ຫີນດາວສະເດັດ ເມືອງນອງ Muong Nong Tektite: Difference between revisions

Content deleted Content added
ໜ້າໃໝ່: ຫີນດາວສະເດັດ ເມືອງນອງ Muong Nong Tektite ເຕັກໄຕເປັນວັດຖຸ ທຳມະຊາດ ເກີດຈາກກ...
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 08:07, 13 ທັນວາ 2011

ຫີນດາວສະເດັດ ເມືອງນອງ Muong Nong Tektite ເຕັກໄຕເປັນວັດຖຸ ທຳມະຊາດ ເກີດຈາກການຕົກກະທົບຂອງດາວສະເດັດໃສ່ຜິວໜ້າໂລກ, ເຕັກໄຕຈັດ ເປັນປະເພດຫີນທີ່ແຫ້ງກະແດ້ງທີ່ສຸດ, ມັນມີສີດຳ ແຕ່ເວລາເຍືອງໃສ່ແສງຕາມຂອບແຄມບ່ອນແສງລອດ ຜ່ານໄດ້ແດ່ ມັນກໍຈະເຫຼື້ອມຄ້າຍຄືສີຄຳ, ລຽບຕາມຜິວໜ້າມີຮອຍຂາດວິ່ນເປັນຂຸມກະຈາຍຢູ່ພໍເບົາບາງ. ເຕັກໄຕທີ່ພົບເຫັນຢູ່ໄທ ເຂົາເຈົ້າໃສ່ຊື່ວ່າ ອິນໂດຊີໄນ “Indosinite” ແລະຖືກນຳໄປວິໄຈທາງວິທະຍຸ ລັງສີຕາມວິທີການວິໄຈແບບ(ເຄ-ອາກອນ K-Ar) ໄດ້ບອກໃຫ້ຮູ້ວ່າມັນມີອາຍຸປະມານ ແປດແສນປີ. ນັກວິທະຍາສາດເຊື່ອວ່າ ເຄົ້າເດີມຂອງເຕັກໄຕ ເກີດມາຈາກດາວສະເດັດຕົກໃສ່ຜິວໜ້າໂລກ. ເຕັກໄຕ ເກີດຂຶ້ນເມື່ອຫີນຖືກເປື່ອຍເຍື່ອຍ ເມື່ອຕອນຍັງເປັນດາວສະເດັດເດີນແຫກຜ່ານຊັ້ນບັນຍາກາດດ້ວຍຄວາມໄວສູງ ສິ່ງຮ້ອນເປື່ອຍຕາມຜິວໜ້າຖືກສຽດທານ ກັບອາກາດຢ່າງຮຸນແຮງ ອັນພາໃຫ້ເກີດເປັນຜິວວຸ້ມວາກ ຂາດວິ່ນເປັນຂຸມຫຼຸບໂນນ. ຄົນເຮົານຳຫີນທີ່ເກັບໄດ້ນີ້ ມາເຈັຍຣະໄນເປັນເຄື່ອງປະດັບເອ້ ແລະບາງພື້ນທີ່ ກໍມີຄວາມເຊື່ອທີ່ແຕກຕ່າງກັນໄປ ບາງພວກເຊື່ອວ່າເປັນຫີນສັກສິດ ຖືເປັນສິ່ງຢຽວຢາ ໂລກໄພໄຂ້ເຈັບໄດ້, ບາງພວກເຊື່ອວ່າ ມັນຊ່ວຍຮັກສາໃຫ້ກິ່ນອາຍຂອງຕົນຕົວ ປ້ອງກັນສັດຕູມາຈາກນະນຸດນອກໂລກທີ່ເຂົ້າມາ ຮຸກຮານໄດ້, ຊ່ວຍໃນການຖ່າຍເທ ເຄື່ອນຍ້າຍພະລັງງານເຂົ້າມາໃສ່ຕົວ ເຮັດໃຫ້ຕົນເອງມີຄວາມປອດໄພ ປ້ອງກັນຕົວໄດ້, ບາງຄົນກໍເຊື່ອວ່າມັນຊ່ວຍໃຫ້ຕົວເອງມີສະເໜ່ ມີພູມປັນຍາເຂັ້ມແຂງ ແລະອື່ນໆດັ່ງນີ້ເປັນ ຕົ້ນ. ສະເພາະຫີນດາວສະເດັດເມືອງນອງ ນັກຄົ້ນຄ້ວາໄດ້ຈັດໃຫ້ເປັນປະເພດ ທີ່ເອີ້ນວ່າ ເຕັກໄຕ ແບບ ອົດສຕຣາເລຊຽນ Australasian tektites. ມັນເກີດເທິງຜິວໜ້າໂລກບ່ອນທີ່ດາວສະເດັດຕົກກະທົບໃສ່ ໃນບໍລິເວນພື້ນທີ່ ອິນດູຈີນໃນຊ່ວງຍຸກ ປຼິດສະໂຕເຊັນ ຕອນຕົ້ນຫາຕອນກາງ early-middle Pleistecene (ປະມານ 0.8ລ້ານປີ). ຂ້າພະເຈົ້າເຄີຍພົບຊິ້ນສ່ວນຫີນດັ່ງກ່າວນີ້ ໃນຊ່ວງປີ1998 ທີ່ບໍລິເວນຕີນພູຊ້າງແຫ່ ທາງເບື້ອງຕາວັນ ອອກ ບໍລິເວນຍອດເຊໄບ ຊຶ່ງບໍ່ໄກຈາກບ້ານນາຜິລາງ ຊຶ່ງຫ່າງໄກຈາກເມືອງພິນປະມານ 35Km. ໃນຂະນະທີ່ກຳລັງລໍຖ້າຍົນເຮລີກອບເຕີ ກັບຄືນຄ້າຍພັກສຳຫຼວດທໍລະນີສາດ ມີເດັກນ້ອຍອາຍຸປະມານ 11ປີ ທີ່ບ້ານນາຄັງຜູ້ນຶ່ງ ຖືກ້ອນຫີນສີດຳ 3ກ້ອນ ຊຶ່ງແຕ່ລະກ້ອນມີຂະໜາດເຕັມກໍາມືພໍດີ. ເດັກນ້ອຍເລົ່າ ວ່າເກັບໄດ້ ເວລາລົດດຸດທີ່ກຳລັງດຸດທາງຢູ່ຕໍ່ໜ້າບ້ານດັ່ງກ່າວ. ຂ້າພະເຈົ້າຂໍນຳເດັກນ້ອຍ ໄດ້ກ້ອນນຶ່ງ ເມື່ອສັງເກດເບິ່ງຄ້າຍຄືຫີນພູໄຟ ອົບຊີດຽນ obsidian ມີຮ່ອງຮອຍ ຂອງຄວາມເປັນຊັ້ນຂອງຫີນ ແຕ່ມີຈຸດວຸ້ມວໍ້າປັນຂຸມກະຈາຍຕາມຜິວໜ້າກ້ອນຫີນ ເກືອບທຸກກ້ອນ. ຂ້າພະເຈົ້າຄິດ ບໍ່ອອກວ່າ ມັນເປັນໄປໄດ້ຢ່າງໃດ ຈຶ່ງປະກົດພົບວ່າມີຫີນພູໄຟ ຢູ່ໃນພື້ນທີ່ຂອງໝວດຫີນ ຊຸດໂຄລາດ Khorat formation ຊຶ່ງໝວດ ຫີນດັ່ງກ່າວມີແຕ່ຫີນຈັບກ້ອນ, ຫີນດິນດານ ແລະຫີນຊາຍສີແດງເທົ່ານັ້ນ. ຈົນມາຮອດປີ 2004 ເມື່ອໄດ້ພົບກັບພະນັກງານຕາງໜ້າລັດຖະບານ 3 ຄົນທີ່ມາຈາກຫ້ອງການ ແຂວງສະຫວັນນະເຂດ ຊຶ່ງມາເຮັດວຽກປະຈຳຜຽນກວດກາໃນແຕ່ລະຊຸດ. ເຂົາເຈົ້າເຫຼົ່ານີ້ເປັນຜູ້ເຄີຍໄປສຳຫຼວດກ່ຽວກັບ ຫີນດາວສະເດັດຢູ່ເມືອງນອງມາແລ້ວ ແລະເຂົາເຈົ້າກໍສົ່ງຕົວແບບຂອງຫີນດາວສະເດັດຈາກເມືອງນອງ ມາໃຫ້ຂ້າພະເຈົ້າ ແລະເມື່ອສົມທຽບເບິ່ງກັບໂຕທີ່ຂ້າພະເຈົ້າໄດ້ຈາກເດັກນ້ອຍເມື່ອ6ປີກ່ອນນັ້ນ ກໍມີ ລັກສະນະທີ່ຄ້າຍຄືກັນ. ປະຈຸບັນຫີນດາວສະເດັດເມືອງນອງຍັງມີຫຼາຍບັນຫາທີ່ເປັນຂໍ້ໂຕ້ແຍ້ງກັນຢູ່ ລະຫວ່າງນັກຄົ້ນຄ້ວາ ເພາະຍັງບໍ່ທັນຕົກລົງກັນໄດ້ ກ່ຽວກັບ ປາກຂຸມທີ່ແທ້ຈິງວ່າ ມັນຕົກຢູ່ບ່ອນໃດແທ້. ນັກຄົ້ນຄ້ວາຫຼາຍຄົນເຊື່ອວ່າ ທີ່ສຳພັນກັບຄວາມມີລັກສະນະເປັນຊັ້ນໆ layered tektites (ສັງເກດເບິ່ງຮູບ ລຸ່ມ) ໄດ້ເກີດຂຶ້ນໃນເງື່ອນໄຂຂອງອຸນນະພູມຕໍ່າ ແລະຖືເປັນສ່ວນທີ່ເຫຼືອຢູ່ໃກ້ກັບປາກຂຸມ. ໂດຍອີງຕາມ ລັກສະນະການພົບເຫັນທີ່ກະແຈກກະຈາຍໃນສະຖານທີ່ຫ່າງໆກັນນັ້ນ ຫີນດາວສະເດັດເມືອງນອງ ມີ ລັກສະນະທາງເຄມີ ທີ່ຄ້າຍຄືກັນກັບທີ່ພົບເຫັນຢູ່ລຽບຕາມສາຍແດນລາວ ແລະໄທ. ຫວ່າງບໍ່ດົນມານີ້ ນັກຄົ້ນຄ້ວາໄດ້ສຶກສາ ເບິ່ງການ ເກີດຂອງແຮ່ທາດໃນຫີນດາວສະເດັດແບບປະເພດເມືອງນອງ ແລະໄດ້ໃຫ້ ທັດສະນະວ່າໂຕທີ່ ເກັບໃດ້ຢູ່ເມືອງພິນໃກ້ກັບເມືອງເຊໂປນນັ້ນອາດຢູ່ໃກ້ກັບປາກຂຸມຫຼາຍກ່ວາ (ສັງເກດ ເບິ່ງແຜນທີ່ຮູບເທິງ) ເພາະເມື່ອທຽບໃສ່ທາງດ້ານທີ່ ຕັ້ງຫຼືພູມສັນຖານທີ່ແຕກຕ່າງກັນ ແລະອີໂຊໂທບ ຂອງທາດເບີຣິນລຽມ (10Be) ທີ່ບັນຈຸຢູ່ພາຍໃນ ເນື້ອຫີນຕົວຢ່າງແບບຂອງ ອົດສຣາເລເຊັຍແລ້ວ ມັນອາດ ນຳພາໄປສູ່ການພົບຮ່ອງຮອຍຂອງບ່ອນທີ່ເປັນປາກຂຸມແທ້ຈິງຂອງມັນໄດ້. ຫີນດາວສະເດັດມີຄວາມສຳຄັນອັນໃດ? ນັກວິທະຍາສາດທີ່ທຳການຄົ້ນຄ້ວາ ໄດ້ຈັດໃຫ້ດາວສະເດັດມີຄວາມສຳຄັນ 5 ຢ່າງທີ່ແຕກຕ່າງກັນດັ່ງນີ້ຄື:


  1. ວິວັດທະນາການຂອງດວງດາວ- ຫີນດາວສະເດັດບາງກ້ອນບັນຈຸທາງເຄມີທີ່ເປັນເມັດ, ເປັນຝຸ່ນ ຊຶ່ງເປັນຜົນຜະລິດຂອງການເກີດຂຶ້ນກ່ອນທີ່ຈະປະກອບເປັນດວງດາວໃນລະບົບຕາເວັນຂອງພວກ ເຮົາ, ການຮຽນຮູ້ໂຄງປະກອບສ້າງຂອງທາດເຄມີໃນຫີນຕົວແບບດັ່ງກ່າວພາໃຫ້ພວກເຮົາເພີ່ມ ຄວາມເຂົ້າໃຈບົດບາດຂອງດວງດາວໃນຈັກກະວານ.


