ລື້: Difference between revisions

Content deleted Content added
No edit summary
ແຖວ 28:
ເຜົ່າໄທລື້ສ່ວນໃຫຍ່ເປັນພຸດທະສາດສະນິກກະຊົນທີ່ເຄັ່ງຄັດ ນິຍົມສ້າງວັດໃນຊຸມຊົນຕ່າງໆ ເກືອບທຸກຊຸມຊົນຂອງຊາວໄທລື້ ທັງຍັງຕົບແຕ່ງດ້ວຍສິລະປະ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກງົດງາມ ມີການບູລະນະ ຊ່ອມແຊມ ໃຫ້ຄົງສະພາບດີຢູ່ສະເໝີແມ່ນໃນປະຈຸບັນ ສິລະປະທີ່ໂດດເດັ່ນຂອງເຜົ່າໄທລື້ ໄດ້ແກ່ງານຜ້າຕ່ຳຫູກໄທລື້ ນິຍົມໃຊ້ຜ້າຝ້າຍ ຕ່ຳລວດລາຍທີ່ຮຽກວ່າ '''ລາຍນ້ຳໄຫລ''' ປະຈຸບັນມີການຟື້ນຟູ ແລະ ຖ່າຍທອດສິນປະການຕ່ຳແຜ່ນແບບໄທລື້ ໃນຫລາຍຊຸມຊົນຂອງພາກເຫນືອ
ຜູ້ຊາຍໄທລື້ສ່ວນໃຫຍ່ຈະນິຍົມສວມເສື້ອຂາວແຂນຍາວ ສວມທັບດ້ວຍເສື້ອກັ໊ກປັກລວດລາຍດ້ວຍເລື່ອມ, ນຸ່ງສົ້ງ [[ມໍ່ຮ່ອມ]] ຂາຍາວ ມັດຫົວດ້ວຍຜ້າສີຂາວ ຫລື ຊົມພູ ສ່ວນຜູ້ຍິງໄທລື້ນິຍົມສວມເສື້ອປັ໊ດ (ເປັນເສື້ອທີ່ບໍ່ມີກະດຸມແຕ່ຈະສະພາຍສະລ່ຽງມາຜູກໄວ້ທີ່ແອວດ້ານຂ້າງ) ນຸ່ງສີ້ນລື້ ພາຍກະເປົ໋າ ແລະ ນິຍົມມັດຫົວດ້ວຍຜ້າຂາວ ຫລື ສີບົວເລື່ອງຂອງ ໄທລື້ ຊຶ່ງບັນພະບຸລຸດໄດ້ອົບຍົບມາຈາກເມືອງຍອງ ເມືອງຍູ້ ເມືອງຊຽງລາບ (ເມືອງທັງໝົດນີ້ຢູ່ໃນ [[ລັດສານ]] [[ປະເທດພະມ້າ]]) ແລະ ຊາວໄທຍອງ (ຄົນເມືອງຄົົນທີ່ມີຖິ່ນຖານດັ່ງເດີມຢູ່ໃນເຂດແຂວງລ້ານນາ) ນັ້ນ ມີຄວາມກ່ຽວຂ້ອງກັນຫລາຍ ດັ່ງນັ້ນຈຶ່ງອາດຈະບໍ່ສາມາດແບ່ງແຍກກັນໄດ້
'''[[ສົມເດັດພະເຈົ້າຫໍຄຳຊຽງຮຸ່ງ1]] ''' (ພະຍາເຈືອງ) ເປັນປະຖົມກະສັດຂອງຊາວໄທລື້ ແຫ່ງລາຊະວົງອາລະໂວສວນຕານ ຈົນເຖິງສະເດັດພະເຈົ້າຫໍຄຳຊຽງຮຸ່ງທີ 41 [[ເຈົ້າໝ່ອມຄຳລື]] (ຕາວຊິນຊື) ກໍ່ສີ້ນສຸດລົງ ເພາະລັດຖະບານຈີນ ໄດ້ຖອດຖອນທ່ານອອກຈາກການເປັນເຈົ້າຯ ສ່ວນພະອະນຸຊາໄດ້ລີ້ໄພມາຢູ່ທີ່ [[ອຳເພີແມ່ສາຍ]] ໝ່ອມຕານຄຳ ໄດ້ລີ້ໄພມາຢູ່ກຸງເທບ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ລື້"