ລື້: Difference between revisions

Content deleted Content added
No edit summary
No edit summary
ແຖວ 3:
ຕອນທ້າຍສະຕະວັດທີ XIII ເປັນຕົ້ນມາ. ປະຈຸບັນ ຊົນເຜົ່າລື້ ທີ່ອາໃສຢູ່ ສປປ ລາວ ນັ້ນສ່ວນຫລາຍຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ທາງພາກເໜືອຂອງ ລາວ ເຊັ່ນ: ແຂວງ ຜົ້ງສາລີ, ຫລວງນ້ຳທາ,
ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ເປັນຕົ້ນ. ຖ້າທຽບໃສ່ພົນລະເມືອງໃນປະເທດລາວແລ້ວເຫັນວ່າຊົນເຜົ່າລື້ມີອັດຕາກວມເອົາເກືອບ 3 %. ນອກຈາກມີຢູ່ລາວແລ້ວ, ຊົນເຜົ່າລື້ ຍັງມີຢູ່ ຈີນ, ມຽນມາ ແລະ ຫວຽດນາມ. ຊົນເຜົ່ານີ້ ມີພາສາປາກເວົ້າເປັນຂອງຕົນເອງຈັດຢູ່ໃນໝວດພາສາລາວ-ໄຕ ພ້ອມກັນນີ້ເຂົາເຈົ້າຍັງມີຕົວໜັງສືຂຽນເປັນຂອງຕົນເອງ ເອີ້ນວ່າ [[ຕົວທຳລື້]] , ສ່ວນຫລາຍຈະພົບເຫັນຢູ່ໃນໃບລານ ເຊິ່ງມີລັກຊະນະຄ້າຍຄືຕົວທຳລາວ.
''ໄທລື້''' ຫລື '''ໄຕລື້ ''' ເປັນ ຊາວໄຕ ກຸ່ມໜຶ່ງ ມີຖິ່ນຖານເດີມຢູ່ໃນແຖບ [[ສິບສອງປັນນາ]] ຂອງ [[ປະເທດຈີນ|ຈີນ]] ມີເອກະລັກທີ່ໂດດເດັ່ນຄືການໃຊ້ [[ພາສາໄທລື້]] ແລະ ຍັງມີວັດທະນະທຳອັນເປັນເອກະລັກອື່ນໆ ເຊັ່ນ: ການແຕ່ງກາຍສິລະປະ ແລະປະເພນີຕ່າງໆ
== ການອົບຍົບ ==
ເດີມຊາວລື້ ຫລື ໄທລື້ ມີຖິ່ນທີ່ຢູ່ບໍລິເວນ [[ເມືອງລື້ຫລວງ]] ຈີນຮຽກວ່າ "ລືແຈງ" ຕໍ່ມາໄດ້ເຄື່ອນຍ້າຍລົງມາຢູ່ບໍລິເວນ [[ເມືອງໜອງແສ]] ຫລື ທີ່ເອິ້ນວ່າຄຸນໝິງໃນປະຈຸບັນ ແລ້ວຍ້າຍລົງມາສູ່ລຸ່ມນ້ຳນ້ຳຂອງ ສິບສອງປັນນາ ປະຈຸບັນ ປະມານສະຕະວັດທີ 12 ຈຶ່ງເກີດມີວີລະບຸລຸດຊາວໄທລື້ ຊື່ [[ເຈົ້າເຈືອງຫານ]] ໄດ້ລວບລວມຫົວເມືອງຕ່າງໆ ໃນສິບສອງປັນນາ ປະຈຸບັນ ຕັ້ງເປັນອານາຈັກແຈ່ລື້ (ເຊີລີ່) ໂດຍໄດ້ຕັ້ງສູນອຳນາດການປົກຄອງເອົາໄວ້ ທີ່ຫໍຄຳຊຽງຮຸ່ງດົນ 790 ປີ ຕໍ່ມາເຖິງສະໄໝ [[ເຈົ້າອິ່ນເມືອງ]] ຄອງລາດຕໍ່ມາໃນປີ ຄ.ສ. 1579-1583 ໄດ້ແບ່ງເຂດການປົກຄອງເປັນສິບສອງຫົວເມືອງ ແຕ່ລະຫົວເມືອງໃຫ້ມີທີ່ເຮັດນາ 1,000 ຫາບເຂົ້າ (ເຊື້ອພັນເຂົ້າ) ຕໍ່ມາໜຶ່ງທີ່/ໜຶ່ງຫົວເມືອງ ຈຶ່ງເປັນທີ່ມາຈົນເຖິງ ປະຈຸບັນ ເມືອງສິບສອງປັນນາໄດ້ແບ່ງເຂດການປົກຄອງເອົາໄວ້ໃນອະດີດດັ່ງນີ້ (ທີ່ມາຂອງຄຳວ່າ ສິບສອງປັນນາ ຫລື ສິບສອງຈຸໄຕ)
