Content deleted Content added
|
|
== ພູມສັນຖານ ==
ອັດຕະປື ດິນແດນທີ່ຕັ້ງທາງທິດຕາເວັນອອກສຽງໃຕ້ຂອງລາວ ແລະ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດອັນຫຼາກຫຼາຍ ແລະ ຂຶ້ນຊື່ລືນາມທາງດ້ານມູນເຊື່ອປະຫວັດສາດວັດທະນະທຳອັນເກົ່າແກ່ທີ່ແອບແຝງຄວາມໜ້າສົນໃຈເອົາໄວ້ເປັນໜ້າຄົ້ນຫາເປັນຢ່າງຍິ່ງ
ມີຊາຍແດນຕິດຈອດກັບແຂວງເຊກອງ, ຈຳປາສັກ, ປະເທດກຳປູເຈຍ ແລະ ສາທາລະນະລັດສັງຄົມນິຍົມຫວຽດນາມ. ນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນອັດຕະປື ຍັງຄົງຄວາມເປັນເອກກະລັກໄວ້ໄດ້ເປັນຢ່າງດີນັ້ນກໍຄືວິຖີການດຳລົງຊີວິດ ແລະ ຮີດຄອງວັດທະນະທຳອັນເກົ່າແກ່ທີ່ມີມາແຕ່ບູຮານນະການ, ຫຼາຍຄົນອາດຈະສົງໃສວ່າທີ່ອັດຕະປືຈະມືເມືອງໆໜຶ່ງທີ່ມີຊື່ວ່າ ໄຊເຊດຖາເຊິ່ງຈະຄ້າຍໆ ກັບຊື່ເມືອງທີ່ຢູ່ນະຄອນຫຼວງວຽງຈັນແລະ ຄ້າຍຄືກັບຊື່ຂອງ ອະດີດພະເຈົ້າແຜ່ນດິນລ້ານຊ້າງສະໄໝກ່ອນ ນັ້ນກໍຄືພະເຈົ້າໄຊຍະເຊດຖານັ້ນເອງ, ແນ່ນອນຊື່ໆ ນີ້ມີຄວາມກ່ຽວຂ້ອງກັນ, ເພາະວ່າເມື່ອສະໄໝລາຊະການຂອງພະເຈົ້າໄຊຍະເສດຖາທິລາດພະອົງໄດ້ເດີນ ທາງລົງໄປກວດລາຊະການແຜ່ນດິນ ແລະ ປາບພວກກະບົດທີ່ພາກໃຕ້ລາວທີ່ເຂົ້າໃຈວ່າ ຈະຕ້ອງເປັນດິນແດນຂອງແຂວງອັດຕະປື ໃນປັດຈຸບັນນີ້ ແລະ ພະອົງໄດ້ຊິ້ນພະຊົນຢູ່ທີ່ນັ້ນ ເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງພະອົງເອົາໄວ້ຈິ່ງໄດ້ຕັ້ງຊື່ ເມືອງຂຶ້ນມາທີ່ຊື່ວ່າ ເມືອງໄຊເສດຖາ ແລະ ເຄີຍເປັນສູນກາງການປົກຄອງຂອງແຂວງ ກ່ອນທີ່ຈະປ່ຽນມາຕັ້ງໃໝ່ທີ່ເມືອງສາມັກຄີໄຊໃນປັດຈຸບັນນີ້.
ພູມີປະເທດສ່ວນໃຫຍ່ຂອງແຂວງອັດຕະປື ແມ່ນປະກອບໄປດ້ວຍປ່າໄມ້ ແລະ ຂຸນເຂົາທີ່ມີຄວາມອຸດົມສົມບູນທີ່ສຸດອີກແຫ່ງໜຶ່ງຂອງລາວໂດຍມີແມ່ນ້ຳເຊກອງ ແລະ ສາຍເຊຂະໝານໄຫຼຜ່ານໃຫ້ຄວາມຊຸ່ມເຢັນ ແລະຫຼໍ່ລ້ຽງຊີວິດຂອງພີ່ນ້ອງຊາວອັດຕະປືມາຕັ້ງແຕ່ບູຮານນະການ ແລະ ໄດ້ກາຍເປັນເອກະລັກໜຶ່ງທີ່ສຳຄັນຂອງແຂວງອັດຕະປືໂດຍສະເພາະນັກທ່ອງທ່ຽວທີ່ຢາກສຳຜັດກັບທຳມະຊາດ ແລະ ການຜະຈົນໄພ ມີນັກທ່ອງທ່ຽວຫຼາຍໆຄົນໃຫ້ສາຍຍາດິນແດນແຫ່ງນີ້ວ່າ “ເມືອງສວນ” ເນື່ອງຈາກມີທຳມະຊາດທີ່ອຸດົມສົມບູນ, ອາກາດບໍລິສຸດ ແລະບັນຍາກາດທີ່ງຽບສະຫງົບ.
== ປະຫວັດສາດ ==
== ທີ່ຕັ້ງ ==
|