ແຂວງຊຽງຂວາງ: Difference between revisions

Content deleted Content added
No edit summary
ແຖວ 34:
# [[ຖ້ຳພະ(ເມືອງພູກູດ)]]
 
== '''ປະຫວັດສາດ''' ==
== '''ແຫຼ່ງຄວາມຮູ້ອື່ນໆ ''' ==
ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ
ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ [[ເມືອງແປກ]] ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