ວັດສົບສິຂາຣາມ: Difference between revisions

Content deleted Content added
ໜ້າໃໝ່: ຕາມປະຫວັດສາດ ກ່າວວ່າສ້າງໂດຍພຣະເຈົ້າແທ່ນຄຳໃນ ປີ ຄ.ສ.1705 ເດີມວັດນີ້...
 
No edit summary
 
ແຖວ 1:
ຕາມປະຫວັດສາດ ກ່າວວ່າສ້າງໂດຍພຣະເຈົ້າແທ່ນຄຳໃນ ປີ ຄ.ສ.1705 ເດີມວັດນີ້ຊື່ວ່າ "ວັດສົບຊຽງທອງ" ເພື່ອເປັນອະນຸສອນ ແດ່ພະລາຊະບິດາ ຂອງພະອົງ ທີ່ຊົງສະຫວັນຄົດ ທີ່ເມືອງຊຽງຄານ ພຣະອຸໂປສົດ ຫລັງເດີມຊຸດໂຊມ ແຕ່ໄດ້ຮັບການບູລະນະໂດຍຊາວບ້ານ ທີ່ຍູ່ໃນບໍລິເວນນັ້ນ ໃນປີ ຄ.ສ. 1909 ແລະ ໃນປີ ຄ.ສ 1950 ດັ່ງທີ່ເຫັນໃນປັດຈຸບັນ ມີສິລະປະແບບຫລວງພະບາງ ໂດຍທົ່ວໄປ ສິ່ງທີ່ໜ້າສົນໃຈໃນວັດນີ້ມີຫລາຍຢ່າງດ້ວຍກັນ ບໍ່ວ່າຈະເປັນອົງພະທາດທີ່ໄດ້ຮັບການບູລະນະຂຶ້ນມາໃໝ່ດ້ວຍການປະດັບແກ້ວສີງົດງາມ ດ້ານຂວາຂອງພຣະອຸໂປສົດ ມີພຣະທາດລັກສະນະດຽວກັນ ກັບພະທາດໃນວັດໜອງສີຄູນເມືອງ ຊຸ້ມປະຕູຫລວງຂອງພຣະທາດ ປະດິດສະຖານ ພຣະພຸດທະຮູບ ປາງມານວິໄຊ ແບບຊົງເຄື່ອງອົງນ້ອຍ ຊຶ່ງແຕກຕ່າງໄປຈາກວັດອື່ນໆ ໃນຫລວງພະບາງ.
 
[[ໝວດ:ວັດ]]