  2. ວິວັດທະນາການຂອງລະບົບຕາເວັນ- ພວກເຮົາສາມາດຮຽນຮູ້ເງື່ອນໄຂຂອງການປ່ຽນແປງຂອງ ທາດມູນເຄມີ, ອຸນນະພູມ ແລະຄວາມກົດດັນໃນຊ່ວງການເກີດລະບົບຕາເວັນຕອນຕົ້ນ ໂດຍການ ສຶກສາຄວາມແຕກຕ່າງກັນທາງດ້ານການປະກອບສ້າງຂອງຫີນດາວສະເດັດ.


  3. ອາຍຸ ແລະສິ່ງປະກອບສ້າງຂອງລະບົບຕາເວັນ- ໂດຍການສຶກສາວັດແທກຈຳນວນທາດປະກອບ ສ້າງທີ່ແນ່ນອນ, ພວກເຮົາສາມາດຄຳນວນອາຍຸຂອງລະບົບຕາເວັນ ແລະຈັດຮຽງລຳດັບຄວາມ ແຕກຕ່າງທາງສິ່ງປະກອບສ້າງເຫຼົ່ານັ້ນ ແລະເປັນຫົນທາງພາໄປສູ່ຄວາມເຂົ້າໃຈການເກີດລະບົບ ຕາເວັນ.
  4. ປະຫັວດທາງທໍລະນີຂອງໂລກ ແລະດວງເດືອນ- ດາວສະເດັດຂະໜາດໃຫຍ່ທີ່ຕົກກະທົບໃສ່ໂລກ ໃນຄັ້ງທີ່ຜ່ານມາສາມາດຊ່ວຍພາໃຫ້ພວກເຮົາເຂົ້າໃຈຮູບລັກສະນະຂອງຜິວໜ້າໂລກເຮົາ ແລະ ເຂົ້າໃຈ ກ່ຽວກັບຜິວໜ້າດວງເດືອນ, ນັກວິທະຍາສາດສ່ວນຫຼາຍເຊື່ອວ່າ ດາວສະເດັດກ້ອນໃຫຍ່ໆ ນັ້ນມີສ່ວນຊ່ວຍຮັບຜິດຊອບໃນການສ້າງຜິວໜ້າຂອງດວງຈັນໃຫ້ມີຮູບຊົງປ່ຽນແປງຢ່າງໃດ.


  5. ປະຫວັດຂອງສິ່ງມີຊີວິດ-ດາວສະເດັດ ອາດນຳສິ່ງທີ່ເປັນທາດມູນເຄມີ ທີ່ຈຳເປັນໃດນຶ່ງ, ອັນພາໃຫ້ເກີດມີສິ່ງທີ່ເລີ່ມຕົ້ນໃນການເກີດມີສິ່ງມີຊີວິດມາໃຫ້ແກ່ໂລກ.
