ເສືອ: Difference between revisions

Content deleted Content added
Reverted edits by 182.53.135.28 (talk) to last revision by Alifshinobi
ແຖວ 2:
 
ເສືອຈັດເປັນສັດນັກລ່າທີ່ມີຄວາມສະຫງ່າງາມໃນໂຕເອງ ໂດຍສະເພາະແມ່ນເສືອສ່ຳໃຫຍ່ທີ່ເບິ່ງໜ້າເກງຂາມ ບໍ່ວ່າຊິເປັນເສືອໂຄ່ງຫຼືເສືອດາວ.ຜູ້ທີ່ພໍ້ເຫັນເສືອໃນເທື່ອທຳອິດມັກເກີດຄວາມປະທັບໃຈໃນຄວາມສະຫງ່າງາມ ແຕ່ໃນຂະໜະດຽວກັນກໍເກີດຄວາມຫວາດຫວັ່ນເກງຂາມໃນພະລະອຳນາດພາຍໃນໂຕຂອງພວກມັນ. ເສືອຈັ່ງໄດ້ຮັບການຍົກຍໍໃຫ້ເປັນລາຊາແຫ່ງສັດປ່າ ແລະເປັນເຈົ້າແຫ່ງນັກລ່າຢ່າງແທ້ຈິງ.
[[ຮູບ:Exampl[[ຮູບ:Example.jpg]]e.jpg]]==ຮູປຮ່າງທົ່ວໄປ==
ເສືອສ່ວນຫຼາຍຢູ່ໃນປ່າແລະທົ່ງຫຍ້າ ສ່ວນຫຼາຍບໍ່ມັກນ້ຳຄືກັບແມວທົ່ວໄປ. ມີພຽງແຕ່ເສືອໂຄ່ງແລະເສືອຈາກົວທໍ່ນັ້ນທີ່ມັກນ້ຳ. ຍິ່ງກວ່ານັ້ນບ່ອນທີ່ພໍ້ເສືອໂຄ່ງຫຼາຍເທື່ອທີ່ສຸດມັກຈະເປັນແອ່ງນ້ຳ ທະເລສາບ ຫຼືແມ່ນ້ຳ. ເສືອເປັນສັດທີ່ຫາກິນໂດຍໂຕດຽວ ຂອງກິນຫຼັກມັກຊິເປັນສັດກິນຜັກສ່ຳກາງ ຄື ກວາງ ໝູປ່າ ແລະ ຄວາຍ ເຊິ່ງຊິລ່າເຫຍື່ອດ້ວຍແນວທາງການຍ່າງ ຍ່ອງ ແລ່ນໄລ່ແລະຈັບເຫຍື່ອ ຢ່າງໃດກໍດີພວກມັນອາດຈະອອກລ່າສັດທີ່ສ່ຳໃຫຍ່ກວ່າບໍ່ກໍນ້ອຍກວ່າໃນສະຖານະການຄັບຂັນ
 
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ເສືອ"