ຮອບບິດ (ປຶ້ມ): Difference between revisions

Content deleted Content added
r2.6.5) (ໂຣບົດ ພວມແປງ: la:Hobbitus Ille
ແຖວ 5:
 
ທັງຄະນະເດີນທາງເຂົ້າໄປໃນປ່າ. ໄດ້ພໍ້ກັບພວກ[[ສັດປະຫຼາດອື່ນໆ (ມິດເດິລເອີຣ໌ທ)|ໂທຣລລ໌]], ຊຶ່ງແກນດັລ໌ຟມາຊ່ອຍໄວ້ໄດ້ທັນ ແລ້ວຈິ່ງເດີນທາງເຂົ້າໄປໃນ[[ພູໃນມິດເດິລເອີຣ໌ທ|ເທືອກພູມິສຕີ້]]. ພວກ[[ກໍບຼິນ]]ຈັບຕົວພວກເຂົາໄວ້ໄດ້. ແກນດັລ໌ຟຕາມມາຊ່ອຍອີກຕື່ມແຕ່ທັງຄະນະກໍ່ແຕກກະຈາຍຫາກັນບໍ່ພົບ. ບິລໂບຫຼົງຈາກກຸ່ມ ລາວເກັບແຫວນວົງໜຶ່ງໄດ້ລະຫວ່າງທາງ ແລະ ໄດ້ພົບກັບ[[ກອລລັມ]], ສັດປະຫຼາດຮູບຮ່າງຂີ້ຮ້າຍທີ່ອາໄສຢູ່ໃຕ້ເທືອກພູ ຊຶ່ງທ້າໃຫ້ລາວຫຼິ້ນເກມທາຍບັນຫາບໍ່ເຊ່ນນັ້ນຊິຂ້າເສຍ. ບິລໂບໃຊ້ແຫວນວິເສດຫຼົບລີ້ອອກມາໄດ້ຈົນມາພໍ້ພວກຄົນແຈ້ອີກເທື່ອ. ແລ້ວທັງໝົດຈິ່ງເດີນທາງຕໍ່ເຂົ້າໄປໃນປ່າທຶບແຫ່ງ[[ເມີຣ໌ຄວູ້ດ]]ຕາມລຳພັງໂດຍບໍ່ມີແກນດັລ໌ຟ. ບິລໂບໄດ້ຊ່ອຍເຫຼືອພວກຄົນແຈ້ຈາກແມງມຸມຍັກ ແລະ ຊ່ອຍພວກເຂົາຫຼົບລີ້ຈາກຄຸກຂອງພວກ[[ເອລຟ໌ (ມິດເດິລເອີຣ໌ທ)|ເອລຟ໌]]ປ່າໄດ້ອີກຕື່ມ, ເຮັດໃຫ້ກາຍເປັນທີ່ນິຍົມນັບຖືຫຼາຍ.
 
ເມື່ອເດີນທາງໄປໃກ້ພູໂລນລີ້ ທັງໝົດເຂົ້າໄປຮອດອານາຈັກມະນຸດມໍ່ເລຄທາວນ໌ ເຊິ່ງຕ້ອງການຄວາມຊ່ວຍເຫຼືອຈາກພວກຄົນແຈ້ໃຫ້ຂ້າມັງກອນສະມັອກ. ເມື່ອພວກເຂົາໄປຮອດໄດ້ພໍ້ປະຕູລັບເຂົ້າໄປໃນພູ ບິລໂບລອບເຂົ້າໄປໃນຮັງມັງກອນແລະລັກຈອກຄຳອອກມາ, ພ້ອມກັບສືບຮູ້ຈຸດອ່ອນຂອງມັງກອນ. ຝ່າຍມັງກອນ, ເມື່ອຮູ້ໂຕ, ກໍໄປເຜົາເມືອງເລຄທາວນ໌ຍ້ອນຄຶດວ່າຊາວເມືອງໃຫ້ຄວາມຊ່ວຍເຫຼືອຜູ້ບຸກລຸກ. ບິລໂບໃຫ້ຂໍ້ມູນແກ່ບາຣ໌ດ ນັກທນູ ທຳໃຫ້ລາວສັງຫານມັງກອນລົງໄດ້
 
ຄົນແຈ້ຟ້າວໄປຍຶດເມືອງໃນເທືອກເຂົາຄືນ. ບິລໂບຈວບເພັດອາຣ໌ເຄນສະໂຕນແລ້ວແອບເກັບເອາໄວ້ຄົນດຽວ. ຝ່າຍເອລຟ໌ແລະມະນຸດຊາວເລຄທາວນ໌ຮຽກຮ້ອງຂໍຄ່າຊົດເຊີຍຄວາມເສຍຫາຍແລະສ່ວນແບ່ງໃນຄວາມຊ່ວຍເຫຼືອຂອງພວກຕົນ. ຄນແຈ້ປະຕິເສດ ແລະລະດົມພັກພວກຂອງຕົນມາແຕ່ດິນແດນທາງເໜືອ. ບິລໂບພະຍາຍາມຈະລີ້ອອກມາແຕ່ບໍ່ສຳເລັດ. ທໍຣິນລົງໂທດບິລໂບແລະກັກໂຕໄວ້.
 
ແກນດັລ໌ຟປາກົດໂຕອີກເທື່ອພ້ອມແຈ້ງຂ່າວວ່າ ພວກກອບຼິນແລະວອຣ໌ກກພວມຍົກທັບມາ. ເຮັດໃຫ້ຄົນແຈ້ ມະນຸດ ແລະເອລຟ໌ ຮວມພະລັງກັນເພື່ອຕໍ່ສູ້. ຈົນເມື່ອກອງກຳລັງຂອງອິນຊີ ແລະກອງກຳລັງຂອງບີຢອຣ໌ນຍົກມາຊ່ວຍຈິ່ງສາມາດເອົາຊະນະໄດ້. ສົງຄາມເທື່ອນີ້ເອີ້ນວ່າ ສົງຄາມຫ້າທັບ. ທໍຣິນໄດ້ຮັບບາດເຈັບສາຫັດຈາກການຮົບ, ແຕ່ລາວໄດ້ປັບຄວາມເຂົ້າໃຈນຳບິລໂບກ່ອນຊິເສຍຊີວິດ. ຊັບສົມບັດໃນຂຸນເຂົາຈິ່ງໄດ້ຈັດແບ່ງຢ່າງຍຸຕິທຳ, ແຕ່ບິລໂບບໍ່ຕ້ອງການຊັບສົມບັດຫຼາຍຫຼວງເຫຼົ່ານັ້ນ, ຈິ່ງເດີນທາງເມືອພ້ອມຂອງທີ່ລະລຶກພຽງເລັກນ້ອຍ, ແຕ່ນັ່ນກໍຫຼາຍພໍຈະເຮັດໃຫ້ບິລໂບກາຍເປັນຮອບບິທຜູ້ຮັ່ງມີໃນໄຊຣ໌.
 
== ອ້າງອີງ ==