ວັດປ່າໄຜ່ມີໄຊຍາຣາມ: Difference between revisions

Content deleted Content added
ໜ້າໃໝ່: ສ້າງໂດຍພຣະເຈົ້າສຸລິຍະວົງສາ ໃນລະຫວ່າງປີ ຄ.ສ.1765-1791 ມີການບູລະນະພຣະອ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 09:25, 26 ມິຖຸນາ 2011

ສ້າງໂດຍພຣະເຈົ້າສຸລິຍະວົງສາ ໃນລະຫວ່າງປີ ຄ.ສ.1765-1791 ມີການບູລະນະພຣະອຸໂປສົດໃໝ່ ເກືອບທັງຫລັງໃນອີກ 200 ປີຕໍ່ມາ ລັກສະນະ ພຣະອຸໂປສົດເປັນແບບສິລະປະຫລວງພະບາງໂດຍທົ່ວໄປ ຫັນໜ້າໄປທາງທິດຕະເວັນອອກສຽງເໜືອ ໃນປີ ຄ.ສ.1930 ມີການຂະຫຍາຍວັດໂດຍສ້າງພຣະອຸໂປສົດ ອີກຫລັງໜຶ່ງຫັນໜ້າໄປທາງທິດຕະເວັນຕົກສຽງໃຕ້ ມີຂະໜາດນ້ອຍກວ່າພະອຸໂບສົດຫລັງເກົ່າ ທາງດ້ານທິດເໜືອມີ ພຣະທາດຄູ່ໜຶ່ງລັກສະນະເປັນຊົງແບບປາສາດ ສຳລັບສິມ ວັດປ່າໄຜ່ ນອກຈາກຈະງົດງາມອອນຊອນ ຍັງມີຄວາມງາມທີ່ສີ ແລະ ລວດລາຍແກະສະຫລັກພ້ອມປະດັບລາຍທອງເທິງຝາສີແດງ.