ວັດວິຊຸນນະຣາດ: Difference between revisions

Content deleted Content added
ໜ້າໃໝ່: ເຖິງວ່າ ໃນຫລວງພະບາງ ຈະເປັນເມືອງທີ່ມີວັດຢູ່ຢ່າງຫລວງຫລາຍ ແຕ່ວັດ...
 
No edit summary
 
ແຖວ 2:
ຈະເຫັນພະທາດຮູບຊົງໝາກໂມຜ່າເຄິ່ງນີ້ສະດຸດຕາ ຈົນມີຊື່ເອີ້ນ ຂອງຊາວຫລວງພະບາງວ່າ “ວັດພະທາດໝາກໂມ” ແລະ ພະທາດຮູບຊົງແປກຕານີ້ເອງທີ່ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຍົກໃຫ້ມີຄວາມສຳຄັນ ວັດພະທາດໝາກໂມ ເຄີຍເປັນທີ່ປະດິດສະຖານ ພະບາງ ຊຶ່ງໄດ້ອາລາດທະນາຂຶ້ນມາຈາກເມືອງວຽງຄຳ ມີປະທຸມເຈດີ ຫລື ພະທາດດອກບົວໃຫຍ່ ຊຶ່ງພະນາງພັນຕີຊຽງ ພະອັກຄະລະມະເຫສີຂອງພະເຈົ້າວິຊຸນະລາດໂປດ ໃຫ້ສ້າງຂຶ້ນໃນ ປີ ຄ.ສ.1864 ຫລັງຈາກສ້າງວັດສຳເລັດແລ້ວ ທີ່ມາຂອງຊື່ພະທາດໝາກໂມ ມາຈາກການທີ່ຊາວຫລວງພະບາງເຫັນຮູບຊົງຂອງພະທາດຄ້າຍໝາກໂມຜ່າເຄິ່ງ ຫລື ເປັນຊົງໂອຄວ່ຳຄ້າຍສະຖູບ ແບບຟອງນ້ຳ ທີ່ເມືອງສານຈີ ປະເທດອິນເດຍ ຍອດພະທາດມີລັກສະນະຄ້າຍລັດສະໝີແປວໄຟ ຂອງພະພຸດທະຮູບແບບລັງກາຫລື ສຸໂຂໄທ ບໍລິເວນມຸມຖານຊັ້ນກາງ ແລະ ຊັ້ນເທິງ ມີພະທາດທິດຊົງດອກບົວຈູມທັງສີ່ມຸມ ພະທາດໝາກໂມນີ້ເຄີຍຖືກ ບູລະນະປະຕິສັງຂອນມາແລ້ວ 2 ຄັ້ງຄື: ໃນປີ ຄ.ສ.1859 ລາຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ (ຄຳສຸກ) ຊຶ່ງເປັນພະລາຊະບິດາ ຂອງເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ບູລະນະອີກເທື່ອໃນປີ ຄ.ສ.1914 ໃນລາຊະສະໄໝ ຂອງເຈົ້າມະຫາຊີວິດສີສະຫວ່າງວົງ ໃນການບູລະນະເທື່ອນີ້ໄດ້ມີການຄົ້ນພົບບູຮານສິລະປະວັດຖຸຫລວງຫລາຍຢ່າງ ເຊັ່ນ:ເຈດີຄຳ, ພະພຸດທະຮູບຫລໍ່ສຳລິດ, ພະພຸດທະຮູບຄຳ, ພະພຸດທະຮູບເງິນ ໂດຍສະເພາະພະພຸດທະຮູບທີ່ແກະສະຫລັກຈາກແກ້ວ ເຊັ່ນດຽວກັບພະແກ້ວມໍລະກົດ. ບູຮານວັດຖຸນີ້ໄດ້ນຳຖວາຍເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເກັບຮັກສາໄວ້ໃນ ພະລາດຊະວັັງຫລວງພະບາງຈົນເຖິງປັດຈຸບັນ
ຖັດມາທີ່ຕົວ ພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ສ້າງຂຶ້ນເພື່ອໃຊ້ເປັນທີ່ປະດິດສະຖານ ພະບາງ ຕົວອຸໂປສົດ ມີຮູບຊົງແບບອາຄານໄທລື້ສິບສອງປັນນາ ຈຸດເດັ່ນຢູ່ທີ່ສ່ວນຄໍຊັ້ນສອງຈະຍົກລະດັບສູງຂຶ້ນໄປ ສ່ວນເທິງຫລັງຄາປະດັບດ້ວຍ“ໂຫງ່” ຮູບພະຍານາກ 3 ຫົວ ເຄິ່ງກາງສັນຫລັງຄາມີຊໍ່ຟ້າ ເປັນຮູບປາສາດຍອດສັດນ້ອຍໆ ຫຼຸດລື່ນຫລາຍຊັ້ນປະດັບຢູ່ ປ່ອງຢ້ຽມອຸໂປສົດ ປະດັບດ້ວຍລູກຕິ່ງຂະໜາດໃຫຍ່ ບານປະຕູດ້ານໜ້າທັງ 3 ຊ່ອງ ແກະສະຫລັກລົງຮັກປິດທອງຮູບພະສິວະ, ພະວິດສະນຸ, ພະພົມແລະ ພະອິນ ຢ່າງສວຍງາມຕາມແບບສິລະປະຊຽງຂວາງ ພາຍໃນອຸໂປສົດ ມີພະປະທານຂະໜາດໃຫຍ່ ດ້ານຫລັງພະປະທານມີບູຮານວັດຖຸທີ່ເກັບລວບລວມຈາກວັດຮ້າງຕ່າງໆ ໃນຫລວງພະບາງ ເຊັ່ນ ພະພຸດທະຮູບສຳລິດໄມ້ຈຳຫລັກລວດລາຍຕ່າງໆ, ພະພຸດທະຮູບໄມ້ແກະສະຫລັກລົງຮັກປິດທອງສູງເທົ່າຄົນແທ້ຈຳນວນຫລວງຫລາຍ.
 
[[ໝວດ:ວັດ]]