ເຜົ່າໄທລື້ອາໄສຢູ່ສອງຝັ່ງ [[ແມ່ນ້ຳຂອງ]] ຄື ດ້ານຕາເວັນອອກ ແລະ ຕາເວັນຕົກຂອງແມ່ນ້ຳ ມີເມືອງຕ່າງໆ ດັ່ງນີ້ພາສາໄທລື້ ໄດ້ກ່າວໄວ້ວ່າ ຫ້າເມີງຕະເວັນຕົກ ຫົກເມີງຕະເວັນອອກ ລວມຈຽງຮຸ່ງ ([[ຊຽງຮຸ່ງ]]) ເປັນ 12 ປັນນາ ແລະ ທັງ12 ປັນນານັ້ນ ຍັງມີເມືອງນ້ອຍອີກ 32 ຫົວເມືອງ ເຊັ່ນ:
* '''ຝັ່ງຕາເວັນຕົກ''': [[ຊຽງຮຸ່ງ]], ເມືອງຮຳ, ເມືອງແຊ່, ເມືອງລູ, ເມືອງອອງ, ເມືອງລວງ, ເມືອງຫຸນ, ເມືອງພານ, ເມືອງຊຽງເຈິງ, ເມືອງຮາຍ, ເມືອງຊຽງລໍ ແລະ ເມືອງມາງ
* '''ຝັ່ງຕະເວັນອອກ''': ເມືອງລ້າ, ເມືອງບາງ, ເມືອງຮິງ, ເມືອງປາງ, ເມືອງລາ, ເມືອງວັງ, ເມືອງພົງ, ເມືອງຫຍ່ວນ, ເມືອງບາງ ແລະ ເມືອງຊຽງທອງ ([[ຫລວງພະບາງ]])
ການຂະຫຍາຍຕົວຂອງເຜົ່າໄທລື້ສະໄໝລາຊະການທີ 24 ເຈົ້າອິນເມືອງ ໄດ້ເຂົ້າຕີ [[ເມືອງແຖນ]], [[ຊຽງຕຸງ]], [[ຊຽງແສນ]] ແລະ [[ລ້ານຊ້າງ]] ກອບກູ້ບ້ານເມືອງໃຫ້ເປັນປຶກແຜ່ນ ພ້ອມທັງຕັ້ງຫົວເມືອງໄທລື້ ເປັນສິບສອງເຂດ ເອິ້ນວ່າ ສິບສອງປັນນາ ແລະ ໃນຍຸກນີ້ໄດ້ມີການອົບພະຍົບເຜົ່າໄທລື້ ບາງສ່ວນເພື່ອໄປຕັ້ງບ້ານເຮືອນປົກຄອງຫົວເມືອງປະເທດສະລາດເຫລົ່ານັ້ນ ຈຶ່ງເຮັດໃຫ້ເກີດການກະຈາຍຕົວຂອງຊາວໄທລື້ ໃນລຸ່ມນ້ຳຂອງຕອນກາງ ([[ລັດສານ]] ປະຈຸບັນ) ອັນປະກອບດ້ວຍເມືອງຍູ້ ເມືອງຍອງ ເມືອງຫລວຍ ເມືອງຊຽງແຂງ ເມືອງຊຽງລາບ ເມືອງເລນ ເມືອງພະຍາກ ເມືອງໄຮ ເມືອງໂກ ແລະ ເມືອງ[[ຊຽງທອງ]] (ລ້ານຊ້າງ) [[ເມືອງແຖນ]] (ດຽນບຽນຟູ) ຊາວໄທລື້ບາງສ່ວນໄດ້ອົບຍົບ ຫລື ຖືກກວາດຕ້ອນ ອອກຈາກເມືອງເຫລົ່ານີ້ເມື່ອປະມານໜຶ່ງຮ້ອຍເຖິງສອງຮ້ອຍປີທີ່ຜ່ານມາ ແລ້ວລົງມາຕັ້ງຖິ່ນຖານໃໝ່ໃນ [[ປະເທດ]] ຕອນລຸມ ເຊັ່ນ [[ປະເທດມຽນມາ|ພະມ້າ]], [[ປະເທດລາວ|ລາວ]] ແລະ [[ປະເທດໄທ|ໄທ]]
