ຮອບບິດ (ປຶ້ມ): Difference between revisions

Content deleted Content added
No edit summary
ແຖວ 4:
ໝໍມົດ[[ແກນດັລ໌ຟ]] ແກ້ງຫຼອກ[[ບິລໂບ ແບັກກິ້ນສ໌]] [[ຮອບບິດ]]ຄົນໜຶ່ງໃຫ້ຈັດງານລ້ຽງຕ້ອນຮັບ[[ທໍຣິນ ໂອເຄນຊິລດ໌|ທໍຣິນ]] ນຳໝູ່[[ຄົນແຈ້ (ມິດເດິລເອີຣ໌ທ)|ຄົນແຈ້]]ຂອງລາວ ທີ່ພວມກະກຽມການເດີນທາງໄປຍັງ[[ພູໃນມິດເດິລເອິຣ໌ທ|ພູໂລນລີ້]]ເພື່ອຊິງອານາຈັກ ແລະ ຊັບສົມບັດຂອງພວກຕົນຄືນຈາກມັງກອນ[[ສະມັອກ]]. ລະຫວ່າງງານລ້ຽງ ແກນດັລ໌ຟຈິ່ງເຜີຍແຜນທີ່ເສ້ນທາງລັບໃນເທືອກພູ ແລະ ເກ້ຍກ່ອມໃຫ້ບິລໂບເຂົ້າຮ່ວມການເດີນທາງໄປນຳໃນຖານະ "ຫົວຂະໂມຍຜູ້ເກັ່ງກາດ" ພວກຄົນແຈ້ເຫັນພ້ອງນຳ. ສ່ວນບິລໂບຕົກກະໄດພອຍໂຈນເຂົ້າຮ່ວມການເດີນທາງໄປແບບງຸນງງ.
 
ທັງຄະນະເດີນທາງເຂົ້າໄປໃນປ່າ. ໄດ້ພໍ້ກັບພວກ[[ສັດປະຫຼາດອື່ນໆ (ມິດເດິລເອີຣ໌ທ)|ໂທຣລລ໌]], ຊຶ່ງແກນດັລ໌ຟມາຊ່ອຍໄວ້ໄດ້ທັນ ແລ້ວຈິ່ງເດີນທາງເຂົ້າໄປໃນ[[ພູໃນມິດເດິລເອີຣ໌ທ|ເທືອກພູມິສຕີ້]]. ພວກ[[ກໍບຼິນ]]ຈັບຕົວພວກເຂົາໄວ້ໄດ້. ແກນດັລ໌ຟຕາມມາຊ່ອຍອີກຕື່ມແຕ່ທັງຄະນະກໍ່ແຕກກະຈາຍຫາກັນບໍ່ພົບ. ບິລໂບຫຼົງຈາກກຸ່ມ ລາວເກັບແຫວນວົງໜຶ່ງໄດ້ລະຫວ່າງທາງ ແລະ ໄດ້ພົບກັບ[[ກອລລັມ]], ສັດປະຫຼາດຮູບຮ່າງຂີ້ຮ້າຍທີ່ອໄສຢູ່ໃຕ້ເທືອກພູສັດປະຫຼາດຮູບຮ່າງຂີ້ຮ້າຍທີ່ອາໄສຢູ່ໃຕ້ເທືອກພູ ຊຶ່ງທ້າໃຫ້ລາວຫຼິ້ນເກມທາຍບັນຫາບໍ່ເຊ່ນນັ້ນຊິຂ້າເສຍ. ບິລໂບໃຊ້ແຫວນວິເສດຫຼົບລີ້ອອກມາໄດ້ຈົນມາພໍ້ພວກຄົນແຈ້ອີກເທື່ອ. ແລ້ວທັງໝົດຈິ່ງເດີນທາງຕໍ່ເຂົ້າໄປໃນປ່າທຶບແຫ່ງ[[ເມີຣ໌ຄວູ້ດ]]ຕາມລຳພັງໂດຍບໍ່ມີແກນດັລ໌ຟ. ບິລໂບໄດ້ຊ່ອຍເຫຼືອພວກຄົນແຈ້ຈາກແມງມຸມຍັກ ແລະ ຊ່ອຍພວກເຂົາຫຼົບລີ້ຈາກຄຸກຂອງພວກ[[ເອລຟ໌ (ມິດເດິລເອີຣ໌ທ)|ເອລຟ໌]]ປ່າໄດ້ອີກຕື່ມ, ເຮັດໃຫ້ກາຍເປັນທີ່ນິຍົມນັບຖືຫຼາຍ.
 
== ອ້າງອີງ ==