     ດາວສະເດັດມາຈາກໃສ?
     ດາວສະເດັດສ່ວນໃຫຍ່ທີ່ຕົກລົງໃສ່ຜິວໜ້າໂລກ ເຊື່ອວ່າມີເຄົ້າກຳເນີດມາແຕ່ ວົງວຽນຂອງຫີນອຸກາບາດ, ທີ່ຢູ່ລະຫວ່າງກາວຂອງວົງໂຄຈອນຂອງດາວອັງຄານ ແລະດາວພະຫັດ; ດາວສະເດັດເຫຼົ່ານີ້ເກີດຈາກການ ກະທົບຕຳກັນກັບວັດຖຸອື່ນໆ ແລະຟົ້ງແຕກອອກໄປນອກວົງໂຄຈອນ, ຫຼືອາດຖືກດຶງດູດອອກໄປຈາກວົງ ຈອນ ດ້ວຍທົ່ງແຮງດຶງດູດຂອງຕາເວັນ. ພວກອຸກາບາດເຫຼົ່ານີ້ຖືເປັນເສດ ເຫຼືອໃນລັກສະນະທີ່ເປັນສ່ຽງເປັນຕອນ ຊຶ່ງມີສິ່ງປະກອບສ້າງແບບດາວເຄາະ ທີ່ຄ້າຍຄືກັນກັບໂລກ, ແຕ່ພວກມັນບໍ່ສາມາດເຕົ້າຮວມ ກັນໃຫ້ເປັນໜ່ວຍກ້ອນກົມມັນຄືນໄດ້. ດາວສະເດັດຂະໜາດເຕັມກຳມືທີ່ ປະກົດໃຫ້ເຫັນມາຈາກດວງເດືອນ ແລະດາວອັງຄານ. ດາວສະເດັດເຫຼົ່ານີ້ ຖືກຟົ້ງແຕກກະຈາຍ ເມື່ອເວລາມີວັດຖຸຕົກລົງມາຊົນຕຳກັບຜິວໜ້າດວງເດືອນ ຫຼືດາວອັງຄານ ຊຶ່ງມັນຖືກຟົ້ງອອກໄປດ້ວຍ ຄວາມແຮງພຽງພໍ ກາຍເປັນຊິ້ນສ່ວນທີ່ເດີນໜີ ຈາກດວງດາວເຄາະເຫຼົ່ານັ້ນ ແລ້ວກໍຖືກຕົກໄປຢູ່ໃຕ້ອຳນາດແຮງດຶງດູດ ແລ້ວກໍໝູນອ້ອມຕາເວັນ.
     ພວກເຮົາຮູ້ໄດ້ແນວໃດວ່າ ດາວສະເດັດມາຈາກຫ້ວງອະວະກາດ?
     ດາວສະເດັດທີ່ມາຈາກວົງແຫວນອຸກາບາດ asteroid belt ມີອາຍຸສໍ່າດຽວກັນກັບອາຍຸຂອງລະບົບ ຕາເວັນ, ມັນມີອາຍຸປະມານ 4.5ພັນລ້ານປີ. ຫີນໃນໂລກເຮົາ ບໍ່ມີອາຍຸໄດ້ສໍ່ານີ້, ເພາະຫີນໂລກເຮົາຖືກ ຮວມກັນແລ້ວກໍເກີດໃໝ່ຊ້ຳແລ້ວ ຊ້ຳເລົ່າ ຄືນອີກຫຼາຍໆເທື່ອ ຍ້ອນການກັດເຊາະ ຜຸພັງ ແລະຍ້ອນການ ນ ເກີດລະບົບເຄື່ອນເໜັງແປສັນຖານຂອງແທ່ນແຜ່ນດິນ Earth’s tectonic plate system. ດາວສະເດັດ ຈາກດາວອັງຄານ ແລະເດືອນກໍມີຄວາມແຕກຕ່າງ ຈາກຫີນຂອງໂລກເຮົາ ແລະດາວສະເດັດອື່ນໆໃນທາງ ເຄມີ ແລະແຮ່ທາດປະກອບສ້າງ ແລະອາຍຸການຂອງມັນ. ດາວສະເດັດຈາກດວງເດືອນກໍສາມາດຮູ້ຈັກໄດ້ ໂດຍທຽບໃສ່ຄວາມຄ້າຍຄືກັນກັບຫີນຕົວຢ່າງທີ່ເກັບມາຈາກດວງຈັນ.