ໃນສະໄໝລາຊະການທີ 1 [[ເຈົ້າຟ້າອັດຖະວອນປັນໂຍ]] (ເຈົ້າຜູ້ຄອງນະຄອນນ່ານ) ແລະ [[ເຈົ້າສຸມົນເທວະລາດ]] (ເຈົ້າຜູ້ຄອງນະຄອນນ່ານ) ຍົກກອງທັບຂຶ້ນໄປກວາດຕ້ອນ ຊາວໄທລື້ ຈາກສິບສອງປັນນາ ມາຍັງເມືອງນ່ານ ແລະ ເມືອງບາງສ່ວນໃນປະເທດລາວ ແລະ ຕໍ່ມາໃນສະໄໝລາຊະການທີ 5 [[ເຈົ້າສຸລິຍະພົງ]] (ເຈົ້າຜູ້ຄອງນະຄອນນ່ານ) ກໍໄດ້ຍົກກອງທັບຂຶ້ນໄປກວາດຕ້ອນຊາວໄທລື້ ຈາກສິບສອງປັນນາມາຍັງເມືອງນ່ານ
=== ໄທຍອງ ===
ໃນປະມານພຸດທະຕະວັດທີ 19 ''' [[ເຈົ້າສຸນັນທະ]] ''' ໂອລົດເຈົ້າເມືອງ [[ຊຽງຮຸ່ງ]] ໄດ້ພາບໍລິວານຊາວໄທລື້ຈາກເມືອງຊຽງຮຸ່ງ ເຂົ້າມາປົກຄອງເມືອງຍອງເໜືອຄົນພື້ນເມືອງ ຊຶ່ງເປັນ [[ຊາວລົວະ]] ໂດຍມີທັງປັດໄຈ ສະໜັບສະໜູນ ໄດ້ແກ່
* ການປະສົມປະສານ ລະບົບຄວາມເຊື່ອ ແລະ ພິທີກຳ ແລະ [[ພະພຸດທະສາດສະຫນາ]] ທີ່ເຂົ້າມາໃນພາຍຫະຫຼັງ
* ຄວາມສຳພັນທາງເຄືອຍາດ ແລະ ລະບົບບັນນາການກັບເມືອງ [[ຊຽງຮຸ່ງ]] [[ຊຽງຕຸງ]] ແລະ ການສ້າງພັນທະມິດທາງການເມືອງກັບກຸ່ມເມືອງໃນທົ່ງຮາບຊຽງຣາຍ ເທິງຝັ່ງແມ່ນ້ຳຂອງຕອນກາງ ເຊັ່ນ [[ອຳເພີຊຽງແສນ|ຊຽງແສນ]] [[ອຳເພີຊຽງຂອງ|ຊຽງຂອງ]] ເປັນຕົ້ນ
ດັ່ງນັ້ນ ຊາວໄທຍອງ ກັບ ຊາວໄທລື້ ກໍຄື ຍາດກັນນັ້ນເອງ
== ໄທລື້ປະຈຸບັນ ==
ປະຈຸບັນ ໄທລື້ກະຈາຍຕົວຢູ່ທີ່
* [[ປະເທດພະມ້າ]] ມີແຖບເມືອງຍອງ, ເມືອງຍູ້, ເມືອງຫລວຍ, [[ເມືອງຊຽງລາບ]] ,ເມືອງໄລ, ເມືອງພະຍາກ, ເມືອງໂກ, ເມືອງໂຕ໋ນ, ເມືອງເລນ ແລະ ຊຽງຕຸງ
* [[ປະເທດລາວ]] ແຂວງຫລວງນ້ຳທາ, ແຂວງບໍ່ແກ້ວ, ແຂວງໄຊຍະບຸລີ (ຊຽງຮ່ອນຊຽງ, ຊຽງລົມ, ຫົງສາ) ແລະ ແຂວງຫລວງພະບາງ
* [[ປະເທດໄທ]] ຊຽງລາຍ ຊຽງໃໝ່ ລຳພູນ ແມ່ຮ່ອງສອນ ພະເຍົາ ລຳປາງ ແພ່ ນ່ານ
* [[ປະເທດວຽດນາມ]] ເມືອງແຖນ
ສ່ວນໃນຕ່າງປະເທດນັ້ນ ມີການກະຈາຍຕົວກັນເກືອບທຸກປະເທດໃນອະນຸພູມີພາກລຸ່ມແມ່ນ້ຳຂອງ ເຊັ່ນໃນ [[ລັດສານ]] [[ປະເທດພະມ້າ]] [[ປະເທດລາວ]] [[ປະເທດວຽດນາມ]] (ເມືອງແຖນ ແລະ ເມືອງ [[ດຽນບຽນຟູ]] ກໍມີການບັນທຶກໄວ້ວ່າມີຊາວໄທລື້ ຢູ່ບ່ອນນັ້ນດ້ວຍ)
 
== ວັດທະນະທຳ ==
