ວັດໃໝ່ສຸວັນນະພູມາ: Difference between revisions

Content deleted Content added
ໜ້າໃໝ່: ວັດໃໝ່ສຸວັນນະພູມາລາມ ຫລືວ່າ "ວັດໃໝ່" ເຄີຍເປັນທີ່ປະທັບຂອງສົມເດັ...
 
No edit summary
ແຖວ 3:
ພາຍໃນພະອຸໂປສົດມີພະພຸດທະຮູບນັບໝື່ນນັບແສນອົງ ເທິງຝາສີແດງ ຄ້າຍກັບທີ່ເຄີຍພົບເຫັນໃນວັດບາງແຫ່ງຂອງແຂວງຊຽງໃໝ່ ສູນກາງເປັນພະພຸດທະຮູບຊົງເຄື່ອງ ມີພະພັກທີ່ງົດງາມ ຈັດເປັນກຸ່ມພະພຸດທະຮູບຫລວງພະບາງແບບໜຶ່ງ ກົງກັນຂ້າມດ້ານໜ້າພະອຸໂປສົດມີອາຄານກໍ່ອິດໂບກປູນຫລັງນ້ອຍໆ 2 ຫລັງຂະໜາດຕ່າງກັນ ເອິ້ນວ່າ "ອູບມຸງ" ຂະໜາບຂ້າງພະທາດຊົງດອກບົວສີ່ຫລ່ຽມ ອູບມຸງຫລັງໃຫຍ່ຫັນໜ້າມາທາງພະອຸໂປສົດ ພາຍໃນມີພະພຸດທະຮູບປາງມານວິໄຊຂະໜາດຂ້ອນຂ້າງໃຫຍ່ປະດິດສະຖານຢູ່ ສ່ວນອູບມຸງຫລັງນ້ອຍຫັນໜ້າອອກຖະໜົນ ບໍລິເວນພາຍໃນວັດໃຫມ່ ມີການຈັດວາງຜັງອາຄານກຸ່ມພຸດທະວາດ ແລະ ສັງຄາວາດແຍກອອກເປັນສັດສ່ວນ ມີແນວຕົ້ນໄມ້ນ້ອຍໆກັ້ນຢູ່
ໃນຊ່ວງປີໃໝ່ລາວ (ເດືອນເມສາຂອງທຸກປີ) ທາງການໄດ້ມີການອັນເຊີນ "ພະບາງ" ຊຶ່ງເປັນພະຄູ່ບ້ານຄູ່ເມືອງຂອງຫລວງພະບາງ ມາໄວ້ທີ່ລານດ້ານໜ້າຂອງວັດໃໝ່ແຫ່ງນີ້ ເພື່ອໃຫ້ປະຊາຊົນໄດ້ສົງນ້ຳອີກດ້ວຍ.
 
[[ໝວດ:ວັດ]]