ໄກສອນ ພົມວິຫານ: Difference between revisions

Content deleted Content added
No edit summary
No edit summary
ແຖວ 24:
ປະທານໄກສອນ ໃນຍຸກຕໍ່ສູ້ກັບພວກລ່າເມືອງຂື້ນທັງແບບເກົ່າ ແລະ ໃໝ່ ຮ່ວມກັບຜູ້ນຳທ່ານອື່ນໆ ໄດ້ແກ່ ປະທານສຸພານຸວົງ ປະທານໜູຮັກ ປະທານຄຳໄຕ ສີພັນດອນ. ປະທານໄກສອນ ເປັນຜູ້ນຳໃນການຕໍ່ສູ້ທາງການທະຫານ ເຂົ້າມາໃນພາລະກິດປົດປ່ອຍຊາດ ໂດຍໃຊ້ຍຸດທະວິທີ "ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ" ສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານ ເປັນເລຂາທິການໃຫຍ່ຂອງພັກຜູ້ທຳອິດ ໂດຍໃນຊ່ວງນັ້ນພັກດຳເນີນໄປຢ່າງປິດລັບ ໂດຍແນວລາວສ້າງຊາດ ເປັນຕົວແທນໃຫ້ກັບພັກ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ຈົນປະກາດສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ ຄ.ສ 1975 ພັກຈຶ່ງດຳເນີນງານຢ່າງເປີດເຜີຍ ສະນັ້ນ ທ່ານຄືຜູ້ນຳທີ່ແທ້ຈິງຂອງພັກ ທ່ານດຳລົງຕຳແໜ່ງຈົນເຖິງ ແກ່ມໍລະນະກຳ ເມື່ອປີ ຄ.ສ 1992.
 
ຄ.ສ 2010 ເປັນປີທີ່ ປະທານ ໄກສອນ ພົມວິຫານ ມີອາຍຸຄົບຮອບ 90 ປີ ພັກ ແລະ ລັດຖະບານ ສປປລາວ ໄດ້ຈັດສະເຫຼີມສະຫຼອງ ໂດຍສະເພາະຄອບຄົວພົມວິຫານ ນຳໂດຍທ່ານ ນາງ ວຽງຄຳທອງວິນ ພົມວິຫານ ໄດ້ຈັດພິທີອຸທິດສ່ວນບຸນກຸສົນ ທີ່ບ້ານຂອງທ່ານ ໃນວັນທີ 9-10 ທັນວາ ຄ.ສ 2010 ມີການສູດປະຣິຕະມຸງຄຸນ ຕອນເຊົ້າຖວາຍສັງຄະທານ ແກ່ພະສົງ 9 ອົງ ສ່ວນງານທີ່ເປັນພິທີ ຈັດຂື້ນໃນວັນທີ 12 ທັນວາ.
 
[[ໝວດ:ຜູ້ນຳປະເທດ]]