍາຍັງຕໍ່ສູ້ນຳພະມ້າຢ່າງອ່ອນແອເຊ່ນນີ້, ຕໍ່ໄປຈະຕ້ອງສູນເສຍເມືອງໃຫ້ພະມ້າຢ່າງແນ່ນອນ. ພະຍາກຳແພງເພັດຈິ່ງຮວບຮວມສະໝັກພັກພວກອອກໄປຕັ້ງຫຼັກໃຫມ່. ໃຫ້ມີກຳລັງທັບເຂ້ມແຂງຂຶ້ນຄ່ອຍຄືນມາກູ້ເມືອງຄືນ. ພະຍາກຳແພງເພັດໄດ້ເລີ່ມເຄື່ອນທັບອອກຈາກຄ່າຍວັດພິໄຊມຸ່ງໜ້າໄປທາງທິດຕະເວັນອອກສຽງໃຕ້ ສູ້ພ້ອມຮົ່ນຖອຍໜີການຕາມລ່າ ຂອງທະຫານພະມ້າໄປພ້ອມ ຈົນກະທັ່ງເລີຍເຂົ້າແຂວງເມືອງຊົນບຸລີ. ພຣະຢາກຳແພງເພັດເຊົາພັກທັບຢູ່ບໍລິເວນໜ້າ[[ວັດໃຫຍ່ອິນທາຣາມ]]ໃນປັດຈຸບັນ, ແລ້ວເດີນທັບມຸ່ງກົງໄປຍັງ[[ຈັນທະບຸລີ]]. ລະຫວ່າງທາງໄດ້ພັກຢູ່ບ້ານໜອງໄຜ່ [[ຕຳບົນນາເກືອ]] ແຂວງເມືອງ[[ບາງລະມຸງ]], ປັດຈຸບັນຢູ່ທາງຫຼັງສະຖານີຕຳຫຼວດພູທອຣພັດທະຍາ.
ຕາມ[[ພະລາດຊະພົງສາວະດານ]]ສະບັບພະລາດຊະຫັດຖະເລຂາເຫຼ້ມ 2 ກ່າວເອົາໄວ້ວ່າ ຂະໜະທີ່ ນາຍກົມ ເປັນນາຍຊຸມນຸມຄຸມໄພ່ພົນຢູ່ຫັ້ນ,
ນາຍກົມຈິ່ງນຳໄພ່ພົນໝື່ນໜຶ່ງນຳທັບໄປຮອດຢູ່ຕຳບົນໜຶ່ງ ແລະເຊົາພັກເສຍໜຶ່ງຄືນ. ມື້ຕໍ່ມາຈິ່ງເດີນທັບມາຮອດນາຈອມທຽນແລະທົ່ງໄກ່ເຕ້ຍ [[ສັດຕະຫີບ]] ໂດຍຢຸດພັກແຮມແຫ່ງລະຄືນ. ຕໍ່ມາຊາວບ້ານກໍ່ເອີ້ນຕຳບົນນີ້ວ່າ '''ທັບພະຍາ''' ແລະປ່ຽນມາເອີ້ນໃຫມ່ '''ພັດທະຍາ''', ເນື່ອງຈາກເຫັນວ່າກົງບໍລິເວນອັນພະຍາຕາກມາຕັ້ງທັບນັ້ນທຳເລດີ ແລະມີລົມທະເລຊື່ '''ລົມພັດທະຍາ''' ເຊິ່ງກໍ່ແມ່ນລົມອັນພັດມາແຕ່ທິດຕະເວັນຕົກສຽງໃຕ້ຫາທິດຕະເວັນອອກສຽງເໜືອໃນຕົ້ນລະດູຝົນ, ຈິ່ງເອີ້ນສະຖານທີ່ ແຫ່ງນີ້ວ່າ '''ໝູ່ບ້ານພັດທະຍາ'''.
|