ແຂວງອັດຕະປື: Difference between revisions

Content deleted Content added
ແຖວ 19:
 
== ປະຫວັດສາດ ==
ນັບ​ຕັ້ງ​ແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ​ອັດ​ຕະປື ຍັງ​ຄົງ​ຄວາມ​ເປັນ​ເອ​ກະ​ລັກ​ໄວ້​ໄດ້​ເປ​ັນຢ່າງ​ດີ​ນັ້ນກໍ​ຄື​ວິ​ຖີການ​ດຳລົງ​ຊີວິດ ​ແລະ ​ຮີດ​ຄອງ​ວັດທະນະທຳ​ອັນ​ເກົ່າ​ແກ່​ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ, ​ຫຼາຍຄົນ​ອາດ​ຈະ​ສົງ​ໃສ​ວ່າ​ທີ່​ອັດ​ຕະປືຈະ​ມື​ເມືອງໆໜຶ່ງທີ່​ມີ​ຊື່ວ່າ ​ໄຊ​ເຊ​ດຖາ​ເຊິ່ງຈະ​ຄ້າຍໆ ກັບ​ຊື່​ເມືອງ​ທີ່ຢູ່​ນະຄອນຫຼວງວຽງຈັນ​ ແລະ ຄ້າຍຄື​ກັບ​ຊື່​ຂອງ ອະດີດພະ​ເຈົ້າ​ແຜ່ນດິນ​ລ້ານ​ຊ້າງ​ສະ​ໄໝກ່ອນ ນັ້ນກໍ​ຄື​ພະ​ເຈົ້າ​​ໄຊ​ຍະ​ເຊ​ດຖາ​ນັ້ນ​ເອງ, ​ແນ່ນອນ​ຊື່ໆ ນີ້​ມີ​ຄວາມ​ກ່ຽວຂ້ອງ​ກັນ, ​ເພາະວ່າ​ເມື່ອ​ສະ​ໄໝລາຊະການ​ຂອງ​ພະ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິລາດ​ພະ​ອົງ​ໄດ້​​ເດີນ ທາງ​ລົງ​ໄປ​ກວດ​ລາຊະການ​ແຜ່ນດິນ​ ແລະ ​ປາບ​ພວກ​ກະບົດ​ທີ່​ພາກ​ໃຕ້​ລາວ​ທີ່​ເຂົ້າ​ໃຈ​ວ່າ​ ຈະ​ຕ້ອງ​ເປັນ​ດິນ​ແດນ​ຂອງ​ແຂວງ​ອັດ​ຕະປື​ ໃນ​ປັດຈຸບັນ​ນີ້ ​ແລະ ​ພະ​ອົງ​ໄດ້​ຊິ້ນ​ພະ​ຊົນ​ຢູ່​ທີ່​ນັ້ນ ​ເພື່ອ​ເປັນ​ການ​ຈາລຶກ​ບຸນຄຸນ​ ແລະ​ ຄຸນງາມຄວາມດີ​ຂອງ​ພະ​ອົງ​ເອົາ​ໄວ້​ຈິ່ງ​ໄດ້​ຕັ້ງ​ຊື່ ​ເມືອງ​ຂຶ້ນມາ​ທີ່​ຊື່ວ່າ ​ເມືອງ​ໄຊ​ເສດຖາ ​ແລະ ​ເຄີຍ​ເປ​ັນສູນ​ກາງ​ການ​ປົກຄອງ​ຂອງ​ແຂວງ ກ່ອນ​ທີ່​ຈະ​ປ່ຽນມາ​ຕັ້ງ​ໃໝ່ທີ່​ເມືອງ​ສາມັກຄີ​ໄຊ​ໃນ​ປັດຈຸບັນ​ນີ້.
 
== ທີ່ຕັ້ງ ==
* ທິດເໜືອຕິດກັບ ແຂວງສາລະວັນ