ວັດທາດນ້ອຍ: Difference between revisions

Content deleted Content added
No edit summary
No edit summary
 
ແຖວ 1:
ວັດພະມະຫາທາດສ້າງໃນປີ ຄ.ສ 1548 (ສະໄໝພຣະເຈົ້າໄຊຍະເຊດຖາທິລາດ) ໄດ້ຮັບການບູລະນະ ມາແລ້ວຫລາຍຄັ້ງ ແຕ່ເທື່ອທີ່ສຳຄັນ ເກີດຂຶ້ນໃນປີ ຄ.ສ.1910 ໂດຍເຈົ້າມະຫາອຸປະຣາດບຸນຄົງ ພາຍໃນສິມ (ອຸໂປສົດ) ແບບລ້ານຊ້າງມີ "ຮາວທຽນ" ຮູບນາກ 24 ຕົວ ຝີມືການແກະວິຈິດງົດງາມ ໜ້າສິມມີ ທາດອົງໃຫຍ່ ບັນຈຸອັດຖິ ຂອງເຈົ້າເພັດຊະລາດ ລັດຕະນະວົງ ອະດີດນາຍົກລັດຖະມົນຕີຄົນທຳອິດຂອງປະເທດລາວ ແລະ ຖືເປັນລັດຖະບູລຸດ ຂອງປະເທດລາວຍຸກໃໝ່ ສະເພາະພຣະອຸໂປສົດຂະໜາດໃຫຍ່ ມີການຕົບແຕ່ງເພິ່ມເຕີມຮູບແກະສະຫຼັກເທິງບານປະຕູ ແລະ ປ່ອງຢ້ຽມ ສະແດງເລື່ອງເລົ່າພະເວດສັນດອນ ສີທົນເບິ່ງສວຍງາມວິຈິດ ຊຶ່ງເປັນຝີມືສະກຸນຊ່າງພໍ່ເທົ່າເພຍຕັນ ດ້ານຫລັງມີພະທາດຍອດຊົງລະຄັງປະດັບຊໍ່ຟ້າ 17 ຊໍ່ ນັ້ນໝາຍເຖິງ ວັດນີ້ສ້າງໂດຍເຈົ້າມະຫາຊີວິດ.
 
[[ໝວດ:ວັດ]]