ຊາວໄທລື້ມີຊີວິດທີ່ຄ້າຍຄືກັບ [[ເຜົ່າລາວ]] ຫລື ຊົນເຜົ່າອື່ນໆ ທາງພູມີພາກ ຄືມີການສ້າງບ້ານ-ເຮືອນ ເປັນເຮືອນໄມ້ມີ [[ຍົກພື້ນສູງ]] ມີເຮືອນໄຟເທິງເຮືອນ ຕາລ່າງລ້ຽງສັດ ແຕ່ໃນປະຈຸບັນວິຖີຊີວິດໄດ້ປ່ຽນໄປ ການສ້າງບ້ານ-ເຮືອນກໍປ່ຽນແປງໄປດ້ວຍ ເຮືອນທີ່ຍັງຄົງສະພາບເປັນເຮືອນໄມ້ແບບເດີມຍັງພໍຈະມີໃຫ້ເຫັນ ໃນບາງຊຸມຊົນ
ເຜົ່າໄທລື້ສ່ວນໃຫຍ່ເປັນພຸດທະສາດສະນິກກະຊົນທີ່ເຄັ່ງຄັດ ນິຍົມສ້າງວັດໃນຊຸມຊົນຕ່າງໆ ເກືອບທຸກຊຸມຊົນຂອງຊາວໄທລື້ ທັງຍັງຕົບແຕ່ງດ້ວຍສິລະປະ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກງົດງາມ ມີການບູລະນະ ຊ່ອມແຊມ ໃຫ້ຄົງສະພາບດີຢູ່ສະເໝີແມ່ນໃນປະຈຸບັນ ສິລະປະທີ່ໂດດເດັ່ນຂອງເຜົ່າໄທລື້ ໄດ້ແກ່ງານຜ້າຕ່ຳຫູກໄທລື້ ນິຍົມໃຊ້ຜ້າຝ້າຍ ຕ່ຳລວດລາຍທີ່ຮຽກວ່າ '''ລາຍນ້ຳໄຫລ''' ປະຈຸບັນມີການຟື້ນຟູ ແລະ ຖ່າຍທອດສິນປະການຕ່ຳແຜ່ນແບບໄທລື້ ໃນຫລາຍຊຸມຊົນຂອງພາກເຫນືອ
ຜູ້ຊາຍໄທລື້ສ່ວນໃຫຍ່ຈະນິຍົມສວມເສື້ອຂາວແຂນຍາວ ສວມທັບດ້ວຍເສື້ອກັ໊ກປັກລວດລາຍດ້ວຍເລື່ອມ, ນຸ່ງສົ້ງ [[ມໍ່ຮ່ອມ]] ຂາຍາວ ມັດຫົວດ້ວຍຜ້າສີຂາວ ຫລື ຊົມພູ ສ່ວນຜູ້ຍິງໄທລື້ນິຍົມສວມເສື້ອປັ໊ດ (ເປັນເສື້ອທີ່ບໍ່ມີກະດຸມແຕ່ຈະສະພາຍສະລ່ຽງມາຜູກໄວ້ທີ່ແອວດ້ານຂ້າງ) ນຸ່ງສີ້ນລື້ ພາຍກະເປົ໋າ ແລະ ນິຍົມມັດຫົວດ້ວຍຜ້າຂາວ ຫລື ສີບົວເລື່ອງຂອງ ໄທລື້ ຊຶ່ງບັນພະບຸລຸດໄດ້ອົບຍົບມາຈາກເມືອງຍອງ ເມືອງຍູ້ ເມືອງຊຽງລາບ (ເມືອງທັງໝົດນີ້ຢູ່ໃນ [[ລັດສານ]] [[ປະເທດພະມ້າ]]) ແລະ ຊາວໄທຍອງ (ຄົນເມືອງຄົົນທີ່ມີຖິ່ນຖານດັ່ງເດີມຢູ່ໃນເຂດແຂວງລ້ານນາ) ນັ້ນ ມີຄວາມກ່ຽວຂ້ອງກັນຫລາຍ ດັ່ງນັ້ນຈຶ່ງອາດຈະບໍ່ສາມາດແບ່ງແຍກກັນໄດ້
'''[[ສົມເດັດພະເຈົ້າຫໍຄຳຊຽງຮຸ່ງ1]] ''' (ພະຍາເຈືອງ) ເປັນປະຖົມກະສັດຂອງຊາວໄທລື້ ແຫ່ງລາຊະວົງອາລະໂວສວນຕານ ຈົນເຖິງສະເດັດພະເຈົ້າຫໍຄຳຊຽງຮຸ່ງທີ 41 [[ເຈົ້າໝ່ອມຄຳລື]] (ຕາວຊິນຊື) ກໍ່ສີ້ນສຸດລົງ ເພາະລັດຖະບານຈີນ ໄດ້ຖອດຖອນທ່ານອອກຈາກການເປັນເຈົ້າຯ ສ່ວນພະອະນຸຊາໄດ້ລີ້ໄພມາຢູ່ທີ່ [[ອຳເພີແມ່ສາຍ]] ໝ່ອມຕານຄຳ ໄດ້ລີ້ໄພມາຢູ່ກຸງເທບ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ລື້"