ວັດສຸວັນນະຄີລີ: Difference between revisions

Content deleted Content added
ໜ້າໃໝ່: ຕາມຕຳນານ ກ່າວວ່າ ຊາວໄທພວນ ຈາກຊຽງຂວາງເປັນຜູ້ສ້າງເພື່ອເປັນອະນຸສ...
 
No edit summary
 
ແຖວ 1:
ຕາມຕຳນານ ກ່າວວ່າ ຊາວໄທພວນ ຈາກຊຽງຂວາງເປັນຜູ້ສ້າງເພື່ອເປັນອະນຸສອນແກ່ກອງທັບຊາວພວນທີ່ສູ້ຮົບ ກັບກອງທັບຂອງພະມ້າ ຕາມປະຫວັດສາດໄດ້ກ່າວເຖິງເຈົ້າຊາຍຊາວພວນ ຊື່ເຈົ້າຄຳສັດທາໄດ້ອະພິເສກສົມລົດກັບ ນາງແວ່ນແກ້ວລາຊະທິດາຂອງພະເຈົ້າອິນທະໂສມ ແຫ່ງນະຄອນຫລວງພະບາງໃນປີ ຄ.ສ 1773 ຫລັງຈາກນັ້ນໃນຕອນທີ່ ພະມ້າ ຍົກກອງທັບມາຕີເມືອງຫລວງພະບາງຄັ້ງທີ 2 ເຈົ້າຄຳສັດທາໄດ້ສົ່ງກອງທັບຂອງພະອົງມາຊ່ວຍຮົບ ວັດຄີລີເປັນວັດທີ່ມີສະຖາປັດຕະຍະກຳ ທີ່ສວຍງາມວັດໜຶ່ງ ມີສິລະປະ ແບບຊຽງຂວາງ ພຣະອຸໂປສົດ ຫັນໜ້າໄປທາງທິດຕະເວັນອອກສຽງເຫນືອ ປະຈຸບັນຍັງຮັກສາໂຄງສ້າງ ແລະ ລວດລາຍປະດັບປະດາທີ່ມີຢູ່ເດີມໄວ້ ເທິງຫລັງຄາບໍ່ມີຊໍ່ຟ້າ ດ້ານຫລັງຂອງພຣະອຸໂປສົດ ມີພະທາດຊົງແປດຫລ່ຽມຕັ້ງຢູ່ເທິງຖານສີ່ຫຼ່ຽມ.
 
[[ໝວດ:ວັດ]]