     ດາວສະເດັດມີຈັກຊະນິດ?
     ຈາກການຄົ້ນຄ້ວາເບິ່ງດາວສະເດັດໂດຍທົ່ວໆໄປ ເພິ່ນໄດ້ຈັດແບ່ງດາວສະເດັດອອກເປັນສາມປະເພດ ໃຫຍ່ໆ ແລະແຕ່ລະປະເພດກໍປະກອບດ້ວຍຫຼາຍຊະນິດດັ່ງນີ້ຄື:


1.ດາວສະເດັດທີ່ເປັນທາດເຫຼັກ Iron-meteorite. ດາວສະເດັດໝວດນີ້ມີສ່ວນປະກອບດ້ວຍ ທາດເຫຼັກ ແລະນິກເກັນຫຼອມປົນກັນຊຶ່ງມີສ່ວນປະກອບຂອງ ກາມາໄຊ Kamacite ແລະ ຕາເອໄນ Taenite ຊຶ່ງເປັນສ່ວນປະກອບທີ່ສຳຄັນ ແລະນອກຈາກນີ້ຍັງຈັດແບ່ງອອກເປັນ ອັນຍ່ອຍໆອີກຫຼາຍຊະນິດ. 2.ດາວສະເດັດທີ່ເປັນຫີນ Stone-meteorite ໝວດນີ້ພົບເຫັນເປັນຈຳນວນຫຼວງຫຼາຍກ່ວາໝວດອື່ນໆ, ມັນມີສ່ວນປະກອບຄ້າຍຄືກັນກັບຫີນໃນໂລກພວກເຮົາຊຶ່ງໂດຍທົ່ວໄປແລ້ວຈັດອອກເປັນ ສອງໝວດເຊັ່ນ: ໝວດຊົນໄດຣ chondrites ແລະໝວດ ອາຊົນໄດຣ achondrites. ໝວດຊົນໄດຣປະກອບດ້ວຍທາດ ວັດຖຸທີ່ເອີ້ນວ່າ ຊົນດຣູນ chondrules ສ່ວນໝວດ ອາຊົນໄດຣ ບໍ່ມີທາດວັດຖຸ ຊົນດຣູນປະກອບຢູ່ນຳ 3.ດາວສະເດັດເປັນຫີນ-ເຫຼັກ Stony-Irons meteorite ດາວສະເດັດໝວດນີ້ ມີສ່ວນປະກອບທີ່ ກ້ຳເກິ່ງກັນ ຂອງທາດເຫຼັກ ແລະນິກແກນລະລາຍເຂົ້າກັນ ແລະມີແຮ່ຊີລີກາ. ຕາມສິ່ງປະກອບ ສ້າງໝວດດັ່ງກ່າວນີ້ ຍັງຈັດແບ່ງອອກເປັນສອງໝວດຍ່ອຍອີກຄື: ໝວດ ປານລາໄຊ Pallasite ຊຶ່ງມີແຮ່ໂອລີວິນເປັນສ່ວນ ປະກອບ ແລະຖືກຫຸ້ມອ້ອມດ້ວຍໂຄງສ້າງຂອງນິກແກນ-ເຫຼັກ. ໝວດ ເມໂຊໄຊເດໄຣ Mesosiderites ປະກອບດ້ວຍແຮ່ ປຼາຊີໂອກຼາດ ແລະແຮ່ ພາຍຣອກເຊັນນີ Plagioclase & pyroxene ເປັນສ່ວນໃຫຍ່.[1]

  1. http://www.bailane.com/Popup/ToPrint.aspx?hid=25227